ກອງປະຊຸມແນະນຳແຜນຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບບົດບາດຍິງ-ຊາຍ
ກອງປະຊຸມແນະນຳແຜນຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບບົດບາດຍິງ-ຊາຍຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງໄລຍະ2ໄດ້ຈັດຂື້ນໃນລະຫວ່າງວັນທີ 12-15 ສິງຫາ 2019 ທີ່ ທ່າລາດ, ແຂວງ ວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຊັງ ຊົງຊືນູ ຮອງຫົວໜ້າກົມການສຶກສາຊັ້ນສູງ/ຫົວໜ້າໜ່ວຍຈັດຕັ້ງປະຕິບັດໂຄງການ ແລະ Mr Januar Hakim Principal Portfolio Management Specialist Head PAD Head, ADB-LRM ພ້ອມດ້ວຍຜູ້ຕາງໜ້າຈາກ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ແລະ ຊ່ຽວຊານຈາກບໍລິສັດທີ່ປຶກສາໂຄງການ. ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນໄດ້ເນັ້ນໃສ່ວຽກງານຄວາມສະເໝີພາບບົດບາດຍິງ-ຊາຍ ຊຶ່ງເປັນວຽກໜຶ່ງທີ່ ADB ໃຫ້ຄວາມສຳຄັນທີ່ສຸດໂດຍສະເພາະໃນວຽກໂຄງການ. ໃນທຸກໆວຽກໂຄງການຂອງ ADB ແມ່ນຕ້ອງມີ Gender Action Plan (ຫຼື ທີ່ຮ້ອງຫຍໍ້ວ່າ GAP). ໃນ Gender Action Plan ຈະປະກອບດ້ວຍ ບັນດາຕົວຊີ້ວັດ ທີ່ທາງຜູ້ໃຫ້ທຶນໄດ້ຕັ້ງເປົ້າໝາຍໄວ້ ໃຫ້ທາງໂຄງການປະຕິບັດ ເພື່ອສົ່ງເສີມບົດບາດຍິງ-ຊາຍ, ໂດຍສະເພາະກໍ່ແມ່ນຊຸກຍູ້ ແລະ ສະໜັບສະໜູນໃຫ້ເພດຍິງໄດ້ຮັບຜົນປະໂຫຍດຈາກໂຄງການ ເທົ່າທຽມກັບເພດຊາຍ.