- Details
- Published: Sunday, 12 June 2016 13:04
- Written by Super User
ການສະກັດກັ້ນການປອມແປງປະກາສະນິຍະບັດ, ຢັ້ງຢືນການຮຽນ
1 ກ່ອນຈະຮັບລັດຖະກອນໃໝ່ການຈັດຕັ້ງທຸກຂັ້ນໃນຂະແໜງການສຶກສາ ແລະ ກິລາ, ຕ້ອງເຂັ້ມງວດໃນການກວດກາປະກາສະນິຍະບັດ, ໂດຍສົມທົບກັບພາກສ່ວນທີ່ຄຸ້ມຄອງ ແລະ ອອກປະກາສະນິຍະບັດ;
2 ກ່ອນຈະຮັບນັກຮຽນ-ນັກສຶກສາ ແລະ ພະນັກງານ ເຂົ້າຮຽນສະຖາບັນການສຶກສາທຸກຊັ້ນທຸກສາຍທັງພາກລັດ, ພາກເອກະຊົນ ຕ້ອງເຂັ້ມງວດໃນການກວດກາປະກາສະນິຍະບັດ ໂດຍສົມທົບກັບພາກສ່ວນທີ່ຄຸ້ມຄອງ ແລະ ອອກປະກາສະນິຍະບັດ;
3 ໃຫ້ກົມວິຊາການ, ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນທີ່ຄຸ້ມຄອງການອອກປະກາສະນິຍະບັດ,ຕ້ອງສ້າງຖານຂໍ້ມູນ, ເວັບໄຊ ເພື່ອເກັບກໍາຂໍ້ມູນນັກຮຽນທີ່ເຂົ້າຮຽນ ແລະ ຮຽນຈົບຊັ້ນ ພ້ອມທັງຕ້ອງມີປື້ມຕິດຕາມການຮຽນຂອງນັກຮຽນ-ນັກສຶກສາຢ່າງຄົບຖ້ວນ.