ການລົງສຳຫຼວດເກັບຂໍ້ມູນສະຖິຕິ ຢູ່ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ
ໃນວັນທີ 8 ມັງກອນ 2018 ກົມການສຶກສາຊັ້ນສູງ ຮ່ວມກັບ ກົມແຜນການ, ກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງສຳຫຼວດເກັບຂໍ້ມູນສະຖິຕິ ຢູ່ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ, ເພື່ອເກັບກຳຈຳນວນ ຄູສອນຜູ້ທີ່ມີໜ້າຕົວຈິງ, ຄູອາສາສະໝັກ, ຄູຮັບເຊີນ, ເກັບກຳຈຳນວນຄູເຫຼືອ-ບໍ່ພໍ, ຈຳນວນລັດຖະກອນຄູທີ່ສູນເສຍໃນຮູບການຕ່າງໆ ໂດຍຂໍ້ມູນດັ່ງກ່າວຈະເປັນບ່ອນອີງໃຫ້ແກ່ຄະນະນຳກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານຕໍ່ລັດຖະບານໃນການສະເໜີຂໍຈຳນວນຕົວເລກ (ໂກຕ້າ) ລັດຖະກອນ, ເພື່ອຊອກຫາວິທີການແກ້ໄຂສະພາບບັນຫາຄູເຫຼືອ-ບໍ່ພໍ, ຄູອາສາສະໝັກ ແລະ ເປັນຂໍ້ມູນອ້າງອີງໃນການແບ່ງປັນຕົວເລກລັດຖະກອນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ.