3 ອົງການຈັດຕັ້ງ

ເຂົ້າສູ່ລະບົບ

ຄົ້ນຫາ

Social Media

ຈົດໝາຍຂ່າວ

Publication1

ສະຖິຕິເຂົ້າຊົມ

325471
Today
Yesterday
This Week
Last Week
This Month
Last Month
All days
224
94
511
323870
991
5227
325471

Your IP: 44.200.82.149
2023-06-06 22:33

ຄະນະຜູ້ແທນລາວຈາກຂະແໜງການສຶກສາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ່13 ຂອງບັນດາອະທິການບໍດີມະຫາວິທະຍາໄລພາກພື້ນອາຊີ-ປາຊີຟິກ ທີ່ໂຫ່ຈີມິນ

1

ຄະນະຜູ້ແທນລາວຖ່າຍຮູບກັບທ່ານ ທ່ານ ຊັອງໂປລ໌ ເດີ ໂກເດີມາຣ໌ອະທິການບໍດີຂອງ AUF ແລະ ທ່ານ ຫງຽນ ຫງອກ ດຽນ ປະທານກອງປະຊຸມCONFRASIE.

ໃນວັນທີ 7 ພຶດສະພາ 2019 ທີ່ຜ່ານມານີ້ໄດ້ມີການຈັດກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງບັນດາອະທິການບໍດີຈາກສະຖາບັນທີ່ເປັນສະມາຊິກຂອງອົງມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໃນພາກພື້ນອາຊີ-ປາຊີຟິກ (CONFRASIE)ພາຍໃຕ້ຫົວຂໍ້ «ການປຶກສາຫາລືລະຫວ່າງມະຫາວິທະຍາໄລ - ບໍສິສັດຕ່າງໆ : ສິ່ງທ້າທາຍໃນປະຈຸບັນຂອງນັກວິຊາການມະຫາວິທະຍາໄລແລະຄວາມຮັບຜິດຊອບທາງດ້ານສັງຄົມຂອງຂົງເຂດການສຶກສາ».

ກອງປະຊຸມດັ່ງກ່າວນີ້ໄດ້ຈັດຂື້ນທີ່ມະຫາວິທະຍາໄລເສດຖະສາດ ແລະ ນິຕິສາດຂື້ນກັບມະຫາວິທະຍາໄລແຫ່ງຊາດຫວຽດນາມ ທີ່ນະຄອນໂຫ່ຈີມິນ ເຊິ່ງມີບັນດາຫົວໜ້າສະຖາບັນການສຶກສາຊັ້ນສູງແລະການຄົ້ນຄົ້ວລວມ 89 ທ່ານເຂົ້າຮ່ວມທີ່ມາຈາກ 11 ປະເທດໃນພາກພື້ນ. ທ່ານ ຊັອງໂປລ໌ ເດີ ໂກເດີມາຣ໌ ອະທິການບໍດີຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ແລະ ບັນດາຜູ້ຕາງໜ້າກະຊວງສຶກສາໃນພາກພື້ນກໍ່ຍັງໄດ້ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນີ້.

ຄະນະຜູ້ແທນຈາກລາວເຮົາປະກອບດ້ວຍ ທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ລວມທັງບັນດາອະທິການບໍດີຈາກ 3 ມະຫາວິທາຍາໄລຂອງລາວຄື: ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ດຣ ພູທອນ ວັງກອນວິໄລ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ທ່ານ ຮສ. ປອ ບຸນປົງ ແກ້ວໂຣໂດມ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ເຊິ່ງການເດີນທາງໄປຄັ້ງນີ້ຄະນະຜູ້ແທນຂອງລາວນຳພາໂດຍ ທ່ານ ອັງຕວນ ບຼົມວິສທ໌ ຫົວໜ້າຫ້ອງການສາຂາອົງການ AUF ປະຈຳນະຄອນຫຼວງວຽງຈັນ.

ນອກຈາກນີ້ໃນກອງປະຊຸມດັ່ງກ່າວຍັງມີທ່ານ ນາງ ເບເນດິກຕ໌ ເດຊັອງ ທີ່ປຶກສາພະແນກການຮ່ວມມື ແລະ ການເຄື່ອນໄຫວວຽກງານວັດທະນະທຳປະຈຳສະຖານທູດຝຣັ່ງ ປະຈຳລາວ ແລະ ທ່ານ ເອຣິກ ເດີຮ່າໂຣ ຜູ້ຕາງໜ້າໃຫ້ແກ່ປະເທດລາວ, ຫຽວດນາມ ແລະ ກຳປູເຈຍຂອງສະຖາບັນຄົ້ນຄົ້ວເພື່ອການພັດທະນາ ແລະ ທັງເປັນສະມາຊິກຂອງປະຊາຄົົມຊ່ຽວຊານລະດັບພາກພື້ນຂອງອົງການ AUF ກໍ່ໄດ້ເຂົ້າຮ່ວມເຊັ່ນດຽວກັນ.

2

ທ່ານ ຮສ.ປອ. ຄຳຜາຍ ສີສະຫວັນ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາຂື້ນກ່າວປາໄສໃນກອງງປະຊຸມ CONFRASIE.

ຢູ່ໃນບົດປາໄສຂອງທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ທ່ານໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງກອງປະຊຸມຄັ້ງນີ້ໂດຍບາງຕອນທ່ານໄດ້ກ່າວ່າ « ກະຊວງສຶກສາທິການ ແລະ ກິລາຂອງລາວໃຫ້ການສະໜັບສະໜູນຢ່າງແທ້ຈິງການສ້າງກົນໄກໃນການປຶກສາຫາລື ແລະ ແລກປ່ຽນດ້ານວິຊາການຊ່ຽວຊານໃນກອງປະ ຊຸມ CONFRASIE ເພື່ອຮອງຮັບໃຫ້ແກ່ວິວັດທະນາການຕ່າງໆຂອງການສຶກສາຊັ້ນສູງ ແລະ ການຄົ້ນຄົ້ວຢູ່ລາວ. ພວກຂ້າພະເຈົ້າເຊື້ອເຊີນບັນດາສະຖາບັນສະມາຊິກຂອງກອງປະຊຸມ CONFRASIE ຂອງພວກຂ້າພະເຈົ້າໃຫ້ນໍາໃຊ້ປະໂຫຍດຈາກຮູບແບບໂຄງສ້າງການຮ່ວມມືນີ້ເພື່ອໃຫ້ຂະແໜງການສຶກສາຊັ້ນສູງ ແລະ ການຄົ້ນຄົ້ວຢູ່ລາວໄດ້ຮັບຜົນປະໂຫຍດສູງສຸດຈາກໂອກາດທີ່ມອບໃຫ້ພວກເຮົາ.

ກອງປະຊຸມຄັ້ງນີ້ຍັງເປັນການເປີດໂອກາດໃຫ້ ທ່ານຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ຂອງລາວໄດ້ມາພົບປະກັບບັນດາເພື່ອນຮ່ວມງານຈາກກະຊວງສຶກສາຂອງພາກພື້ນລວມທັງພົບປະທ່ານອະທິການບໍດີຂອງ AUF ເພື່ອຄົ້ນຄິດນຳກັນກ່ຽວກັບກົນໄກໃນການຈັດຕັ້ງປະຕິບັດໃນລະດັບພາກພື້ນຮ່ວມກັບ AUF ເພື່ອໃຫ້ບັນດາກະຊວງຕ່າງໆສາມາດຈັດຕັ້ງນຳພາສະຖາບັນການສຶກສາຊັ້ນສູງ ແລະ ການຄົ້ນຄົ້ວໃນການປະເຊີນໜ້າກັບສິ່ງທ້າທາຍໃນປະຈຸບັນ ແລະ ຄຳນຶງເຖິງຄວາມຮັບຜິດຊອບຂອງຕົນຕໍ່ສັງຄົມອີກດ້ວຍ.  

ກອງປະຊຸມສະພາໃຫຍ່ຄົບຄະນະຂອງ CONFRASIE ຍັງເປັນກາລະໂອກາດໃນການແລກປ່ຽນລະຫວ່າງບັນດາຫົວໜ້າບໍລິຫານມະຫາວິທະຍາໄລໃນວາລະກອງປະຊຸມໂຕະມົນໃນລະດັບມະຫາໄລໃນຫົວຂໍ້ກ່ຽວກັບການຄົ້ນຄົ້ວ ແລະ ການພັດທະນາຕໍ່ໄປໃນລະດັບພາກພື້ນ, ຄວາມຕ້ອງການທາງດ້ານເສດຖະກິດ-ສັງຄົມ ແລະ ການສະເໜີຫຼັກສູດການຮຽນວິຊາຊີບລວມໄປເຖິງການບໍລິຫານຄຸ້ມຄອງມະຫາວິທະຍາໄລ ແລະ ຄວາມຮັບຜິດຊອບທາງສັງຄົມຂອງມະຫາວິທະຍາໄລ. ກອງປະຊຸມໂຕະມົນຄັ້ງນີ້ໄດ້ມີຂໍ້ສະເໜີແນະຕ່າງໆທີ່ຫຼາກຫຼາຍເຊິ່ງຈະໄດ້ນຳມາຈັດແຈງຮວບຮວມໂດຍສຳນັກງານຂອງCONFRASIE.

ທ່ານ ຫງຽນ ຫງອກ ດຽນ ປະທານກອງປະຊຸມ CONFRASIE ໄດ້ຜ່ານບົດລາຍງານກ່ຽວກັບຜົນງານການເຄື່ອນໄຫວກິດຈະກຳຂອງ CONFRASIEພ້ອມທັງໄດ້ນຳສະເໜີຕໍ່ທີ່ປະຊຸມຂໍ້ສະເໜີຮ່າງຖະແຫຼງ ການຮ່ວມທີ່ໄດ້ຖືກຮັບຮອງເອົາໂດຍສະມາຊິກທີ່ເຂົ້າຮ່ວມ. ໂດຍສືບເນື່ອງຈາການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລຕ່າງໆໃນຄັ້ງນີ້, 6 ມະຫາວິທະຍາໄລໃນພາກພື້ນໃນນັ້ນລວມທັງມະຫາວິທະຍາໄລສະຫວັນນະເຂດ ໄດ້ຖືກຮັບເຂົ້າເປັນສະມາຊິກໃໝ່ຂອງ CONFRASIE ຢ່າງເປັນທາງການ. ທ່ານປະທານກອງປະຊຸມ CONFRASIEຍັງໄດ້ເຊັນສັນຍາຂອບຂໍ່ຕົກລົງກັບທ່ານ ຊັອງ ເອມີນລ໌ ໂກແບກຕ໌ ຜູ້ຕາງໜ້າກອງປະຊຸມບັນດາອະທິການບໍດີມະຫາວິທະຍາໄລ.

ໃນວາລະກອງປະຊຸມຄັ້ງນີ້ນອກຈາກຈະໄດ້ມີການແລກປ່ຽນທີ່ຫຼາກຫຼາຍທີ່ໄດ້ເປີດໂອກາດໃຫ້ບັນດາການນຳຂອງລາວເຮົາໃນການຫັດແໜ້ນສາຍສຳພັນກັບບັນດາມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງໃນພາກພື້ນທີ່ເປັນສະມາຊິກຂອງ CONFRASIE ແລ້ວ ຍັງໄດ້ມີໂອກາດສະແດງສັກຂະຍະພາບໃນການຮ່ວມມືແລະການແລກປ່ຽນດ້ານວິຊາການລວມທັງແນວທາງປະຕິບັດທີ່ດີບົນຫຼັກການຂອງຄວາມສາມັກຄີທີ່ຫ້າວຫັນ.

3

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງບັນດາອະທິການບໍດີຈາກສະຖາບັນທີ່ເປັນສະມາຊິກຂອງອົງມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໃນພາກພື້ນອາຊີ-ປາຊີຟິກ (CONFRASIE)