ກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງປະຕິບັດວຽກງານ 03 ດີ
ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາໄດ້ຈັດກອງປະຊຸມເຜີຍແຜ່ ແລະ ການຈັດຕັ້ງປະຕິບັດວຽກງານ 03 ດີ(ການເປັນເສນາທິການທີ່ດີ,ການປະສານງານດີ ແລະ ບໍລິການຮັບໃຊ້ທີ່ດີ) ແລະ ສະຫຼຸບຖອດຖອນບົດຮຽນວຽກງານບໍລິຫານຫ້ອງການຂັ້ນມະຫາພາກ ແລະ ຈຸລະພາກ ລະຫວ່າງກົມການສຶກສາຊັ້ນສູງ, 04 ມະຫາວິທະຍາໄລ ແລະ ກົມທີ່ກ່ຽວຂ້ອງ ຂື້ນທີ່ສະໂມສອນເຂື່ອນໄຟຟ້າ, ທ່າລາດ, ແຂວງວຽງຈັນ ໃນລະຫວ່າງວັນທີ 08-12 ກໍລະກົດ 2019 ໂດຍການເປັນປະທານຂອງ ທ່ານ ຮສ.ປອ. ຫຼ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ