ພາລະບົດບາດ
ກົມການສຶກສາຊັ້ນສູງ
ໜ້າທີ່ຕົ້ນຕໍຂອງກົມ
1. ວາງແຜນພັດທະນາວຽກງານການສຶກສາຊັ້ນສູງ ທັງພາກລັດ ແລະ ພາກເອກະຊົນ.
2. ສ້າງ ແລະ ປັບປຸງນິຕິກຳ ແລະ ມາດຕະຖານຕ່າງໆ ເພື່ອຄຸ້ມຄອງສະຖາບັນການສຶກສາຊັ້ນສູງ ລວມທັງ ມະຫາ
ວິທະຍາ ໄລແຫ່ງຊາດ.
3. ຄຸ້ມຄອງບັນດາສະຖາບັນການສຶກສາຊັ້ນສູງ ລວມທັງມະຫາ ວິທະຍາໄລ ພາກລັດ ແລະ ພາກເອກະຊົນ ແລະ ວິຊາ
ການ ແລະ ການປະຕິບັດຫຼັກສູດ.
4. ຊີ້ນຳການສ້າງ ແລະ ພັດທະນາຫຼັກສູດ, ການສ້າງເອກະສານ ສື່ການຮຽນ-ການສອນເພື່ອຮັດໃຊ້ວຽກງານການສຶກສາ
ຊັ້ນສູງລວມ ທັງມະຫາວິທະຍາໄລແຫ່ງຊາດ.
5. ຊຸກຍູ້ການຮຽນ-ການສອນ, ການຄົ້ນຄວ້າວິໄຈ ແລະ ການທົດລອງຂອງສະຖາບັນການສຶກສາຊັ້ນສູງ.
6. ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂອງສະຖາບັນ ການສຶກສາຊັ້ນສູງ ລວມທັງມະຫາວິທະຍາ
ໄລພາກລັດ ແລະ ພາກເອກະຊົນ.
7. ຄຸ້ມຄອງວຸດທິການສຶກສາຊັ້ນສູງລະດັບຕ່າງໆ ຂອງຜູ້ທີ່ຮຽນ ຈົບພາຍໃນປະເທດ ແລະ ພິຈາລະນາຮັບຮອງວຸດທິ
ການສຶກສາຂອງຜູ້ທີ່ຮຽນຈົບຈາກຕ່າງປະເທດ.
8. ຄົ້ນຄວ້າ, ພິຈາລະນາຕຳແໜ່ງວິຊາການ ໃຫ້ແກ່ຄູສອນຢູ່ສະຖາບັນການສຶກສາຊັ້ນສູງ ລວມທັງມະຫາວິທະຍາໄລ.
9. ຕິດຕາມ, ປະເມີນຜົນການພັດທະນາວຽກງານການສຶກສາຊັ້ນສູງ
10. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ.
ກິດຈະກໍາຂອງກົມ
1. ສ້ງແຜນການ ແລະ ແຜນງົບປະມານເພື່ອພັດທະນາວຽກງານການສຶກສາຊັ້ນສູງ ສະເໜີຕໍ່ລັດຖະມົນຕີ.
2. ສ້າງ, ປັບປຸງ ຫຼືຍົກເລີກບັນດານິຕິກຳຕ່າງໆ ທີ່ບໍ່ສອດຄອງ ເພື່ອຄຸ້ມຄອງວຽກງານການສຶກສາຊັ້ນສູງ.
3. ສ້າງຕັ້ງ ຫຼື ຍົກເລີກບັນດາພະແນກການ/ຫົວໜ່ວຍການຈັດຕັ້ງຂອງກົມການສຶກສາຊັ້ນສູງ, ສະຖາບັນການສຶກສາຊັ້ນ
ສູງເພື່ອນຳສະເໜີ ລັດຖະມົນຕີ ພິຈາລະນາອະນຸມັດ.
4. ຄົ້ນຄວ້າການແຕ່ງຕັ້ງ, ປົດຕຳແໜ່ງ, ຍົກຍ້າຍຜູ້ບໍລິຫານ, ສັບຊ້ອນພະນັກງານວິຊາການ ທີ່ຢູ່ໃນຄວາມຮັບຜິດຊອບ
ຂອງກົມການສຶກສາຊັ້ນສູງ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມລະບຽບ ກົດໝາຍ.
5. ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງການຮຽນ-ການສອນ, ການສອບ ເສັງຄັດເລືອກເອົາ ນັກສຶກສາເຂົ້າ
ຮຽນ ຢູ່ໃນສະຖາບັນການສຶກສາຊັ້ນສູງ.
6. ສ້າງແຜນ ແລະ ຈັດຕັ້ງປະຕິບັດການນຳໃຊ້ງົບປະມານ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆຕາມການອະນຸມັດ
ຂອງລັດຖະມົນຕີ.
7. ປົກປ້ອງ ແລະ ຄຸ້ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດທາງດ້ານການສຶກສາ ແລະ ກິລາ.
8. ຄຸ້ມຄອງເອກະສານຂາເຂົ້າ, ຂາອອກ ແລະ ເອກະສານທາງການຂອງກົມ.
9. ຄຸ້ມຄອງ ແລະ ປົກປັກຮັກສາຊັບສິນ, ພາຫະນະຂອງກົມ ໃຫ້ສາມາດໃຊ້ວຽກງານໄດ້ຢ່າງມີປະສິດທິພາບ.
10. ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກົມ.
11. ປະສານສົມທົບ ແລະ ເຂົ້າຮ່ວມວຽກງານວິຊາການກັບກົມອື່ນໆ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ
ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ.
12. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ.

ແລະ ພາກສ່ວນອື່ນໆ ທີ່ກ່ຽວຂອງ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ.