ພິທີກວດກາ ແລະ ມອບຮັບລົດເພື່ອຮັບໃຊ້ໃນການຈັດຕັ້ງປະຕິບັດວຽກງານຂອງໂຄງການ SSHEP
ໃນຕອນເຊົ້າຂອງ ວັນທີ 23 ກໍລະກົດ 2018, ເວລາ 09:00 ໂມງ ທີ່ບໍລິສັດ ລາວໂຕໂຍຕ້າບໍລິການ ຈຳກັດ (ສາຂາສີໂຄດຕະບອງ) ໄດ້ມີການກວດນັບພາຫານະຈຳນວນ 09 ຄັນ ແລະ ເວລາ 10:45 ໂມງ ທີ່ສຳນັກກະຊວງສຶກສາທິການ ແລະ ກິລາໄດ້ມີການກວດນັບພາຫານະຈຳນວນ 03 ຄັນ ລວມທັງໝົດ 12 ຄັນ