ພະແນກມາດຕະຖານ
- 1.ໜ້າທີ່:
1. ປັບປຸງ ແລະ ສ້າງມາດຕະຖານຕ່າງໆ ກ່ຽວກັບ ການສຶກສາຊັ້ນສູງ ;
2. ສ້າງລະບຽບການ ແລະ ເຄື່ອງມືປະກັນຄຸນນະພາບ ສາຍການສຶກສາຊັ້ນສູງ;
3. ຕິດຕາມ ແລະ ປະເມີນຜົນ ໂດຍ ສົມທົບກັບສູນ ປະກັນຄຸນນະພາບ ກ່ຽວກັບການປະກັນຄຸນນະພາບການສຶກສາ ຂອງສະຖາບັນການສຶກສາຊັ້ນສູງ;
4. ສ້າງລະບຽບການ,ວິທີການ ແລະຕິດຕາມການຈັດຕັ້ງປະຕິບັດຂອບວຸດທິການສຶກສາແຫ່ງຊາດ ທີ່ກ່ຽວຂ້ອງກັບການສຶກສາຊັ້ນສູງ;
5. ຄົ້ນຄວ້ານຳສະເໜີຂໍອະນຸມັດຮັບຮອງ-ນຳໃຊ້ ແລະ ລົບລ້າງຫຼັກສູດລະດັບຕ່າງໆ;
6. ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫຼັກສູດຂອງສະຖາບັນການສຶກສາ ຊັ້ນສູງ ພາກລັດ ແລະ ພາກເອກະຊົນ;
7. ຄົ້ນຄວ້າ, ກວດກາ, ຢັ້ງຢືນ ແລະ ທຽບປະກາສະນີຍະບັດ ການສຶກສາຊັ້ນສູງໃນລະດັບຕ່າງໆ ຂອງນັກສຶກສາທີ່ຮຽນຈົບຢູ່ພາຍໃນ ແລະ ຕ່າງປະເທດ;
8. ສ້າງ ແລະ ພັດທະນາສາລະບານ ແລະ ເລກລະຫັດວິຊາຕ່າງໆ ໃນສະຖາບັນການສຶກສາ ຊັ້ນສູງ;
9. ສ້າງຖານຂໍ້ມູນ ກ່ຽວກັບຫຼັກສູດທີ່ໄດ້ຖືກຮັບຮອງແລະຜູ້ຮຽນຈົບການສຶກສາ ຈາກສະຖາບັນ ການສຶກສາຊັ້ນສູງພາກເອກະຊົນ;
10. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ.
1.2. ກິດຈະກຳ:
1. ສ້າງມາດຕະຖານຕ່າງໆ ທີ່ກ່ຽວຂ້ອງກັບການສຶກສາຊັ້ນສູງ;
2. ສ້າງລະບຽບ ແລະ ເຄື່ອງມືປະກັນຄຸນນະພາບພາຍໃນ ແລະ ພາຍນອກ ຂອງສະຖາບັນການສຶກສາຊັ້ນສູງ;
3. ຕິດຕາມ ແລະ ປະເມີນການປະກັນຄຸນນະພາບການສຶກສາ ຂອງສະຖາບັນການສຶກສາຊັ້ນສູງ
4. ຄົ້ນຄວ້າ, ຂໍອະນຸມັດນຳໃຊ້ ແລະ ລົບລ້າງຫຼັກສູດ ຂອງສະຖາບັນການສຶກສາຊັ້ນສູງ
5. ສ້າງລະບຽບ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງຫຼັກສູດ ຂອງສະຖາບັນການສຶກສາຊັ້ນສູງ;
6. ສ້າງລະບຽບການຄຸ້ມຄອງການຈັດຕັ້ງການຮຽນ-ການສອນ ຢູ່ໃນສະຖາບັນການສຶກສາຊັ້ນສູງ;
7. ສະເໜີຂໍອະນຸມັດການປັບປຸງ ແລະ ຂະຫຍາຍສາຂາວິຊາໃໝ່ ຂອງສະຖາບັນການສຶກສາ ຊັ້ນສູງ;
8. ລົງທະບຽນຈ້ຳກາດິບປະກາສະນີຍະບັດຂອງສະຖາບັນການສຶກສາຊັ້ນສູງພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງ;
9. ສ້າງລະບຽບການ, ກວດກາ, ຢັ້ງຢືນ ແລະ ທຽບປະກາສະນີຍະບັດ ຂອງຜູ້ຮຽນຈົບພາຍໃນ ແລະ ຕ່າງປະເທດ;
10. ພັດທະນາຂອບວຸດທິການສຶກສາແຫ່ງຊາດ ໃນສາຍການສຶກສາຊັ້ນສູງ ແລະ ສ້າງລະບຽບ ການທີ່ກ່ຽວຂ້ອງ;
11. ສ້າງສາລະບານ ແລະ ເລກລະຫັດວິຊາໃນສະຖາບັນການສຶກສາຊັ້ນສູງ;
12. ຕິດຕາມການປັບປຸງເນື້ອໃນຫຼັກສູດ ແລະ ລາຍວິຊາ ຕາມຂອບວຸດທິການສຶກສາແຫ່ງຊາດ;
13. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຫົວໜ້າກົມ.
1.3. ການກຳນົດຕຳແໜ່ງງານ:
(1). ຫົວໜ້າພະແນກມາດຕະຖານ (ຕຳແໜ່ງບໍລິຫານປະເພດ IV).
• ໜ້າທີ່ຮັບຜິດຊອບ: ຮັບຜິດຊອບວຽກງານລວມຂອງພະແນກ
1. ຊີ້ນຳທຸກວຽກງານຂອງພະແນກ(ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ນຳພາຄົ້ນຄວ້າສັງລວມ, ການບໍລິຫານ, ການວາງແຜນ, ງົບປະມານ, ຕິດຕາມ, ກວດກາ, ສະຫຼຸບການປະຕິບັດແຜນການ ແລະ ແຜນງານຂອງພະແນກ.
3. ຊີ້ນຳຄົ້ນຄວ້ານຳສະເໜີຂໍອະນຸມັດຮັບຮອງ-ນຳໃຊ້ ແລະ ລົບລ້າງຫຼັກສູດລະດັບຕ່າງໆ;
4. ຊີ້ນຳຄົ້ນຄວ້າ,ຢັ້ງຢືນ ແລະ ທຽບປະກາສະນີຍະບັດຂອງນັກສຶກສາສາຍການສຶກສາທີ່ຮຽນຈົບຢູ່ພາຍໃນແລະຕ່າງປະເທດ;
5. ຊີ້ນຳຄົ້ນຄວ້າການລົງທະບຽນປະກາສະນີຍະບັດ ແລະ ຈ້ຳກາດິບ ຂອງສະຖາບັນການສຶກສາຊັ້ນສູງ ພາກເອກະຊົນ;
6. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ.
• ຂອບເຂດສິດ:
1. ຄົ້ນຄວ້າ ແລະ ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
3. ປະຕິບັດວຽກງານກັບຄູ່ຮ່ວມພັດທະນາຕາມການມອບໝາຍຂອງຫົວໜ້າກົມ;
4. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອພັດທະນາວຽກງານການສຶກສາໃຫ້ສຳເລັດ;
5. ປະຕິບັດສິດອື່ນໆຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າກົມຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດ 5 ມາແລ້ວຢ່າງໜ້ອຍ 4 ປີ.
3. ດ້ານທັກສະທີ່ຕ້ອງການ:ມີຄວາມສາມາດ ແລະ ຊຳນານໃນການຄຸ້ມຄອງ-ການບໍລິຫານເປັນຢ່າງດີ ສາມາດນຳໃຊ້ ICT, ຮູ້ພາສາຕ່າງປະເທດໃດໜຶ່ງ
ໃນການສື່ສານ.
(2). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດ V).
• ໜ້າທີ່ຄວາມຮັບຜິດຊອບ: ວຽກງານຄຸ້ມຄອງຫລັກສູດ ແລະ ທຽບວຸດທິການສຶກສາ.
1. ຊ່ວຍວຽກຫົວໜ້າພະແນກຮອບດ້ານ ( ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ຊ່ວຍວຽກບໍລິຫານ ແລະ ການວາງແຜນຕ່າງໆຂອງພະແນກ;
3. ຄົ້ນຄວ້າ, ນຳສະເໜີຂໍອະນຸມັດຮັບຮອງ-ນຳໃຊ້ ແລະ ລົບລ້າງຫຼັກສູດລະດັບຕ່າງໆ;
4. ສ້າງລະບຽບການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫຼັກສູດຂອງສະຖາບັນການສຶກສາຊັ້ນສູງ ພາກລັດ ແລະ ພາກເອກະຊົນ;
5. ສ້າງ, ພັດທະນາສາລະບານ ແລະ ເລກລະຫັດລາຍວິຊາຕ່າງໆໃນສະຖາບັນການ ສຶກສາຊັ້ນສູງ;
6. ສ້າງລະບຽບ ແລະ ທຽບປະກາສະນີຍະບັດສາຍການສຶກສາຊັ້ນສູງ ໃນລະດັບຕ່າງໆ ຂອງນັກສຶກສາຜູ້ຮຽນຈົບພາຍໃນ ແລະ ຕ່າງປະເທດ;
7. ກວດກາເອກະສານການລົງທະບຽນ ແລະ ຈ້ຳກາດິບ ປະກາສະນີຍະບັດ ຂອງສະຖາບັນການສຶກສາຊັ້ນສູງ ພາກເອກະຊົນແລະພາກສ່ວນທີ່ກຽວຂ້ອງ ;
8. ສ້າງລະບົບເກັບກຳເກັບຂໍ້ມູນບັນນານຸກົມ (Directory) ກ່ຽວກັບການພັດທະນາຫຼັກສູດທີ່ໄດ້ຮັບຮອງ;
9. ເກັບກຳສະຖິຕິນັກສຶກສາທີ່ຮຽນຈົບຈາກພາກເອກະຊົນ;
10. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ;
11. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ຂອບເຂດສິດ:
1. ຮັບໜ້າທີ່ແທນຍາມຫົວໜ້າພະແນກບໍ່ຢູ່;
2. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
3. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
4. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອພັດທະນາວຽກງານການສຶກສາຊັ້ນສູງໃຫ້ສຳເລັດ;
5. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າພະແນກ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເປັນພະນັກງານວິຊາການມາແລ້ວຢ່າງໜ້ອຍ 5 ປີ ແລະ ມີຄຸນສົມບັດທີ່ເໝາະສົມ;
3. ດ້ານທັກສະທີ່ຕ້ອງການ:ມີຄວາມສາມາດ ແລະ ຊຳນານໃນການຄຸ້ມຄອງ-ການບໍລິຫານເປັນຢ່າງດີ ສາມາດນຳໃຊ້ ICT,
ຮູ້ພາສາຕ່າງປະເທດໃດໜຶ່ງໃນການສື່ສານ.
(3). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດ V).
• ໜ້າທີ່ຄວາມຮັບຜິດຊອບ: ວຽກງານປະກັນຄຸນນະພາບ ແລະ ມາດຕະຖານ
1. ຊ່ວຍວຫົວໜ້າພະແນກຮອບດ້ານ(ແນວຄິດການເມືອງ,ການຈັດຕັ້ງ, ການບໍລິຫານ ແລະວິຊາການ);
2. ຂຶ້ນແຜນງົບປະມານໃນການຕິດຕາມການຈັດຕັ້ງປະຕິບັດຫລັກສູດຂອງສະຖາບັນການສຶກສາຊັ້ນສູງ ;
3. ສ້າງມາດຕະຖານຕ່າງໆກ່ຽວກັບການສຶກສາຊັ້ນສູງ (ມາດຕະຖານສະຖາບັນ, ມາດຕະຖານ ຫຼັກສູດ, ມາດຕະຖານຄູ ແລະ ມາດຕະຖານອຸປະກອນ );
4. ສ້າງລະບຽບການ ແລະ ເຄື່ອງມືປະກັນຄຸນນະພາບໃນສາຍການສຶກສາຊັ້ນສູງ;
5. ຕິດຕາມ ແລະ ປະເມີນໂດຍສົມທົບກັບສູນປະກັນຄຸນນະພາບກ່ຽກັບການປະກັນຄຸນນະພາບ ການ ສຶກສາຂອງສະຖາບັນການສຶກສາຊັ້ນສູງ;
6. ສ້າງຂອບວຸດທິການສຶກສາ ໃນສາຍການສຶກສາຊັ້ນສູງ;
7. ສ້າງລະບຽບການແລະວິທີການຈັດຕັ້ງປະຕິບັດຂອບວຸດທິການສຶກສາແຫ່ງຊາດທີ່ກ່ຽວຂ້ອງກັບການສຶກສາຊັ້ນສູງ;
8. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ.
9. ປະຕິບັດໜ້າທີ່ຕາມການມອບໝາຍ ຂອງຫົວໜ້າພະແນກ.
• ຂອບເຂດສິດ:
1. ຮັບໜ້າທີ່ແທນຍາມຫົວໜ້າພະແນກບໍ່ຢູ່;
2. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
3. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
4. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອພັດທະນາວຽກງານການສຶກສາຊັ້ນສູງໃຫ້ສຳເລັດ;
5. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າພະແນກ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເປັນພະນັກງານວິຊາການມາແລ້ວຢ່າງໜ້ອຍ 5 ປີ ແລະ ມີຄຸນສົມບັດທີ່ເໝາະສົມ.
3. ດ້ານທັກສະທີ່ຕ້ອງການ:ມີຄວາມສາມາດ ແລະ ຊຳນານໃນການຄຸ້ມຄອງ-ການບໍລິຫານເປັນຢ່າງດີ ສາມາດນຳໃຊ້ ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນການສື່ສານ.
(4). ຕຳແໜ່ງງານວິຊາການຄົ້ນຄວ້າຫລັກສູດ ( 2 ຕຳແໜ່ງ)
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 1
1. ຄົ້ນຄວ້າສະເໜີຂໍອະນຸມັດນຳໃຊ້ ແລະ ລົບລ້າງຫຼັກສູດລະດັບອະນຸປະລິນຍາ, ປະລິນຍາຕີ ແລະ ລົງເລິກຂະແໜງ ຂອງສະຖາບັນການສຶກສາຊັ້ນສູງ;
2. ຄົ້ນຄວ້າການຂະຫຍາຍ ແລະ ການເປີດສາຂາວິຊາໃໝ່ລະດັບອະນຸປະລິນຍາ, ປະລິນຍາຕີ ປະລິນຍຕີ(ຕໍ່ເນື່ອງ) ແລະ ລົງເລິກຂະແໜງ
ຂອງສະຖາບັນການສຶກສາຊັ້ນສູງ;
3. ຂຶ້ນແຜນງົບປະມານໃນການຕິດຕາມການຈັດຕັ້ງປະຕິບັດຫລັກສູດ ຂອງສະຖາບັນການສຶກ ສ້າງສາຊັ້ນສູງ ;
4. ສ້າງລະບົບເກັບຂໍ້ມູນບັນນານຸກົມ(Directory)ກ່ຽວກັບການພັດທະນາຫຼັກສູດ(ຫລັກສູດທີ່ໄດ້ຮັບຮອງ ແລະ ສະຖິຕິິຜູ້ຮຽນຈົບການສຶກສາພາກ
ເອກະຊົນ;
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 2
1. ຄົ້ນຄວ້າສະເໜີຂໍອະນຸມັດນຳໃຊ້ ແລະ ລົບລ້າງຫຼັກສູດ ລະດັບ ປະລິນຍາໂທ ແລະ ປະລິນຍາເອກ,ຊ່ຽວຊານຂັ້ນ I ແລະ ຊ່ຽວຊານຂັ້ນ II
ຂອງສະຖາບັນການສຶກສາຊັ້ນສູງ.
2. ຄົ້ນຄວ້າສະເໜີຂໍອະນຸມັດເປີດ-ລົບລ້າງຫຼັກສູດລະດັບປະລິນຍາໂທ ແລະ ປະລິນຍາເອກ, ຊ່ຽວຊານຂັ້ນ I ແລະ ຊ່ຽວຊານຂັ້ນ II ຂອງສະຖາບັນ
ການສຶກສາຊັ້ນສູງ.
3. ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດຫຼັກສູດຂອງສະຖານບັນການສຶກສາຊັ້ນສູງ;
4 ສ້າງ ແລະ ພັດທະນາສາລະບານ ແລະ ເລກລະຫັດວິຊາຕ່າງໆ ໃນສະຖາບັນການສຶກສາຊັ້ນສູງ;
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;.
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະກົມ.
• ສາຍຄວາມຮັບຜິດຊອບ: ຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາ ທີ່ກ່ຽວຂ້ອງ ກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍເຮັດວຽກການຄົ້ນຄວ້າ ແລະ ພັດທະນາວຽກງານຫລັກສູດ ຫລື ເປັນອາຈານສອນມາກ່ອນ.
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການຄົ້ນຄວ້າເອກະສານ, ຮູ້ນຳໄຊ້ຄອມພິວເຕີເພື່ອຊອກຂໍ້ມູນ ແລະ ສັງເຄາະເອກະສານ, ມີຄວາມຮູ້ດ້ານ
ພາສາໃດໜຶ່ງ.
(5). ຕຳແໜ່ງງານວິຊາການທຽບວຸດທິການສຶກສາຊັ້ນສູງ( 2 ຕຳແໜ່ງ )
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 1
1. ສ້າງລະບຽບ ແລະ ທຽບປະກາສະນີຍະບັດ ຂອງຜູ້ຮຽນຈົບພາຍໃນ ແລະ ຕ່າງປະເທດ;
2. ຄົ້ນຄວ້າ, ຢັ້ງຢືນ ແລະ ທຽບປະກາສະນີຍະບັດ ຂອງຜູ້ຮຽນຈົບພາຍໃນ ແລະ ຕ່າງປະເທດ;
3. ຄົ້ນຄວ້າລະບົບການສຶກສາຂອງຕ່າງປະເທດ ເພື່ອເປັນຖານຂໍ້ມູນໃນການທຽບໃບປະກາສະນີຍະບັດ.
4. ສ້າງຖານຂໍ້ມູນສະຖິຕິການທຽບປະກາສະນີຍະບັດ
5. ຕິດຕາມເອກະສານຂາເຂົ້າອອກພະແນກ
6. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 2
1. ສ້າງລະບຽບແລະ ການທຽບການຄຸ້ມຄອງໃບປະກາສະນີຍະບັດພາກເອກະຊົນ
2. ຄົ້ນຄວ້າການຂຶ້ນທະບຽນປະກາສະນີຍະບັດ ຂອງສະຖາບັນການສຶກສາຊັ້ນສູງພາກເອກະຊົນ.
3. ກວດກາຄວາມຖືກຕ້ອງຂອງປະກາສະນີຍະບັດ ແລະ ສະເໜີລົບລ້າງປະກາສະນີຍະບັດປອມ;
4. ເກັບກຳສະຖິຕິນັກສຶກສາ ຂອງສະຖາບັນການສຶກສາຊັ້ນສູງພາກເອກະຊົນ;
5. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍ ຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ;
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາ ທີ່ກ່ຽວຂ້ອງ ກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍເຮັດວຽກການຄົ້ນຄວ້າ ແລະ ນຳໃຊ້ຄອມພິວເຕີໃນການຄົ້ນຄວ້າເອກະສານ ແລະ ການສ້າງຖານຂໍ້ມູນຕ່າງໆ.
3. ດ້ານທັກສະທີ່ຕ້ອງການ: ສາມາດຄົ້ນຄວ້າເອກະສານ,ຄຸ້ມຄອງ-ບໍລິຫານຈັດການເອກະສານ, ຮູ້ນຳໃຊ້ຄອມພິວເຕີໃນການຄົ້ນຫາຂໍ້ມູນ ແລະ ສັງເຄາະເອກະສານ, ມີຄວາມຮູ້ດ້ານພາສາໃດໜຶ່ງ.
(6). ຕຳແໜ່ງງານວິຊາການວຽກງານປະກັນຄຸນນະພາບ ( 2 ຕໍາແໜ່ງ)
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 1
1. ສ້າງລະບຽບການ ແລະ ເຄື່ອງມືປະກັນຄຸນນະພາບໃນສາຍການສຶກສາຊັ້ນສູງ;
2. ຈັດຕັ້ງການປະເມີນຄຸນນະພາບການສຶກສາ ຂອງສະຖາບັນການສຶກສາຊັ້ນສູງ;
3. ຕິດຕາມການປັບປຸງຫຼັກສູດຕາມຂອບວຸດທິການສຶກສາແຫ່ງຊາດ
4. ຂຶ້ນແຜນງົບປະມານເພື່ອລົງຕິດຕາມການປະກັນຄຸນນະພາບ, ການຈັດຕັ້ງປະຕິບັດຫລັກສູດຂອງ ສະຖາບັນການສຶກສາຊັ້ນສູງ.
5. ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.
• ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ 2
1. ຕິດຕາມ ແລະ ປະເມີນຜົນ ໂດຍສົມທົບກັບສູນປະກັນຄຸນນະພາບການສຶກສາ ກ່ຽວກັບການປະກັນຄຸນນະພາບຂອງສະຖາບັນການສຶກສາຊັ້ນສູງ.
2. ຄົ້ນຄວ້າລະບຽບຫຼັກການ ເພື່ອຮັບຮອງຫຼັກສູດ, ການທຽບໂອນການຮຽນມາກ່ອນໜ້າ ແລະ ປະສົບການ.
3. ຕິດຕາມການປ້ອງກັນບົດວິທະຍານິພົນຂອງສະຖາບັນການສຶກສາຊັ້ນສູງ;
4. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍ ຂອງພະແນກ ແລະກົມ;
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາ ທີ່ກ່ຽວຂ້ອງ ກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍເຮັດວຽກການຄົ້ນຄວ້າ ແລະ ພັດທະນາວຽກງານປະກັນຄຸນນນະພາບ ຫລື ວຽກງານອື່ນທີ່ໃກ້ຄຽງ.
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການປະເມີນ, ການຄຸ້ມຄອງ-ບໍລິຫານ, ການຄົ້ນຄວ້າເອກະສານ ແລະ ມີຄວາມຮູ້ດ້ານພາສາໃດໜຶ່ງ.
(7). ຕຳແໜ່ງງານວິຊາການຄຸ້ມຄອງມາດຕະຖານ (2 ຕໍາແໜ່ງ)
• ໜ້າທີ່ຮັບຜິດຊອບຕຳແໜ່ງ 1
1. ສ້າງ ແລະ ປັບປຸງ ມາດຕະຖານສະຖາບັນການສຶກສາຊັ້ນສູງ.
2. ສ້າງ ແລະ ປັບປຸງ ລະບຽບ ກ່ຽວກັບ ມາດຕະຖານອຸປະກອນ ໃນສະຖາບັນການສຶກສາຊັ້ນສູງ.
3. ສ້າງ ແລະ ປັບປຸງ ລະບຽບ ແລະ ນິຕິກຳ ກ່ຽວກັບຂອບວຸດທິການສຶກສາໃນສາຍການສຶກສາຊັ້ນສູງ,
4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ໜ້າທີ່ຮັບຜິດຊອບຕຳແໜ່ງ 2
1. ສ້າງ, ປັບປຸງ ແລະ ພັດທະນາມາດຕະຖານຫຼັກສູດ ໃນສາຍການສຶກສາຊັ້ນສູງ.
2. ສ້າງ ແລະ ປັບປຸງ ມາດຕະຖານຄູ ໃນສາຍການສຶກສາຊັ້ນສູງ.
3. ຕິດຕາມການສ້າງຕັ້ງສະຖາບັນການສຶກສາຊັ້ນສູງໂດຍສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ;
• ຂອບເຂດສິດ:
1. ສະເໜີແລະປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ ;
2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງ ກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍເຮັດວຽກການຄົ້ນຄວ້າ ແລະ ພັດທະນາວຽກງານການຄູ້ມຄອງສະຖາບັນ ຫລື ການບໍລິຫານວຽກງານຕ່າງໆ.
3. ດ້ານທັກສະທີ່ຕ້ອງການ: ສາມາດການຄຸ້ມຄອງ-ບໍລິຫານ, ການຄົ້ນຄວ້າເອກະສານ ແລະ ມີຄວາມຮູ້ດ້ານພາສາໃດໜຶ່ງ.