ກົມການສຶກສາຊັ້ນສູງ
ຄວາມເປັນມາຂອງກົມການສຶກສາຊັ້ນສູງ
ກົມການສຶກສາຊັ້ນສູງ ເປັນກົມວິຊາການໜຶ່ງທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໂດຍປະຕິບັດໜ້າທີ່ຕົ້ນຕໍໃນການຄຸ້ມຄອງມະຫາພາກດ້ານວຽກງານການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ.
ໃນໄລຍະຜ່ານມາວຽກງານການສຶກສາຊັ້ນສູງ ໄດ້ຂຶ້ນກັບການຄຸ້ມຄອງ ຂອງກະຊວງສຶກສາທິການກິລາ ແລະ ທຳມະການ ແລະ ກະຊວງຖະແຫລ່ງຂ່າວ ແລະ ວັດທະນາທຳ ໃນປີ 1959 ເປັນຕົ້ນມາ. ນັບແຕ່ປີ 1975 ເຖິງປີ 1983 ການສຶກສາຊັ້ນສູງ ໄດ້ຂຶ້ນກັບຫຼາຍກະຊວງ, ນັບແຕ່ປີ 1983 ເຖິງປີ 2001 ການສຶກສາຊັ້ນສູງ ໄດ້ຂຶ້ນກັບກົມມະຫາວິທະຍາໄລ ແລະ ອາຊີວະສຶກສາ ແລະ ໃນປີ 2001 ໄດ້ມີການປ່ຽນຊື່ື່ເປັນກົມອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຍ້ອນວ່າການສຶກສາຊັ້ນສູງ ແມ່ນໄດ້ກວມ ເອົາການສຶກສາໃນຫຼາຍລະດັບ ຊຶ່ງເລີ້ມແຕ່ລະດັບອະນຸປະລິນຍາ ຈົນເຖິງ ລະດັບປະລິນຍາເອກ ແລະ ສາມາດຈັດຕັ້ງການຮຽນ-ການສອນ ໃນສະຖາບັນການສຶກສາຊັ້ນສູງ ໃນນັ້ນລວມ ມີ: ໂຮງຮຽນວິຊາສະເພາະ ຊັ້ນສູງ, ສູນການສຶກສາ, ວິທະຍາໄລ, ສະຖາບັນສຶກສາ ແລະ ມະຫາ ວິທະຍາໄລ.
ມາຮອດປີ 2008 ກົມການສຶກສາຊັ້ນສູງໄດ້ຖືກສ້າງຕັ້ງຂຶ້ນ ໂດຍແຍກອອກຈາກກົມອາຊີວະສຶກສາ ແລະ ກົມການການສຶກສາຊັ້ນສູງ ຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສຶກສາທິການ ສະບັບເລກທີ 62/ນຍ, ລົງວັນທີ 07/04/ 2008 ແລະ ຂໍ້ຕົກລົງ ຂອງ ລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກົມການສຶກສາຊັ້ນສູງ ສະບັບເລກທີ 1416/ສສ.2008, ລົງວັນທີ 07/04/ 2008 ແລະ ຂໍ້ຕົກລົງ ຂອງ ລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກົມການສຶກສາຊັ້ນສູງ ສະບັບເລກທີ 1416/ສສ.2008, ລົງວັນທີ 08 /07/ 2008, ມາຮອດຕົ້ນປີ 2011 ສະພາແຫ່ງຊາດໄດ້ຮັບຮອງເອົາແຜນການປັບປຸງ ກົງຈັກການບໍລິຫານລັດ ຂອງລັດຖະບານ, ໂດຍໄດ້ສ້າງຕັ້ງກະຊວງໃໝ່ຈຳນວນໜຶ່ງ ແລະ ນອກຈາກນັ້ນ ກໍ່ມີການເຕົ້າໂຮມກະຊວງ ຫລື ອົງການທຽບເທົ່າກະຊວງເຂົ້າກັນຈຳນວນໜຶ່ງ, ໃນນັ້ນ ກະຊວງສຶກສາທິການໄດ້ເຕົ້າໂຮມກັບຄະນະກຳມະການກິລາ - ກາຍຍະສຶກສາແຫ່ງຊາດແລ້ວ ປ່ຽນຊື່ໃໝ່ມາເປັນ ກະຊວງສຶກສາທິການ ແລະ ກິລາ. ກົງຈັກການຈັດຕັ້ງ ຂອງ ກະຊວງໃໝ່ນີ້ ປະກອບດ້ວຍ 20 ກົມ ແລະ ຫົວໜ່ວຍເທົ່າກົມ ຄື: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ, ກົມການເງິນ, ກົມພົວພັນຕ່າງປະເທດ, ກົມອະນຸບານ ແລະ ປະຖົມສຶກສາ, ກົມມັດທະຍົມສຶກສາ, ກົມສ້າງຄູ, ກົມອາຊີວະສຶກສາ, ກົມການສຶກສາຊັ້ນສູງ, ກົມການສຶກສານອກໂຮງຮຽນ, ກົມພະລະ ແລະ ສິລະປະສຶກສາ, ກົມກິລາມວນຊົນ, ກົມກິລາລະດັບສູງ, ກົມກິດຈະການນັກສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ, ສະຖາບັນພັດທະນາການບໍລິຫານການສຶກສາ, ຫ້ອງການເລຂາ ທິການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນດ ສະໂກ ແລະ ຫ້ອງການປະສານງານກິລາໂອແລມປິກແຫ່ງຊາດລາວ.
ໂຄງປະກອບການຈັດຕັ້ງ
ກົມການສຶກສາຊັ້ນສູງ ເປັນກົມໜື່ງໃນຈຳນວນ 20 ກົມ ແລະ ອົງການເທົ່າກົມທີ່ນອນຢູ່ໃນໂຄງປະກອບຂອງກົງຈັກ ການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາໃນປີ 2011 ຊຶ່ງມີການເຕົ້າໂຮມກັນລະຫວ່າງ ກະຊວງສຶກສາທິການ ແລະ ຄະນະກຳມາທິການກິລາ-ກາຍຍະກຳແຫ່ງຊາດ.
ກົມການສຶກສາຊັ້ນສູງປະກອບດ້ວຍ 05 ພະແນກ
1.ພະແນກ ບໍລິຫານ
2.ພະແນກ ວິຊາການ
3.ພະແນກ ຄົ້ນຄວ້າ ແລະ ພັດທະນາ
4.ພະແນກ ປະເມີນຜົນ
5.ພະແນກ ມາດຕະຖານ
ຄະນະນຳພ້ອມດ້ວຍພະນັກງານວິຊາການ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (2015)