ຂໍ້ມູນບໍລິຫານ
- Details
- Category: ໜ່ວຍງານບໍລິຫານ
- Published: Thursday, 01 November 2018 02:16
- Written by Super User
- Hits: 436
ຜູ້ອຳນວຍການສູນ
ທ່ານ ສົມພອນ ວິໄລຈິດ
1. ຊີ້ນຳວຽກງານຮອບດ້ານຂອງສູນໄອທີ (ແນວຄິດການເມຶອງ, ການຈັດຕັ້ງ ແລະ ວິຊາກຳນ ກໍານົດທິດທາງໃນການຈັດຕັ້ງປະຕິບັດຕ່າງໆ.
2. ຊີ້ນຳ ນຳພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິແຜນການ, ແຜນງານ,ໂຄງການພັດທະນາສືກສາ ແລະ ກິລາ, ຂໍ້ກຳນົດ, ກົດລະບຽບຕ່າງໆຂອງສູນໄອຊີທີ, ພະແນກສຶກທິການ ແລະ ກິລາແຂວງ, ກະຊວງສຶກສາທິການ ແລະ ກິລາ.
3. ສ້າງ ແລະ ປັບປຸງນິຕິກຳຕ່າງໆກ່ຽວກັບວຽກງານເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະກິລາ ພາຍໃນສູນໄອຊີທີຂັ້ນແຂວງ.
4. ຮັບຜິດຊອບວຽກງານວາງແຜນການ, ຈັດຕັ້ງປະຕິແຜນການ ແລະ ປະເມີນຜົນວຽກງານພາຍໃນສູນໄອຊີທີ.
5. ຊີ້ນຳໜ່ວຍງານບໍລິຫານ ແລະ ໜ່ວຍງານຂຸ້ມຄອງເຄືອຂ່າຍ ແລະບຳລຸງຮັກສາ.
6. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງທ່ານຄະນະພະແນກສຶກສາທິການ ແລະ ກິລາແຂວງ.
ຮັກສາການຮອງຜູ້ອຳນວຍການສູນ
ທ່ານ ຄຳອ່ອນ ເພັງສາຄອນ
1. ຊ່ວຍຜູ້ອໍານວຍການສູນໃນການຊີ້ນໍາ-ນໍາພາ ວຽກງານຮອບດ້ານສູນ.
2.ຄຸ້ມຄອງ ແລະບໍາລຸງຮັກສາອຸປະກອນ ແລະ ລະບົບ ICT ທັງໝົດຂອງສູນໄອຊີທີ ແລະ ພະແນກສຶກສາທິການ ແລະ ກິລາແຂວງ.
3. ອອກແບບການພັດທະນາ, ການຕິດຕັ້ງ, ປັບປຸງ, ສ້ອມແປງອຸປະກອນ ແລະ ລະບົບ ICT ທັງໝົດຂອງສູນໄອຊີທີ ແລະ ພະແນກສຶກສາທິການ ແລະ ກິລາແຂວງ.
4. ຄົ້ນຄວ້າ, ຄຸ້ມຄອງເຕັກນິກກ່ຽວກັບລະບົບເຕັກໂນໂລຊີຂ່າວສານ ແລະການສື່ສານການສືກສາ ແລະ ກິລາແຂວງ.
5. ປະຕິບັດທິດຊີ້ນໍາຂອງສູນເຕັກໂນໂລຊີຂ່າວສານ, ການສື່ສານ ການສືກສາ ແລະ ກິລາ ຂອງກະຊວງສືກສາທິການ ແລະ ກິລາ, ພະແນກສືກສາທິການ ແລະ ກິລາແຂວງ ເພຶ່ອຜັນຂະຫຍາຍລະບົບເຄື່ອຂ່າຍສໍາລັບວຽກງານການສື່ສານ ແລະ ກິລາໃຫ້ເຊື່ອມຕໍ່ກັນໄດ້ໄວ ແລະ ທັນການລະຫວ່າງເມືອງກັບແຂວງບໍ່ວ່າປະລິມານກໍ່ຄືຄຸນນະພາບ
6. ເປັນໃຈກາງປະສານງານລະຫວ່າງກະຊວງສືກສາ, ລາຍງານຄຸນນະພາບການຄຸ້ມຄອງ ແລະ ການບໍລິການນຳສົ່ງຂໍ້ມູນການສືກສາຂັ້ນແຂວງຕໍ່ກະຊວງສືກສາໃຫ້ວ່ອງໄວ ແລະ ທັນການ
7. ຂື້ນແຜນບໍາລຸງ, ຝືກອົບຮົມໄລຍະສັ້ນ 3 ເດືອນ, 6 ເດືອນກ່ຽວກັບວຽກງານໄອທີໃຫ້ແກ່ພະນັກງານຄູ, ພະນັກງານຫ້ອງການສືກສາເມືອງເພື່ອສະດວກໃນການນຳໃຊ້ເຄື່ອງໄອທີເຂົ້າໃນວຽກງານສືກສາໃຫ້ໄດ້ດີ.
8. ຕິດຕາມ, ກວດກາ,ປະເມີນ,ສະຫຼຸບ ແລະ ລາຍງານສ່ອງແສງປະຈຳອາທິດ, ປະຈໍາວັນ, ປະຈໍາ 3ເດືອນ 6ເດືອນ ແລະປະຈໍາປີ ໃນການຈັດຕັ້ງປະຕິບັດແຜນພັດທະນາ ແລະ ຜົນງານການເຄື່ອນໄຫວປະຈໍາປີສູນຮັບຜິດຊອບ ໃຫ້ແກ່ພະແນກສືກສາທິການ ແລະ ກິລາແຂວງ
9. ອອກແບບຕາຕະລາງຮຽນສອນຮ່ວມກັບ ມສ ສະຫວັນ, ສັນຫາຄູສອນແຕ່ລະວິຊາ,ຕິດຕາມ,ກວດກາ,ປະເມີນຄູສອນ ແລະຜົນງານເພື່ອຍ້ອງຍໍຜູ້ດີເດັ່ນ, ຖອດຖອນບົດຮຽນໃຫ້ພະນັກງານ;
10. ກະກຽມເປິດກອງປະຊູມຮ່ວມກັບຜູ້ປົກຄອງນັກຮຽຕາມແຜນຂອງສູນ, ກອງປະຊຸມປະຈໍາປີ, ສະຫຼຸບແລະ ຖອດຖອນບົດຮຽນ
11.ຊີ້ນໍາໜ່ວຍງານຄຸ້ມຄອງການສືກສາ ແລະ ກິລາແບບເອເລັກໂຕນິກ ແລະ ໜ່ວຍງານພັດທະນາ ແລະຄຸ້ມຄອງການຮຽນ ການສອນແບບເອເລັກໂຕຮນິກ.
12.ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຜູ້ອໍານວຍການສູນ
ໜ່ວຍງານ ບໍລິຫານ
ນາງ ພອນແກ້ວ ສຸລີກອນ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ: ມ
ວິຊາສະເພາະ: ປະລິນຍາຕີ
ສາຍ: ຄູພາສາອັງກິດ
ເບີໂທ: 020
Email:
ໜ້າທີ່ຮັບຜິດຊອບ.
ເປັນຜູ້ຊ່ວຍ ແລະ ເປັນເສນາທິການໃຫ້ແກ່ຜູ້ອຳນວຍການສູນ ມີໜ້າທີ່ດັ່ງນີ້:
1) ຊີ້ນໍາ-ນຳພາຮອບດ້ານໃນການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງໜ່ວຍງານບໍລິຫານ.
2) ເປັນເສນາທິການ ແລະເປັນໃຈກາງໃຫ້ແກ່ຜູ້ອຳນວຍການສູນໃນການປະສານສົມທົບກັບ ທຸກໆພາກສ່ວນໃນການບໍລິຫານຄຸ້ມຄອງ ແລະ ບໍລິການວຽກງານຂອງສູນ.
3) ເປັນຫົວໜ້າກອງເລຂາ ແລະ ເປັນເສນາທິການ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າສັງລວມທຸກວຽກຂອງສູນ.
4) ຮັບຜິດຊອບວຽກງານແຜນການ, ການເງິນວຽກງານສະຖິຕິຂໍ້ມູນຂ່າວສານທັງໝົດ; ເປັນກອງເລຂາໃນການຄົ້ນຄ້ວານະໂຍບາຍ ແລະ ແຜນຍຸດທະສາດ; ຄົ້ນຄວ້າ, ຮ່າງ ແລະ ສັງລວມແຜນງົບປະມານປະຈຳປີ; ສະຫລຸບສັງລວມການຈັດຕັ້ງປະຕິບັດ ແຜນປະຈຳອາທິດ, ປະຈຳເດືອນ, ປະຈຳພາກ ແລະປະຈຳປີຂອງສູນ.
5) ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານພາຍໃນໜ່ວຍງານ.
6) ຕິດຕາມການປະຕິບັດວຽກງານຂອງແຕ່ລະໜ່ວຍງານ.
7) ຮັບຜິດຊອບຄັງເງິນລວມຂອງສູນ
8) ປະຕິບັດວຽກງານອື່ນຕາມການມອບໝາຍຂອງຜູ້ອຳນວຍການສູນ
ນາງ ອີນຄຳ ບຸດທະສອນ
ວັນ,ເດືອນ,ປີເກີດ:
ລະດັບການສຶກສາ ມ6
ວິຊາສະເພາະ:
ເບີໂທ:
Email:
ໜ້າທີ່ຮັບຜິດຊອບ.
1) ເປັນຜູ້ຊ່ວຍຫົວໜ້າໜ່ວຍງານໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສວຍງາມຂອງອາຄານສະຖານທີ່.
2) ເປັນຜູ້ຊ່ວຍຫົວໜ້າໜ່ວຍງານ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງສູນ.
3) ຮັບຜິດຊອບວຽກງານວຽກງານຂາເຂົ້າ-ຂາອອກ, ວຽກງານເລຂານຸການ, ວຽກງານພິທີການ, ວຽກງານປະ ດັບປະດາ ແລະ ຂ່າວສານ, ວຽກງານງົບປະມານ, ບັນຊີ, ການຈັດຊື້ ສະໜອງອຸປະກອນ.
4) ຮັບຜິດຊອບເກັບກຳບັນຊີລາຍການອຸປະກອນຕ່າງໆໃນສູນ ໂດຍໃຫ້ມີບັນຊີລວມ ແລະບັນຊີແຍກປະເພດເຊັ່ນ: ອຸປະກອນ ໄອທີ, ອຸປະກອນໄຟຟ້າ, ອຸປະກອນເຟີນີເຈີ ແລະອື່ນໆ
5) ບໍລິຫານຄຸ້ມຄອງອາຄານສະຖານທີ່: ຕິດຕາມການທຳລາຍມ້າງເພ, ງັດແງະ, ກວດສອບລະບົບໄຟຟ້າ, ລະບົບນ້ຳປະປາ, ລະບົບປ້ອງກັນອັກຄີໄພຕ່າງໆຢ່າງເປັນປົກກະຕິ;
6) ກະກຽມບໍລິການຫ້ອງປະຊູມ ແລະ ອຸປະກອນ ຮັບໃຊ້ໃຫ້ແກ່ການຈັດກອງປະຊຸມ, ການຝຶກອົບຮົມ ແລະ ການຮຽນ-ການສອນ.
7) ບໍລິຫານຄຸ້ມຄອງ ແລະ ບໍລິການການນຳໃຊ້ລະບົບກະແຈສຳລັບທຸກໆຫ້ອງ.
8) ຊ່ວຍຈັດສົ່ງເອກະສານທາງລັດຖະການໄປບ່ອນຕ່າງໆ.
9) ຂຶ້ນແຜນຊື້ເຄື່ອງຮັບໃຊ້ວຽກງານອະນາໄມ ແລະ ອະນາໄມລວມ; ເປັນເຈົ້າໃນການວາງແຜນ ແລະ ຈັດຕັ້ງປະຕິບັດການອອກແຮງງານລວມຂຶ້ນແຜນອະນາໄມແຕ່ລະອາທິດໃຫ້ນັກຮຽນຫ້ອງ E-learning ໃນສູນ(ສົ່ງໃຫ້ຄູປະຈຳຫ້ອງກ່ອນທຸກໆວັນພຸດ)
10) ສະຫຼຸບສະພາບການເງິນ ( ລາຍຮັບ - ລາຍຈ່າຍ )ຂອງສູນລາຍງານຕໍ່ພະນັກງານໃນສູນ ແລະ ຂະແໜງ ບໍລິຫານເປັນປົກ ກະຕິ 3 ເດືອນ ຕໍ່ຄັ້ງ.
11) ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຄະນະອຳນວຍການສູນ.