ພະແນກປະເມີນຜົນ
1.1. ໜ້າທີ່:
1. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍທີ່ກ່ຽວຂ້ອງກັບການສຶກສາຊັ້ນສູງ;
2. ສ້າງເຄື່ອງມືປະເມີນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຢູ່ສະຖາບັນການສຶກສາຊັ້ນສູງ;
3. ສ້າງຖານຂໍ້ມູນ, ວິໄຈ, ສະຖິຕິພະນັກງານ ຄູ-ອາຈານ ແລະ ນັກສຶກສາ ແລະ ສິ່ງອຳນວຍຄວາມສະດວກ ໃນສະຖາບັນການສຶກສາຊັ້ນສູງ
4. ພັດທະນາ, ຕິດຕາມ ແລະ ຄຸ້ມຄອງ ລະບົບຂໍ້ມູນຂ່າວສານການສຶກສາຊັ້ນສູງ (HEMIS);
5. ສ້າງລະບຽບການຄຸ້ມຄອງການສຶກສາທາງໄກ(E-Learning) ແລະ ການພັດທະນາຫ້ອງ ສະໝຸດເອເລັກໂຕຼນິກ
6. ຕິດຕາມການຈັດຕັ້ງປະຕິບັດສັນຍາໂຄງການລົງທຶນຂອງຕ່າງປະເທດໃນສະຖາບັນການສຶກສາ ຊັ້ນສູງ.
7. ແນະນຳ ແລະ ໃຫ້ຄຳປຶກສາດ້ານອາຊີບໃນສາຍການສຶກສາຊັ້ນສູງ
8. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ.
1.2 ກິດຈະກຳ:
1. ສ້າງເຄື່ອງມືຕິດຕາມ, ປະເມີນຜົນ ການຈັດຕັ້ງປະຕິບັດກົງຈັກການຈັດຕັ້ງ, ບຸກຄະລາກອນ ຂອງສະຖາບັນການສຶກສາຊັ້ນສູງ;
2. ສ້າງແຜນຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດນະໂຍບາຍການສຶກສາຊັ້ນສູງ ແລະ ການຈັດຕັ້ງ-ການເຄື່ອນໄຫວຂອງສະຖາບັນ ການສຶກສາຊັ້ນສູງ;
3. ຄົ້ນຄວ້າ ແລະ ສ້າງລະບຽບການ ກ່ຽວກັບ ການນຳໃຊ້ ICT ເຂົ້າໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການສຶກສາທາງໄກ,
ການສຶກສາແບບເປີດ ແລະ ການຮຽນຜ່ານສື່ ເອເລັກໂຕຼນິກ ຂອງ ສະຖາບັນການສຶກສາຊັ້ນສູງ;
4. ສົ່ງເສີມ ແລະ ຕິດຕາມການນຳໃຊ້ ICT ເຂົ້າໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ຫ້ອງສະໝຸດເອເລັກໂຕຼນິກ, ການສຶກສາທາງໄກ,
ການສຶກສາແບບເປີດ ແລະ ການຮຽນຜ່ານສື່ເອເລັກ ໂຕຼນິກ ຂອງສະຖາບັນການສຶກສາຊັ້ນສູງ;
5. ສັງລວມ ແລະ ວິໄຈ ສະຖິຕິພະນັກງານ, ຄູ-ອາຈານ, ນັກສຶກສາ, ອາຄານສະຖານທີ່, ວັດຖຸ ອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ
ໃນສະຖາບັນການສຶກສາຊັ້ນສູງ;
6. ພັດທະນາ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານການສຶກສາຊັ້ນສູງ (HEMIS), Website ແລະ ສ້າງເຄືອຂ່າຍເພື່ອເຊື່ອມໂຍງ
ໃນສະຖາບັນການສຶກສາຊັ້ນສູງ ພາຍໃນ, ພາກພື້ນ ແລະ ສາກົນ.
7. ສ້າງແຜນຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການທີ່ກ່ຽວກັບ ວຽກງານພັດທະນາການສຶກສາຊັ້ນສູງ;
8. ຕິດຕາມການຈັດຕັ້ງປະຕິບັດສັນຍາ ຂອງ ໂຄງການລົງທຶນຂອງຕ່າງປະເທດ ໃນສາຍການ ສຶກສາຊັ້ນສູງ.
9. ສ້າງວາລະສານຕ່າງໆ ກ່ຽວກັບ ການສຶກສາຊັ້ນສູງ;
10. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າກົມການສຶກສາຊັ້ນສູງ.
1.3. ການກຳນົດຕຳແໜ່ງງານ:
(1). ຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດ IV).
ໜ້າທີ່ຮັບຜິດຊອບ: ຮັບຜິດຊອບວຽກງານລວມຂອງພະແນກ
1. ຊີ້ນຳທຸກວຽກງານຂອງພະແນກ (ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ຄົ້ນຄວ້າສັງລວມ, ການວາງແຜນ, ຕິດຕາມກວດກາການປະຕິບັດແຜນການ;
3. ຕິດຕາມ, ກວດກາ ແລະ ປະເມີນຜົນການອົງກອນ ແລະ ບຸກຄະລາກອນ ໃນສະຖາບັນການສຶກສາຊັ້ນສູງ;
4. ຄຸ້ມຄອງລະບົບ MIS ຂອງ ກົມ ແລະ ສະຖາບັນການສຶກສາຊັ້ນສູງ;
5. ສ້າງເຄື່ອງມືເພື່ອປະເມີນຜົນການຈັດຕັ້ງການຮຽນ-ການສອນ ຢູ່ສະຖາບັນການສຶກສາຊັ້ນສູງ;
6. ສົ່ງເສີມການສຶກສາທາງໄກ, ການສຶກສາແບບເປີດ ແລະ ການຮຽນຜ່ານສື່ເອເລັກໂຕຼນິກ ຂອງສະຖາບັນການສຶກສາຊັ້ນສູງ;
7. ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະຕິບັດໂຄງການທີ່ກ່ຽວກັບວຽກງານພັດທະນາການສຶກສາຊັ້ນສູງ.
8. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຮອງຫົວໜ້າກົມຜູ້ຊີ້ນຳຮັບຊາບເປັນປົກກະຕິ.
9. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ;
• ຂອບເຂດສິດ:
1. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ,ທຶນຊ່ວຍເຫລືອປະເພດຕ່າງໆຕາມ ລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
3. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;
4. ປະຕິບັດວຽກງານກັບຄູ່ຮ່ວມພັດທະນາຕາມການມອບໝາຍຂອງຫົວໜ້າກົມ;
5. ປະຕິບັດສິດອື່ນໆຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ;
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າກົມຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດ 5 ມາແລ້ວຢ່າງໜ້ອຍ 4 ປີ;
3. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນານໃນການວາງແຜນ ແລະ ການຄຸ້ມຄອງ-ການບໍລິຫານເປັນຢ່າງດີ ສາມາດນຳໃຊ້ ICT,
ຮູ້ພາສາຕ່າງປະເທດໃດໜຶ່ງໃນການສື່ສານ.
(2). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດ V).
• ໜ້າທີ່ຄວາມຮັບຜິດຊອບ:
1. ຊ່ວຍວຽກຫົວໜ້າພະແນກຮອບດ້ານ (ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ຮັບໜ້າທີ່ແທນໄລຍະເວລາຫົວໜ້າພະແນກບໍ່ຢູ່;
3. ສະໜອງຂໍ້ມູນກ່ຽວກັບວຽກງານພັດທະນາການສຶກສາຊັ້ນສູງ;
4. ສ້າງຖານຂໍ້ມູນ ວິໄຈ ແລະ ພັດທະນາວຽກງານ ICT;
5. ສ້າງສະຖິຕິຄູ-ອາຈານ, ພະນັກງານ ແລະ ນັກສຶກສາຂອງສະຖາບັນການສຶກສາຊັ້ນສູງ;
6. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ.
7. ປະຕິບັດໜ້າທີ່ຕາມການມອບໝາຍ ຂອງຫົວໜ້າພະແນກ;
• ຂອບເຂດສິດ:
1. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
3. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;
4. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງຫົວພະແນກ ;
• ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າພະແນກ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ:ເຄີຍດຳລົງຕຳແໜ່ງບໍລິຫານປະເພດ 6 ມາແລ້ວຢ່າງໜ້ອຍ 3 ປີ ຫຼື ເປັນພະນັກງານວິຊາການທີ່ກ່ຽວຂ້ອງໂດຍກົງມາແລ້ວ
ຢ່າງໜ້ອຍ 5 ປີ;
3. ດ້ານທັກສະທີ່ຕ້ອງການ:ມີຄວາມຊຳນານໃນການວາງແຜນແລະໃນການຄຸ້ມຄອງ-ການບໍລິຫານ ເປັນຢ່າງດີ ສາມາດນຳໃຊ້ ICT,
ຮູ້ພາສາຕ່າງປະເທດໃດໜຶ່ງໃນການສື່ສານ.
(3). ຕຳແໜ່ງງານວິຊາການ ຕິດຕາມ ແລະ ປະເມີນຜົນ (2 ຕຳແໜ່ງ).
2.1 ໜ້າທີ່ຮັບຜິດຊອບຕຳແໜ່ງ 1
1. ສ້າງເຄື່ອງມື, ຕິດຕາມ ແລະ ປະເມີນຜົນອົງກອນ, ບຸກຄະລາກອນ ຢູ່ສະຖາບັນການສຶກສາ ຊັ້ນສູງ;
2. ສ້າງແຜນຕິດຕາມ ການປະເມີນສະຖາບັນການສຶກສາຊັ້ນສູງ;
3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
3.2 ໜ້າທີ່ຮັບຜິດຊອບຕຳແໜ່ງ 2
1. ເຜີຍແຜ່ເຄື່ອງມືປະເມີນຜົນອົງກອນ, ບຸກຄະລາກອນ ຢູ່ສະຖາບັນການສຶກສາຊັ້ນສູງ;
2. ກວດກາ,ຕິດຕາມ ການປະເມີນສະຖາບັນການສຶກສາຊັ້ນສູງ
3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບການ: ເຄີຍເຮັດວຽກງານການສ້າງຄູ່ມື, ລະບຽບຫຼັກການ ຫຼື ການປະເມີນຜົນ ອົງກອນມາກ່ອນ.
3. ດ້ານທັກສະທີ່ຕ້ອງການ:ມີຄວາມສາມາດໃນການຄົ້ນຄວ້າເອກະສານ, ຮູ້ນຳໃຊ້ Microsoft Office ແລະ
ມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;
(4). ຕຳແໜ່ງງານວິຊາການຄຸ້ມຄອງຂໍ້ມູນຂ່າວສານ ແລະ ວາລະສານ HEMIS (2 ຕຳແໜ່ງ).
3.1 ໜ້າທີ່ຮັບຜິດຊອບຕຳແໜ່ງ 1
1. ສ້າງວາລະສານຕ່າງໆກ່ຽວກັບການສະໜອງຂໍ້ມູນການພັດທະນາວຽກງານການສຶກສາຊັ້ນສູງ;
2. ສ້າງ ແລະ ຄຸ້ມຄອງລະບົບ HEMIS, Website ຂອງກົມ ແລະ ຂໍ້ມູນຂ່າວການສຶກສາໃນສະຖາບັນການສຶກສາຊັ້ນສູງ;
3. ຕິດຕາມການຈັດຕັ້ງປະຕິບັດສັນຍາຂອງໂຄງການ ດ້ານການກໍ່ສ້າງພື້ນຖານໂຄງລ່າງ ໃນສາຍ ການສຶກສາຊັ້ນສູງ.
4. ສ້າງແຜນຕິດຕາມການປະເມີນຜົນການຈັດຕັ້ງປະຕິບັດໂຄງການທີ່ກ່ຽວກັບວຽກງານພັດທະນາການສຶກສາຊັ້ນສູງ;
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.
3.2 ໜ້າທີ່ຮັບຜິດຊອບຕຳແໜ່ງ 2
1. ສ້າງເຄືອຂ່າຍເພື່ອເຊື່ອມໂຍງໃນສະຖາບັນການສຶກສາຊັ້ນສູງພາຍໃນ,ພາກພື້ນ ແລະ ສາກົນ
2. ສ້າງແລະຕິດຕາມວາລະສານທີ່ສະແດງຜົນງານຂໍ້ມູນຂ່າວສານ ຢູ່ສະຖາບັນການສຶກສາຊັ້ນສູງ;
3. ກວດກາຕິດຕາມ ການປະເມີນຜົນ ການຈັດຕັ້ງປະຕິບັດໂຄງການທີ່ກ່ຽວກັບວຽກງານພັດທະນາການສຶກສາຊັ້ນສູງ;
4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບການ: ເຄີຍເຮັດວຽກງານການຄຸ້ມຄອງຂໍ້ມູນຂ່າວສານ, ວາລະສານ ແລະ ວິທີການ ຮັກສາເອກະສານມາກ່ອນ.
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການຄົ້ນຄວ້າເອກະສານ, ຮູ້ນຳໃຊ້ Microsoft Office ແລະ
ມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;
(5). ຕຳແໜ່ງງານວິຊາການພັດທະນາວຽກງານ ICT (2 ຕຳແໜ່ງ)
4.1 ໜ້າທີ່ຮັບຜິດຊອບຕຳແໜ່ງ 1
1. ຄົ້ນຄວ້າ, ສ້າງນະໂຍບາຍ ໃນການຈັດຕັ້ງປະຕິບັດ ການຮຽນ-ການສອນໂດຍນຳໃຊ້ ICT ການສຶກສາແບບທາງໄກ, ແບບເປີດ ແລະ
ການຮຽນຜ່ານສື່ເອເລັກໂຕຼນິກ ຂອງສະຖາບັນການສຶກສາຊັ້ນສູງ
2. ສົ່ງເສີມການນຳໃຊ້ICTເຂົ້າໃນການຮຽນການສອນ,ການສຶກສາທາງໄກ, ການສຶກສາແບບເປີດ ແລະ ການຮຽນຜ່ານສື່ອີເລກໂຕນິກ
ຂອງສະຖາບັນການສຶກສາຊັ້ນສູງ.
3. ຄົ້ນຄວ້າ ແລະ ວິໄຈຂໍ້ມູນວຽກງານ IT;
4. ຄຸ້ມຄອງອຸປະກອນ ICT ຂອງ ກົມ ແລະ ສະຖາບັນການສຶກສາຊັ້ນສູງ;
5. ປະຕິບັດໜ້າທີ່ຕາມການມອບໝາຍຂອງຫົວໜ້າພະແນກ;
4.2 ໜ້າທີ່ຮັບຜິດຊອບຕຳແໜ່ງ 2
1. ສ້າງລະບຽບການໃນການຈັດຕັ້ງປະຕິບັດການຮຽນ-ການສອນໂດຍນຳໃຊ້ICTການສຶກສາ ແບບທາງໄກ, ແບບເປີດ ແລະ ການຮຽນຜ່ານສື່ເອເລັກໂຕຼ
ນິກຂອງສະຖາບັນການສຶກສາຊັ້ນສູງ;
2. ຕິດຕາມການນຳໃຊ້ICTເຂົ້າໃນການຮຽນການສອນ,ການສຶກສາທາງໄກ,ການສຶກສາແບບເປີດ ແລະ ການຮຽນຜ່ານສື່ອີເລກໂຕນິກ
ຂອງສະຖາບັນການສຶກສາຊັ້ນສູງ;
3. ພັດທະນາວຽກງານITເພື່ອນຳໃຊ້ເຂົ້າໃນການຮຽນການສອນ ແລະ ການຄົ້ນຄວ້າວິທະຍາສາດ;
4. ຕິດຕາມ ແລະ ກວດກາອຸປະກອນ ICT ຂອງ ກົມ ແລະ ສະຖາບັນການສຶກສາຊັ້ນສູງ;
5. ປະຕິບັດໜ້າທີ່ຕາມການມອບໝາຍຂອງຫົວໜ້າພະແນກ;
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບການ: ເຄີຍເຮັດວຽກງານການການພັດທະນາ ICT ມາກ່ອນ
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການຄົ້ນຄວ້າເອກະສານ, ຮູ້ນຳໃຊ້ ICT ເປັນຢ່າງດີ ແລະ
ມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;
(6). ຕຳແໜ່ງງານວິຊາການວຽກງານສະຖິຕິ (2 ຕຳແໜ່ງ).
5.1 ໜ້າທີ່ຄວາມຮັບຜິດຊອບ ຕຳແໜ່ງ 1:
1. ສ້າງ ແລະ ເກັບກຳສະຖິຕິຄູ-ອາຈານ, ພະນັກງານ, ນັກສຶກສາ ແລະ ສິ່ງອຳນວຍຄວາມ ສະດວກ ຂອງ ສະຖາບັນການສຶກສາຊັ້ນສູງ;
2. ປະຕິບັດໜ້າທີ່ຕາມການມອບໝາຍຂອງຫົວໜ້າພະແນກ;
5.2 ໜ້າທີ່ຄວາມຮັບຜິດຊອບ ຕຳແໜ່ງ 2:
1. ສັງລວມແລະວິໄຈສະຖິຕິຄູ-ອາຈານ,ພະນັກງານ,ນັກສຶກສາ ແລະ ສິ່ງອຳນວຍຄວາມສະດວກ ຂອງສະຖາບັນການສຶກສາ ຊັ້ນສູງ;
2. ປະຕິບັດໜ້າທີ່ຕາມການມອບໝາຍຂອງຫົວໜ້າພະແນກ;
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບການ: ເຄີຍເຮັດວຽກງານກ່ຽວກັບສະຖິຕິ ແລະ ການວິໄຈການສຶກສາມາກ່ອນ.
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການຄົ້ນຄວ້າເອກະສານ, ຮູ້ນຳໃຊ້ Microsoft Office ແລະ
ມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;