ກອງປະຊຸມຂຽນໂຄງຮ່າງປື້ມຕຳລາຮຽນລາຍວິຊາ ວິຊາ: ການປະກອບກິດຈະການ (Entrepreneurship)
ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2019 ທີ່ ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໄດ້ເປີດກອງປະຊຸມຂຽນໂຄງຮ່າງປື້ມຕຳລາຮຽນລາຍວິຊາ ວິຊາ: ການປະກອບກິດຈະການ (Entrepreneurship) ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP ໂດຍການເປັນປະທານຂອງທ່ານ ເຊັງ ຊົງຊືນູ ຮອງຫົວໜ້າກົມການສຶກສາຊັ້ນສູງ/ຫົວໜ້າໜ່ວຍຈັດຕັ້ງປະຕິບັດໂຄງການ (D-PIU) ໃນນັ້ນລວມມີຄະນະຮັບຜິດຊອບຈາກກົມການສຶກສາຊັ້ນສູງ, ຊ່ຽວຊານພາຍໃນຈາກໂຄງການ SSHEP, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ທີມງານນັກຂຽນຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ເປັນຍິງ 8 ທ່ານ ໂດຍຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງ ແລະ ຮອງຮັບໂຄງຮ່າງປື້ມຕຳລາຮຽນລາຍວິຊາ ວິຊາ: ການປະກອບກິດຈະການ (Entrepreneurship) ເພື່ອປະກອບເຂົ້າໃນຫຼັກສູດການຮຽນ-ການສອນຂອງສູນຄວາມເປັນເລີດ (Centre of Excellence) ໃນມະຫາວິທະຍາໄລເປົ້າໝາຍ 4 ແຫ່ງຂອງໂຄງການ SSHEP