ຂໍ້ມູນ Server Network
- Details
- Category: ໜ່ວຍງານ Server Network
- Published: Thursday, 01 November 2018 03:09
- Written by Super User
- Hits: 341
ໜ່ວຍງານ Server Network
ຫົວໜ້າ ໜ່ວຍງານ
ທ. ຂັນທະລີ ພັນທະມິດ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ: ປະລິນຍາຕີ
ເບີໂທ: 020
Email:
ໜ້າທີ່ຮັບຜິດຊອບ.
1) ຊີ້ນໍາ-ນຳພາຮອບດ້ານໃນການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງໜ່ວຍງານ.
2) ສະຫລຸບສັງລວມການຈັດຕັ້ງປະຕິບັດແຜນປະຈຳອາທິດ, ປະຈຳເດືອນ, ປະຈຳພາກ ແລະ ປະຈຳປີຂອງໜ່ວຍງານ.
3) ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານພາຍໃນໜ່ວຍງານ
4) ຄົ້ນຄວ້າ ແລະ ສ້າງນິຕິກຳກ່ຽວກັບການບໍລິຫານຄຸ້ມຄອງ ແລະ ບໍລິການອຸປະກອນ, ລະບົບໄອຊີທີທັງໝົດໂດຍສະເພາະທີ່ ກ່ຽວຂ້ອງກັບລະບົບການປະຕິບັດງານ ແລະ ລະບົບເຄືອຂ່າຍເຊັ່ນ: ນະໂຍບາຍກ່ຽວກັບການນຳໃຊ້ ແລະການເຂົ້າເຖິງ ລະບຽບ ກ່ຽວກັບການບໍລິຫານຄຸ້ມຄອງ,ການບໍລິການແລະ ການນຳໃຊ້ລະບົບເຄືອຄ່າຍແລະອຸປະກອນພາຍໃນຫ້ອງຄອມພິວເຕີຕ່າງໆ.
5) ເປັນກອງເລຂາ ແລະ ເສນາທິການລົງເລິກຄົ້ນຄວ້າ, ອອກແບບ, ພັດທະນາ, ຕິດຕັ້ງອຸປະກອນ ແລະ ລະບົບໄອຊີທີທັງໝົດ.
6) ລົງເລິກຊີ້ນຳວຽກງານບໍລິຫານຄຸ້ມຄອງ, ບຳລຸງຮັກສາ ແລະ ສ້ອມແປງ ລະບົບປະຕິບັດງານຂອງລະບົບຄອມພິວເຕີ ແລະ Servers ໂດຍລວມ ແລະ ໃນຫ້ອງ Server.
7) ຊີ້ນໍາວຽກງານບໍລິຫານຄຸ້ມຄອງ, ບຳລຸງຮັກສາ ແລະ ສ້ອມແປງ ລະບົບປະຕິບັດງານຂອງລະບົບເຄືອຂ່າຍແລະ ອຸປະກອນເສີມທີ່ຕິດພັນທັງໝົດ.
8) ຄົ້ນຄວ້າ, ພັດທະນາ ແລະ ບໍລິຫານຄຸ້ມຄອງລະບົບຄວາມປອດໄພຂອງອາຄານສະຖານທີ່, ອຸປະກອນ ແລະ ລະບົບໄອຊີທີ ທັງໝົດ.
9) ບໍລິການດ້ານວິຊາການໃຫ້ແກ່ສັງຄົມ.
10) ຂຶ້ນຫ້ອງສອນວິຊາ ICT ໃນໂຮງຮຽນ ມ.ສ ບ້ານໃໝ່ ຕາມການຊັບຊ້ອນຕາຕະລາງ.
11) ກວດກາ ຕິດຕາມ ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆຂອງຂະແໜງໃຫ້ຄະນະນຳຂອງສູນ.
12) ປະຕິບັດໜ້າທີ່ຕາມການມອບໝາຍຂອງຜູ້ອໍານວຍການສູນ.
ວິຊາການໜ່ວຍງານ
ທ.ສົມຕູ້ຍ ແກ້ວ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ:
ເບີໂທ:
Email:
ໜ້າທີ່ຮັບຜິດຊອບ.
1) ເປັນຜູ້ຊ່ວຍຫົວໜ້າໜ່ວຍງານໃນການຊີ້ນຳ ແລະ ຊ່ວຍພະນັກງານວິຊາການໜ່ວຍງານອື່ນໆໃນການ ຈັດຕັ້ງປະຕິບັດວຽກ ງານບໍລິຫານຄຸ້ມຄອງ, ບຳລຸງຮັກສາ ແລະ ສ້ອມແປງລະບົບປະຕິບັດງານຂອງລະບົບຄອມພິວເຕີແລະServers .
1) ຈັດຕັ້ງປະຕິບັດວຽກງານບໍລິຫານຄຸ້ມຄອງ, ບຳລຸງຮັກສາ ແລະ ສ້ອມແປງລະບົບປະຕິບັດງານຂອງລະບົບເຄື່ອຄ່າຍ ແລະ ອຸປະກອນເສີມທີ່ຕິດພັນທັງໝົດທັງພາຍໃນ ແລະ ພາຍນອກ.
2) ລົງເລິກຄົ້ນຄວ້າ, ອອກແບບ, ພັດທະນາ, ຕິດຕັ້ງອຸປະກອນ ແລະ ລະບົບໄອຊີທີທັງໝົດ.
3) ສ້າງຄູ່ມືກ່ຽວກັບການຕິດຕັ້ງອຸປະກອນ ແລະ ລະບົບເຄືອຂ່າຍ ແລະ ການການບຳລຸງຮັກສາ ແລະ ສ້ອມແປງອຸປະກອນ ແລະ ລະບົບເຄືອຂ່າຍ.
4) ບໍລິຫານຄຸ້ມຄອງບັນຊີອຸປະກອນທັງໝົດ.
5) ບໍລິຫານຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນການນຳໃຊ້ເຄືອຂ່າຍ.
6) ລົງເລິກຊີ້ນຳວຽກງານບໍລິຫານຄຸ້ມຄອງ, ບຳລຸງຮັກສາ ແລະ ສ້ອມແປງ ລະບົບປະຕິບັດງານຂອງ ລະບົບຄອມພິວເຕີ ແລະ Servers ໂດຍລວມ ແລະ ໃນຫ້ອງ Server:
7) ການບໍລິການຜູ້ຊົມໃຊ້ລວມທັງການຈັດຕັ້ງຝຶກອົບຮົມ.
8) ຮັບຜິດຊອບກວດເຊັກ ແລະ ບຳລຸງຮັກສາອຸປະກອນ ໄອທີ ຢູ່ໃນສູນ ແລະ ໂຮງຮຽນໃນເຄືອຂ່າຍ ( ມ.ສ ບ້ານໃໝ່ ).
9) ຂຶ້ນຫ້ອງສອນວິຊາ ICT ໃນໂຮງຮຽນ ມ.ສ ບ້ານໃໝ່ ຕາມການຊັບຊ້ອນຕາຕະລາງ.
10) ປະຕິບັດໜ້າທີ່ຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຜູ້ອຳນວຍການສູນ.