ຂໍ້ມູນ E-leaning
- Details
- Category: ໜ່ວຍງານ E-leaning
- Published: Thursday, 01 November 2018 02:37
- Written by Super User
- Hits: 455
ຫົວໜ້າໜ່ວຍງານ.
ນາງ ສີນວນ ສີຈອມເມືອງ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ ມ6
ວິຊາສະເພາະ: ປະລິນຍາຕີ
ສາຍ:
ເບີໂທ:
Email:
ໜ້າທີ່ຮັບຜິດຊອບ.
1) ຊີ້ນໍາ-ນຳພາຮອບດ້ານໃນການຈັດຕັ້ງປະຕິບັດວຽກງານໃນໜ່ວຍງານ.
2) ຄົ້ນຄ້ວານະໂຍບາຍ, ຮ່າງ ແລະ ສັງລວມແຜນງົບປະມານປະຈຳປີ; ສະຫລຸບສັງລວມການຈັດຕັ້ງປະຕິບັດແຜນປະຈຳອາທິດ, ປະຈຳເດືອນ, ປະຈໍາປີຂອງໜ່ວຍງານ.
3) ຄົ້ນຄວ້າ ແລະ ສ້າງນິຕິກຳກ່ຽວກັບການບໍລິຫານຄຸ້ມຄອງ ແລະບໍລິການລະບົບໄອຊີທີທັງໝົດ, ໂດຍສະເພາະທີ່ກ່ຽວຂ້ອງ ກັບ:ການຈັດຕັ້ງການຮຽນ - ການສອນໃນສູນ ແລະ ການປະຊຸມທາງໄກ.
4) ຮັບຜິດຊອບຕິດຕາມ, ເກັບກຳຂໍ້ມູນການຈັດຕັ້ງການຮຽນ - ການສອນຢູ່ໃນສູນ ເພື່ອລາຍງານຕໍ່ຂັ້ນເທິງ.
5) ມີໜ້າທີ່ປະສານງານກັບຂະແໜງE – learning ຂັ້ນກະຊວງໃນການປະຕິບັດວຽກງານຕ່າງໆຂອງສູນ.
6) ບໍລິຫານຄຸ້ມຄອງ ແລະ ການບໍລິການການຮຽນ-ການສອນແບບເອເລັກໂຕຣນິກ, ການປະຊຸມ ແລະການສົນທະນາຜ່ານລະບົບວີດີໂອຄອນເຟີແລນ, ຟໍຣັມ ແລະຜ່ານຈົດໝາຍເອເລັກໂຕຣນິກ; ແລະອື່ນໆ.
7) ຂຶ້ນຫ້ອງສິດສອນວິຊາເຄມີສາດ ໃນຫ້ອງຮຽນE-learning ( ຫ້ອງຮຽນທາງໄກ ) ຕາມການຈັດແບ່ງຕາຕະ ລາງ.
8) ເປັນຜູ້ຊ່ວຍຄູ ແລະ ນັກຮຽນໃນຊົ່ວໂມງເຮັດທົດລອງວິຊາເຄມີສາດໃນສູນ.
9) ຕິດຕາມ, ບໍາລຸງຮັກສາ, ຂຶ້ນແຜນຄວາມຕ້ອງການຊື້ ລາຍງານສະພາບອຸປະກອນທົດລອງ ໃນຫ້ອງທົດລອງເຄມີສາດຕໍ່ຂັ້ນ ເທິງ ເມື່ອມີບັນຫາ.
10) ກວດກາ ຕິດຕາມ ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຂອງໜ່ວຍງານໃຫ້ຄະນະນຳຂອງສູນ.
11) ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານພາຍໃນໜ່ວຍງານ.
12) ປະຕິບັດໜ້າທີ່ຕາມການມອບໝາຍຂອງຜູ້ອຳນວຍການສູນ.
ວິຊາການໜ່ວຍງານ
ນ.ນີດາວອນ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ ມ6
ວິຊາສະເພາະ:
ສາຍ:
ເບີໂທ:
Email:
ໜ້າທີ່ຮັບຜິດຊອບ.
1) ເປັນຜູ້ຊ່ວຍຫົວໜ້າໜ່ວຍງານໃນການບໍລິຫານຄຸ້ມຄອງ ແລະການບໍລິການ ການຮຽນ-ການສອນແບບເອເລັກໂຕຣນິກ, ການປະຊຸມ ແລະການສົນທະນາຜ່ານລະບົບວີດີໂອຄອນເຟີແລນ, ຟໍຣັມ ແລະຜ່ານຈົດໝາຍເອເລັກໂຕຣນິກ; ແລະອື່ນໆ.
2) ຊ່ວຍຫົວໜ້າໜ່ວຍງານໃນການຄົ້ນຄວ້າ ແລະສ້າງນິຕິກຳກ່ຽວກັບການບໍລິຫານຄຸ້ມຄອງ ແລະບໍລິການລະບົບໄອຊີທີທັງໝົດ, ໂດຍສະເພາະ ທີ່ກ່ຽວຂ້ອງກັບ: ການຈັດຕັ້ງການຮຽນ - ການສອນໃນສູນ, ການຮຽນ ແລະ ການປະຊຸມທາງໄກ.
3) ມີໜ້າທີ່ປະສານງານກັບໜ່ວຍງານ ຄຸ້ມຄອງເຄືອຂ່າຍ ແລະ ບຳລຸງຮັກສາໃນການຄຸ້ມຄອງນຳໃຊ້ລະບົບ Video Conference.
4) ມີໜ້າທີ່ພັດທະນາຄຸ້ມຄອງການບໍລິການລະບົບຖານຂໍ້ມູນສຶກສາເຊັ່ນ: download ຂໍ້ມູນຕ່າງໆມາ upload ຂຶ້ນໃນ ລະບົບຖານຂໍ້ມູນ; ຕັດຕໍ່ຮູບພາບ,ວີດີໂອ ອອກແບບໂລໂກຕ່າງໆເພື່ອໂຄສະນາ...
5) ຊ່ວຍຫົວໜ້າໜ່ວຍງານເກັບກຳຂໍ້ມູນການຈັດຕັ້ງການຮຽນ - ການສອນຢູ່ໃນສູນ ເພື່ອລາຍງານຕໍ່ຂັ້ນເທິງ.
6) ຄົ້ນຄ້ວາ, ພັດທະນາປຶ້ມຄູ່ມືໃນ ການນຳໃຊ້ ICT, ຈັດຕັ້ງເຝິກອົບຮົມໃຫ້ຄູ ແລະ ພະນັກງານໃນການນຳໃຊ້ ICT.
7) ຂຶ້ນຫ້ອງສອນວິຊາ ICT ໃນໂຮງຮຽນ ມ.ສ ບ້ານໃໝ່ ຕາມການຊັບຊ້ອນຕາຕະລາງ.
8) ບໍລິການດ້ານວິຊາການໃຫ້ແກ່ສັງຄົມ.
9) ປະຕິບັດວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຄະນະອໍານວຍການສູນ.