ກອງປະຊຸມຖອດຖອນບົດຮຽນ
- Details
- Category: ຂ່າວກອງປະຊຸມ
- Published: Monday, 10 February 2020 01:45
- Written by Super User
- Hits: 230
ສູນ ICT ແຂວງຜົ້ງສາລີ,ແຂວງອຸດົມໄຊ,ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ພົບປະແລກປ່ຽນບົດຮຽນວຽກງານດ້ານການຄຸ້ມຄອງ ICT
ສູນໄອຊີທີ 4 ແຂວງພາກເໜືອຄື: ແຂວງ ຜົ້ງສາລີ, ແຂວງ ບໍ່ແກ້ວ, ແຂວງ ອຸດົມໄຊ ແລະ ແຂວງ ຫຼວງນ້ຳທາ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ແລະ ສະຫຼຸບຖອດຖອນບົດຮຽນ ພ້ອມທັງວາງທິດທາງແຜນການວຽກງານດ້ານການຄຸ້ມຄອງ,ການຈັດການ,ການບໍລິການ ແລະ ການບໍາລຸງຮັກສາໄອຊີທີຂອງສູນໃນ 4 ແຂວງພາກເໜືອ.
ກອງປະຊຸມດັ່ງກ່າວໄດ້ເປີດຂື້ນຢ່າງເປັນທາງການໃນທ້າຍອາທິດທີ່ຜ່ານມາ ທີ່ຫ້ອງປະຊຸມຂອງ ສູນໄອຊີທີ ແຂວງຜົ້ງສາລີ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ຊາຍຄຳ ຍິນສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຜູ້ຊີ້ນຳ,ມີຜູ້ອຳນວຍການ ໂຮງຮຽນເຕັກນິກວິຊາຊີບແບບປະສົມ,ຜູ້ອຳນວຍການ ໂຮງຮຽນອ້ອມຂ້າງ, ຜູ້ອຳນວຍການສູນໄອຊີທີ ຈາກ 4 ແຂວງພາກເໜືອ,ຕະຫຼອດຮອດວິຊາການ ພາຍໃນສູນຂອງ 4ແຂວງແລະແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຖອດຖອນ ແລະ ພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້ທີ່ສູນໄອຊີທີ ແຂວງຜົ້ງສາລີເປັນເຈົ້າພາບນັ້ນແມ່ນເປັນຄັ້ງທີ່ສອງ ເຊີ່ງທັດຈາກແຂວງອຸດົມໄຊເປັນເຈົ້າພາບໃນປີທີ່ຜ່ານມາ ເຊີ່ງກອງປະຊຸມດັ່ງກ່າວ ທັງ4 ແຂວງພາກເໜືອ ຄື ແຂວງຜົົ້ງສາລີ,ແຂວງອຸດົມໄຊ,ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາຈະພັດປ່ຽນກັນເປັນເຈົ້າພາບໃນການຈັດກອງປະຊຸມ ແລະ ກອງປະຊຸມດັ່ງກ່າວກໍ່ໄດ້ມີການການສະຫຼຸບວຽກງານຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າກ່ຽວກັບການຈັດການ,ການບໍລິການ,ຄຸ້ມຄອງ ແລະ ການບຳລຸງຮັກສາ ບັນດາເຄື່ອງເອເລັກໂທຣນິກຕ່າງໆ ພາຍໃນສູນ ຂອງບັນດາສຸນໃນ 4 ແຂວງທີ່ເຂົ້າຮ່ວມ.
ໃນກອງປະຊຸມບັນດາພະນັກງານສູນຂອງແຕ່ລະສູນກໍ່ໄດ້ ປະກອບຄຳເຫັນຕ່າງໆໃສ່ບົດສະຫຼຸບ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາເພື່ອເຮັດໃຫ້ບັນດາສູນທີ່ປະຈຳຢູ່ພາຍໃນແຂວງ ຂອງ 4ແຂວງນັ້ນໄດ້ມີຄວາມເອກະພາບ ດ້ານການບໍລິການ,ການຄຸ້ມ ແລະ ການນຳໃຊ້ເພື່ອເຮັດໃຫ້ມີຄວາມຮັບປະກັນໃນການຈັດການຮຽນກ-ການສອນໃນສູນນັ້ນມີຄວາມເຂັ້ມແຂງ,ມີຄຸນນະພາບ ແລະ ທັນສະໄໝໄປ ເທື່ອລະກ້າວ
ໂດຍ: ສົມສະນິດ ຕັນສະຄອນ