ກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງປະຕິບັດວຽກງານ 03 ດີ(ການເປັນເສນາທິການທີ່ດີ,ການປະສານງານດີ ແລະ ບໍລິການຮັບໃຊ້ທີ່ດີ ແລະ ສະຫຼຸບຖອດຖອນບົດຮຽນວຽກງານບໍລິການຫ້ອງການຂັ້ນມະຫາພາກ ແລະ ຈຸລະພາກ
ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາໄດ້ຈັດກອງປະຊຸມເຜີຍແຜ່ ແລະ ການຈັດຕັ້ງປະຕິບັດວຽກງານ 03 ດີ(ການເປັນເສນາທິການທີ່ດີ,ການປະສານງານດີ ແລະ ບໍລິການຮັບໃຊ້ທີ່ດີ) ແລະ ສະຫຼຸບຖອດຖອນບົດຮຽນວຽກງານບໍລິຫານຫ້ອງການຂັ້ນມະຫາພາກ ແລະ ຈຸລະພາກ ລະຫວ່າງກົມການສຶກສາຊັ້ນສູງ, 04 ມະຫາວິທະຍາໄລ ແລະ ກົມທີ່ກ່ຽວຂ້ອງ ຂື້ນທີ່ສະໂມສອນເຂື່ອນໄຟຟ້າ, ທ່າລາດ, ແຂວງວຽງຈັນ ໃນລະຫວ່າງວັນທີ 08-12 ກໍລະກົດ 2019 ໂດຍການເປັນປະທານຂອງ ທ່ານ ຮສ.ປອ. ຫຼ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ເຊິ່ງ ມີຫົວໜ້າຫ້ອງການ/ ຮອງຫົວໜ້າຫ້ອງການ ແລະ ວິຊາການຈາກຫ້ອງການບໍລິຫານ ແລະ ສັງລວມ ຈາກ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈໍາປາສັກ ແລະ ມະຫາວິທະຍາໄລສະຫວັນນະເຂດ, ພ້ອມດ້ວຍຫົວໜ້າພະແນກ/ຮອງຫົວໜ້າພະແນກ, ວິຊາການຈາກກົມການສຶກສາຊັ້ນສູງ ແລະ ວິຊາການຈາກພາກສ່ວນກ່ຽວຂ້ອງ ທີ່ມາຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມພົວພັນຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ແລະ ກົມແຜນການ. ນອກນັ້ນ, ກອງປະຊຸມໄດ້ເຊື້ອເຊີນວິທະຍາກອນ ຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ວິທະຍາກອນຈາກກະຊວງການເງີນ ມາບັນຍາຍເອກະສານ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຟັງ ລວມຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 48ທ່ານ/ ຍິງ 16 ທ່ານ.
ຈຸດປະສົງກອງປະຊຸມ
- ເພື່ອສະຫຼຸບຖອດຖອນບົດຮຽນວຽກງານ 03 ດີ ແລະ ວຽກງານຄຸ້ມຄອງບໍລິຫານຫ້ອງການຂອງກົມການສຶກສາຊັ້ນສູງ ແລະ 04 ມະຫາວິທະຍາໄລໃນໜື່ງປີຜ່ານມາ;
- ເພື່ອແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງຫ້ອງການ ແລະ ຫາແນວທາງແກ້ໄຂຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃຫ້ເອກະພາບໃນທິດທາງດຽວກັນ;
- ເພື່ອຮັບຮູ້ ແລະ ເຂົ້າໃຈການຮ່າງບົດສະຫຼຸບ ແລະ ແຜນການປະຈໍາເດືອນ,ບົດລາຍງານ ແລະ ອື່ນໆ
- ເພື່ອຮັບຮູ້ ແລະ ເຂົ້າໃຈຂັ້ນຕອນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ນໍາໃຊ້ຊັບສິນຂອງລັດ.