ກອງປະຊູມລົງຕິດຕາມ ແລະ ຊູກຍູ້ທາງດ້ານວິຊາການວຽກງານໄອຊີທີ
- Details
- Category: ຂ່າວກອງປະຊຸມ
- Published: Wednesday, 20 February 2019 04:06
- Written by Super User
- Hits: 286
ສູນໄອຊີທີ ສູນກາງລົງຕິດຕາມ,ຊຸກຍູ້ ວຽກງານວິຊາການດ້ານໄອທີ ສຳລັບການສຶກສາ ແລະ ກິລາ ທີ່ສູນໄອຊີທີ ແຂວງຜົ້ງສາລີ.
ໃນລະຫວ່າງ ວັນ 13 - 15 ກຸມພາ ທີ່ຜ່ານມານີ້ທາງສູນກາງໄອຊີທີ ໄດ້ເຄື່ອນໄຫວລົງຕິດຕາມ ແລະ ຊຸກຍູ້ດ້ານວິຊາການຂອງໄອຊີທີສຳລັບການສຶກສາ ແລະ ກິລາທີ່ແຂວງຜົ້ງສາລີ.ທີມງານດັ່ງກ່າວ ນຳໂດຍທ່ານ ພູເຂົາກ້າ ສັກລໍຄຳ ວ່າການແທນ ສູນໄອຊີທີສູນກາງ ພ້ອມດ້ວຍວິຊາການ ແລະ ເປັນການໃຫ້ກຽດຕ້ອນຮັບຂອງທ່ານ ສົມພອນ ວິໄລຈິດ ຜູ້ອຳນວຍການສູນໄອຊີທີແຂວງຜົ້ງສາລີ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນ,ຮອງຫົວໜ້າຂະແໜງ,ຫົວໜ້າສູນ ພາຍໃນພະແນກສຶກສາ ແລະ ກິລາ, ວິຊາການພາຍໃນສູນເຂົ້າຮ່ວມ.
ໃນວາລະກ່ອນ ອື່ນທ່ານ ສົມພອນ ວິໄລຈິດ ຜູ້ອຳນວຍການສູນໄອຊີທີ ແຂວງຜົ້ງສາລີ ໄດ້ຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າເຊີ່ງໃນນັ້ນໄດ້ມີຜົນງານທີ່ຜົ້ນເດັ່ນທີທາງສູນໄອຊີທີແຂວງຜົ້ງສາລີສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ນັ້ນຄື: ສາມາດບັນລຸການກຶກຄອມພິວເຕີຂັ້ນພື້ນຖານໃຫ້ແກ່ນັກຮຽນ ແລະ ຄູອາຈານ ແລະ ພະນັກງານພາຍໃນພະແນກສຶກສາ ແລະ ກິລາແຂວງ, ສຳເລັດການສ້າງເວັບໄຊ້ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງ ທົ່ວແຂວງຜົ້ງສາລີ, ສາມາດສ້າງໃຫ້ຄູ-ອາຈານຈັດການຮຽນ-ການ
ສອນແບບອີເລັກໂທຣນິກເຂົ້າຊ່ວຍ,ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນພາຍໃນສູນໄດ້ຕາມເປົ້າໝາຍ.
ການລົງຕິດຕາມກວດກາຂອງສູນໄອຊີທີ ສູນການງໃນຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ວຽກງານວິຊາການດ້ານໄອຊີທີ ກໍຄືການຈັດການຮຽນ-ການສອນໂດຍນຳໃຊ້ເຄື່ອງມື ອິີເລັກໂທຣນິກເຂົ້າຊ່ວຍເພື່ອພັດທະນາການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນ ພ້ອມທັງຕິດຕາມ ແລະ ກວດກາເຄື່ອງອຸປະກອນເຄື່ອງອີເລັກໂທຣນິກຕ່າງໆພາຍໃນສູນໄອຊີທີ ເພື່ອບຳລຸງຮັກສາ,ປັບປຸງ ແລະ ແກ້ໄຂ.