

ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ຄັດເລືອກໄດ້ນັກຮຽນເກັ່ງຜູ້ທີ່ຈະເປັນຕົວແທນເຂົ້າຮ່ວມສອບເສັງໃນທົ່ວປະເທດ.
ເພື່ອປະຕິບັດຕາມຄຳສັ່ງແນະນຳຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດຂອງສາຍສາມັນສຶກສາປະຈຳສົກຮຽນ 2019-2020 ສະບັບເລກທີ 6082/ສສກ,ລົງວັນທີ 21 ຕຸລາ 2019ນັ້ນ ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີໄດ້ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາ ຄື: ຊັ້ນປະຖົມສຶກສາ ປ5,ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ຊັ້ນມັດທະຍົມສຶກສາຕອນປາຍ ມ7 ຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 24-26 ກຸມພາ 2020 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ໂດຍ ການເປັນປະທານຂອງ ທ່ານ ຊາຍຄຳ ຍິນສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ,ມີ ທ່ານ ສິດ ປິຕິສັກ ຫົວໜ້າຂະແໜງ ສາມັນສຶກສາ,ມີພະນັກງານວິຊາການ,ຄະນະຮັບຜິດຊອບ,ຄູອາຈານ,ຜູ້ນຳພານັກຮຽນ ແລະ ນັກຮຽນຜູ້ຕາງໜ້າໃຫ້ແຕ່ລະລາຍວິຊາ ໃນ 7ເມືອງທົ່ວແຂວງຜົ້ງສາລີເຂົ້າຮ່ວມ.
ການສອບເສັງແຂ່ງຂັນນັກຮຽນເກັ່ງແມ່ນເປັນກິດຈະກຳສຳຄັນ ແລະ ເປັນບູລິມະສິດໜຶ່ງຂອງຂະແໜງການສຶກສາເຊີ່ງມີການປະຕິບັດມາຢ່າງຕໍ່ເນື່ອງໃນແຕ່ລະສົກຮຽນ ກິດຈະກຳດັ່ງກ່າວກໍເພື່ອເປັນການກະຕຸກສຸກຍູ້ ແລະ ສົ່ງເສີມຂະບວນການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນໃນໂຮງຮຽນຕາມ 3 ລັກສະນະ 5 ຫຼັກມູນ ໃຫ້ມີຄວາມເບີກບານມ່ວນຊື່ນ,ຫ້າວຫັນຕັ້ງໜ້າເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະຢ່າງຂະຫຍັນຂັນແຂ່ງ,ສ້າງໃຫ້ນັກຮຽນມີພອນສະຫວັນໄດ້ສະແດງອອກໃນດ້ານຄວາມຮູ້ ແລະ ຄວາມສາມາດຄວາມຄິດປະດິດສ້າງ ແລະ ຮັບປະກັນໃນການປະຕິບັດໂຄງການຫຼັກສູດໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ປັບປຸງຄຸນນະພາບການສຶກສາໃຫ້ສູງຂື້ນເທື່ອລະກ້າວ.
ສຳລັບວິຊາທີ່ຈັດເຂົ້າໃນການສອບເສັງແຂ່ງຂັນນັກຮຽນຮຽນເກັ່ງຄັ້ງນີ້ວິຊາຄື: ຊັ້ນປະຖົມສຶກສາ ປ5 ມີວິຊາ ພາສາລາວ-ວັນນະຄະດີ,ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ ແລະ ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ມັດທະຍົມສຶກສາຕອນປາຍ ມ7 ມີ4 ວິຊາຄື: ພາສາລາວ-ວັນນະຄະດີ,ວິຊາຄະນິດສາດ,ວິຊາເຄມີສາດ ແລະ ວິຊາຝິຊິກສາດ.
Read more ...