ກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມ ຜູ້ບໍລິຫານລະດັບສູງ ການສຶກສາຊັ້ນສູງອາຊີຕາເວັນອອກສ່ຽງໃຕ້
ກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມ ຜູ້ບໍລິຫານລະດັບສູງ ການສຶກສາຊັ້ນສູງອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ່ 12 ໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກຸມພາ 2019 ທີ່ ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ຫລ້າວັນ ວົງຄຳສານ ຮອງຫົວຫນ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງຫນ້າຈາກ ມະຫາວິທະຍາໄລແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້