ການແຂງຂັນກິລາກະຕໍ້ຫວາຍ
- Details
- Category: ຂ່າວກິລາ
- Published: Monday, 10 December 2018 07:15
- Written by Super User
- Hits: 304
ການແຂງຂັນກິລາກະຕໍ້ຫວາຍ
ການສ້າງຂະບວນການເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2018 ຄົບຮອບ 43 ປີ ແມ່ນໄດ້ເລີ່ມ
ສ້າງຂະບວນການແຕ່ວັນທີ່ 5-6 ທັນວາ 2018 ເຊີ່ງການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື່:
- ໄລຍະທີ່ 1 ວັນທີ 5 ທັນວາ 2018 ແມ່ນໄດ້ຈັດການແຂ່ງຂັນກິລາເປຕັງ ເພື່ອພົບປະສ້າງສັນລະຫ່ວາງ ການນໍາ
ພະແນກສຶກສາທິການ ແລະ ກິລາແຂວງ, ອາດີດການນຳ ການນໍາເມືອງບຸນເໜືອ ແລະ ໂຄງການພັດທະນາເທດສະບານແຂວງ ເພື່ອສະເຫຼີ່ມສະຫຼອງວັນຊາດທີ 2 ທັນວາ 2018. ເຊີ່ງຈຳນວນນັກກິລາເຂົ້າຮ່ວມທັງໝົດ 24 ທ່ານ./ ຍີງ 0
- ໄລຍະທີ 2 ວັນທີ 6 ທັນວາ 2018 ແມ່ນໄດ້ຈັດການແຂ່ງກິລາ 3 ປະເພດຄື: ກິລາ ເປຕັງ ປະສົມຍີງ-ຊາຍ,
ກິລາຕິດອກປີກໄກ່ ແລະ ກິລາກະຕໍ້ຫວາຍ ເຊີ່ງມີນັກກິລາຈາກບັນດາພະແໜງການ, ສຸນ ແລະ ໂຮງຮຽນອ້ອມຂ້າງພະແນກສຶກສາທິການ ແລະ ກິລາເຂົ້າຮ່ວມດັ່ງນີ້:
- ກິລາຕີດອກປີກໄກ່ປະກອບມີ 8 ທີມ.
- ກິລາເປຕັງປະສົມຍີງ-ຊາຍປະກອບມີ 14 ທີມ.
- ກິລາກະຕໍ້ຫວາຍປະກອບມີ 5 ທີມ
- ລວມນັກກິລາເຂົ້າຮ່ວມທັງໝົດແມ່ນ 84 ທ່ານ; ຍີງ 5 ທ່ານ.
- ຜົນການແຂ່ງຂັນ.
- ຜົນການແຂ່ງຂັນກິລາເປຕັງ( ໄລຍະທີ່ 1 ຂອງວັນທີ 5 ທັນວາ 2018 ມີດັ່ງນີ້:
- ອັນດັບທີ່ 1 ໂຄງການພັດທະນາເທດສະບານ 1.
- ອັນດັບທີ່ 2 ອາດີດການນໍາເມືອງບຸນເໜືອ 2.
- ອັນດັບທີ່ 3 ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ 2 .
- ຜົນການແຂ່ງຂັນກິລາ 3 ປະເພດ ( ໄລບະທີ 2 ) ຂອງວັນທີ 6 ທັນວາ 2018 ມີດັ່ງນີ້:
- ປະເພດກິລາດອກປີກໄກ່ ຊາຍ
- ອັນດັບທີ່ 1 ໂຮງຮຽນເຕັກນີກ ວິຊາຊີບແບບປະສົມແຂວງ.
- ອັນດັບທີ່ 2 ຂະແໜງພະລະ-ສີລະປະສຶກສາ.
- ອັນດັບທີ່ 3 ມສ ສາມັນ ກີນນອນຊົນເຜົ່າ.
- ປະເພດກິລາກະຕໍ້ຫວາຍ ຊາຍ.
- ອັນດັບທີ່ 1 ສຸນໄອຊິທີ.
- ອັນດັບທີ່ 2 ສຸນນິເທດ.
- ອັນດັບທີ່ 3 ຂະແໜງກິລາ-ກາຍຍະກໍາມວນຊົນ.
- ປະເພດກິລາເປຕັງປະສົມ ຍີງ-ຊາຍ.
- ອັນດັບທີ່ 1 ສຸນໄອຊີທີ
- ອັນດັບທີ່ 2 ຂະແໜງກວດກາ ປະເມີນຜົນ
- ອັນດັບທີ່ 3ຂະແໜງອະຊິວະ ສຶກສາ
ຕໍ່ໄປຂໍຮຽນເຊີ່ນທ່ານ ສານວັນໄຊ ແສງມະນີ ກຳມະການພັກແຂວງ ສະມາຊີກສະພາປະຊາຊົນຂັ້ນແຂວງ ຫົວ
ໜ້າພະແນກສຶກສາທິການ ແລະ ກິລາຂື້ນມອບລາງວັນປະເພດຕ່າງໆ ຂໍຮຽນເຊີນ..........
ວາລະການມອບຂັນລາງວັນໃກ້ຈະສີ້ນສຸດແລັວ ຂໍສະແດງຄວາມຮຸ້ບູນຄຸນມາຍັງທ່ານ ສານວັນໄຊ ແສງມະນີ ກຳມະການພັກແຂວງ ສະມາຊີກສະພາປະຊາຊົນຂັ້ນແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ຂໍໃຫ້ທ່ານ ມີສຸຂະພາບ ພາລານາໄມແຂງແຮງ, ມີຄວາມຜາສຸກສ່ວນຕົວ ແລະ ຄອບຄົວ.
ຂໍຂອບໃຈ.
ຂ່າວໂດຍ: ອຈ ບຸນເກີດ ໃຈຕະວັນ