3 ອົງການຈັດຕັ້ງ

ເຂົ້າສູ່ລະບົບ

ຄົ້ນຫາ

Social Media

ຈົດໝາຍຂ່າວ

Publication1

ສະຖິຕິເຂົ້າຊົມ

325511
Today
Yesterday
This Week
Last Week
This Month
Last Month
All days
2
262
551
323870
1031
5227
325511

Your IP: 44.200.82.149
2023-06-07 00:01

ພະແນກຄົ້ນຄວ້າ ແລະ ພັດທະນາ

D31.1.ໜ້າທີ່:

1.  ຄົ້ນຄວ້າ, ສ້າງລະບຽບການ ແລະ ນິຕິກຳຄຸ້ມຄອງການສຶກສາຊັ້ນສູງ ແລະ ການຄຸ້ມຄອງການ ຄົ້ນຄວ້າ ວິທະຍາສາດ;

2. ຄົ້ນຄວ້າ ແລະ ນຳສະເໜີ ຂໍອະນຸມັດການສ້າງຕັ້ງສະພາຂອງສະຖາບັນການສຶກສາຊັ້ນສູງ;

3. ສົ່ງເສີມ,ຄຸ້ມຄອງ ແລະ ຕິດຕາມການຄົ້ນຄວ້າວິທະຍາສາດຂອງສະຖາບັນການສຶກສາຊັ້ນສູງ;

4. ຄຸ້ມຄອງ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງສະຖາບັນການ ສຶກສາຊັ້ນສູງ;

5. ສົ່ງເສີມການຮ່ວມມືໃນວຽກງານການຄົ້ນຄວ້າວິທະຍາສາດ ລະຫວ່າງ ສະຖາບັນການສຶກສາ ຊັ້ນສູງດ້ວຍກັນ ແລະ ລະຫວ່າງສະຖາບັນການສຶກສາ

    ຊັ້ນສູງກັບພາກສ່ວນອຸດສາຫະກຳ ທັງພາຍໃນ ແລະຕ່າງປະເທດ;

6. ຄົ້ນຄວ້າແລະຍາດແຍ່ງແຫຼ່ງທຶນຈາກອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດເພື່ອສະໜັບ ສະໜູນວຽກງານການຄົ້ນຄວ້າວິທະຍາສາດ;

7. ສົ່ງເສີມການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສະຖາບັນການສຶກສາ ຊັ້ນສູງ;

8. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດແຕ່ງຕັ້ງຕຳແໜ່ງວິຊາການ ຂອງຄູ-ອາຈານໃນສະຖາບັນ ການສຶກສາຊັ້ນສູງ;

9. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າກົມການສຶກສາຊັ້ນສູງ.

1.2.ກິດຈະກຳ:

1.  ສ້າງ ແລະ ປັບປຸງລະບຽບການ ແລະ ນິຕິກຳຕ່າງໆ ກ່ຽວກັບ ການຄຸ້ມຄອງວຽກງານການສຶກສາ ຊັ້ນສູງ;

2. ສ້າງລະບຽບການເພື່ອສົ່ງເສີມ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຂອງ ສະຖາບັນ ການສຶກສາຊັ້ນສູງ;

3. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດການສ້າງຕັ້ງສະພາການສຶກສາຊັ້ນສູງແຫ່ງຊາດ ແລະ ສະພາ ຂອງ ສະຖາບັນການສຶກສາຊັ້ນສູງ;

4. ຕິດຕາມຜົນງານການຄົ້ນຄວ້າວິທະຍາສາດຂອງບັນດານັກຄົ້ນຄວ້າໃນສະຖາບັນການສຶກສາ ຊັ້ນສູງ;

5. ຄົ້ນຄວ້າຫົວຂໍ້ການຄົ້ນຄວ້າລະດັບຊາດຕໍ່ສະພາວິທະຍາສາດລະດັບຊາດ

6. ຕິດຕາມການຈັດຕັ້ງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງສະຖາບັນການສຶກສາຊັ້ນສູງ ໃຫ້ແກ່ສັງຄົມ;

7. ປະສານງານການຮ່ວມມືໃນວຽກງານການຄົ້ນຄວ້າວິທະຍາສາດລະຫວ່າງ ສະຖາບັນການ ສຶກສາຊັ້ນສູງດ້ວຍກັນ ແລະ ລະຫວ່າງສະຖາບັນການສຶກສາ ຊັ້ນສູງກັບພາກສ່ວນອຸດສາຫະກຳ ພາຍໃນປະເທດ, ພາກພື້ນ ແລະ ສາກົນ;

8. ສ້າງນິຕິກຳເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສ້າງສູນບົ່ມເພາະ ທາງດ້ານທຸລະກິດໃນຂະແໜງວິຊາສະເພາະໃດໜຶ່ງ ຢູ່ໃນສະຖາບັນການສຶກສາຊັ້ນສູງ;

9. ສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສະຖາບັນການສຶກສາຊັ້ນສູງ;

10. ຄົ້ນຄວ້າ ແລະນຳສະເໜີຂໍອະນຸມັດແຕ່ງຕັ້ງຕຳແໜ່ງວິຊາການ ຂອງຄູສອນ ໃນສະຖາບັນການສຶກສາຊັ້ນສູງ

11.  ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຫົວໜ້າກົມການສຶກສາຊັ້ນສູງ.

1.3.ການກຳນົດຕຳແໜ່ງງານ:

(1). ຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດIV).

•   ໜ້າທີ່ຮັບຜິດຊອບ:

1.  ຊີ້ນຳທຸກວຽກງານ ຂອງພະແນກ (ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);

2. ຄົ້ນຄວ້າ ແລະ ສ້າງນິຕິກຳຕ່າງໆ ກ່ຽວກັບ ການຄຸ້ມຄອງວຽກງານການສຶກສາຊັ້ນສູງ;

3. ຄົ້ນຄວ້າ ແລະ ສ້າງນິຕິກຳຕ່າງໆກ່ຽວກັບການຄົ້ນຄວ້າ ແລະ ການຄຸ້ມຄອງການຄົ້ນຄວ້າ ວິທະຍາສາດ ຂອງ ສະຖາບັນການສຶກສາຊັ້ນສູງ;

4. ຊີ້ນຳວຽກງານການຂໍອະນຸມັດສ້າງຕັ້ງສະພາການສຶກສາຊັ້ນສູງແຫ່ງຊາດ ແລະ ສະພາຂອງ ສະຖາບັນການສຶກສາຊັ້ນສູງ;

5. ຊີ້ນຳການນຳສະເໜີຂໍອະນຸມັດແຕ່ງຕັ້ງ ຕຳແໜ່ງວິຊາການ ຂອງຄູສອນ ໃນສະຖາບັນການສຶກສາຊັ້ນສູງ;

6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງ ຮອງຫົວໜ້າກົມຜູ້ຊີ້ນຳ.  

•   ຂອບເຂດສິດ:

1.  ສະເໜີຄວາມຄິດຄວາມເຫັນ ເພື່ອປັບປຸງທຸກວຽກງານພາຍໃນກົມ;

2. ຄຸ້ມຄອງ, ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;

3. ປະຕິບັດວຽກງານກັບຄູ່ຮ່ວມພັດທະນາຕາມການມອບໝາຍຂອງກົມ;

4. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອພັດທະນາວຽກງານການສຶກສາຊັ້ນສູງ ໃຫ້ສຳເລັດ;

5. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງ ຮອງຫົວໜ້າກົມຜູ້ຊີ້ນຳ.  

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າກົມຜູ້ຊີ້ນຳ.

•   ມາດຕະຖານສະເພາະ:        

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດ5ມາແລ້ວຢ່າງໜ້ອຍ4ປີ ຫຼື ຜູ້ທີ່ເປັນວິຊາການມີຄຸນສົມບັດທີ່ເໝາະສົມ.

3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດ ແລະ ຊຳນານໃນການຄຸ້ມຄອງ-ການບໍລິຫານເປັນຢ່າງດີສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນ ການສື່ສານ.

(2). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດV).

1.  ຊ່ວຍວຽກຫົວໜ້າພະແນກຮອບດ້ານ (ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);

2. ສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມການຄົ້ນຄວ້າວິທະຍາສາດ ແລະ ພັດທະນາທາງດ້ານເຕັກໂນ ໂລຊີ ຂອງ ສະຖາບັນການສຶກສາຊັ້ນສູງ;

3. ນຳພາການຈັດຕັ້ງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງ ສະຖາບັນການສຶກສາຊັ້ນສູງ;

4. ຊີ້ນຳວຽກງານການສົ່ງເສີມການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດລະຫວ່າງ ສະຖາບັນ ການສຶກສາຊັ້ນສູງດ້ວຍກັນແລະລະຫວ່າງ ສະຖາບັນການສຶກສາຊັ້ນສູງກັບພາກອຸດສາຫະກຳ ພາຍໃນປະເທດ, ພາກພື້ນ ແລະ ສາກົນ;

5. ຊີ້ນຳວຽກງານການຄົ້ນຄວ້າ ແລະ ຍາດແຍ່ງແຫຼ່ງທຶນຈາກອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນວຽກງານຄົ້ນຄວ້າວິທະຍາສາດ;

6. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ;

7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງ ຫົວໜ້າພະແນກ.

•   ຂອບເຂດສິດ:

1.  ຮັບໜ້າທີ່ແທນໄລຍະເວລາຫົວໜ້າພະແນກບໍ່ຢູ່;

2. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານພາຍໃນພະແນກ.

3. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;

4. ຊ່ວຍປະສານສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອພັດທະນາວຽກງານການສຶກສາຊັ້ນສູງ;

5. ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງ ຫົວໜ້າພະແນກ.

•   ສາຍຄວາມຮັບຜິດຊອບ: ຂຶ້ນໂດຍກົງກັບຫົວໜ້າພະແນກ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ:   ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບປະການ: ເປັນພະນັກງານວິຊາການມາແລ້ວຢ່າງໜ້ອຍ5ປີ ແລະ ມີຄຸນສົມບັດ ທີ່ເໝາະສົມ.

3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດ ແລະ ຊຳນານໃນການຄຸ້ມຄອງ-ການບໍລິຫານເປັນຢ່າງດີ ສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນ ການສື່ສານ.

(3). ຕຳແໜ່ງງານວິຊາການ ວຽກງານຄົ້ນຄວ້ານິຕິກຳ (2ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບ ຕຳແໜ່ງ1 :

1.  ຄົ້ນຄວ້າ, ສ້າງ ແລະ ປັບປຸງ ນິຕິກຳ ກ່ຽວກັບການຄຸ້ມຄອງວຽກງານການສຶກສາຊັ້ນສູງ;

2. ຄົ້ນຄວ້າ, ສ້າງ ແລະ ປັບປຸງ ລະບຽບການຮຽນ-ການສອນໃນສະຖາບັນການ ສຶກສາຊັ້ນສູງ(ລະບຽບການກໍ່ສ້າງແລະຄຸ້ມຄອງນັກວິຊາການ ລະດັບປະລິນຍາໂທ ແລະ ປະລິນຍາເອກ,ລະບຽບການວັດ ແລະ ປະເມີນຜົນການຮຽນໃນສະຖາບັນການສຶກສາຊັ້ນສູງ;

3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ;

•   ໜ້າທີ່ຄວາມຮັບຜິດຊອບ ຕຳແໜ່ງ2:

1.  ຄົ້ນຄວ້າ, ສ້າງແລະ ປັບປຸງ ນິຕິກຳຕ່າງໆ ກ່ຽວກັບ ນະໂຍບາຍ ແລະ ຍຸດທະສາດ ສຳລັບ ການຄົ້ນຄວ້າແລະ ການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຂອງສະຖາບັນການສຶກສາຊັ້ນສູງ;

2. ສ້າງແລະ ປັບປຸງ ນິຕິກຳ ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນເພື່ອສ້າງສູນບົ່ມເພາະທາງດ້ານທຸລະກິດໃນຂະແໜງວິຊາສະເພາະ ໃດໜຶ່ງຢູ່ໃນສະຖາບັນການສຶກສາຊັ້ນສູງ;

3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ;

•   ຂອບເຂດສິດ.

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆ ຕາມການໝາຍຂອງພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊານິຕິສາດ ຫຼື ວິຊາທີ່ໃກ້ຄຽງ;

2. ດ້ານປະສົບການ: ເຄີຍປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ2ປີຂຶ້ນໄປ;

3. ດ້ານທັກສະທີ່ຕ້ອງການ:ມີຄວາມຊຳນານໃນການຮ່າງເອກະສານ,ການນຳໃຊ້ຄອມພິວເຕີ (Microsoft office ແລະInternet), ການຄົ້ນຄວ້າຂໍ້ມູນ ແລະ ເອກະສານ, ສາມາດນຳໃຊ້ ພາສາລາວ ແລະ ພາສາຕ່າງປະເທດໃດໜຶ່ງໄດ້ດີ.

(4). ຕຳແໜ່ງງານວິຊາການວຽກງານຄຸ້ມຄອງການຄົ້ນຄວ້າວິທະຍາສາດ (1ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບ.

1.  ຄຸ້ມຄອງແລະ ຕິດຕາມການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາທາງດ້ານເຕັກໂນໂລຊີ ຂອງ ສະຖາບັນການສຶກສາຊັ້ນສູງ;

2.  ສັງລວມຫົວຂໍ້ຄົ້ນຄວ້າວິທະຍາສາດລະດັບຊາດ ແລະ ນັກຄົ້ນຄວ້າວິທະຍາສາດ ໃນສະຖາບັນການສຶກສາຊັ້ນສູງ;

3.  ປະສານສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີເພື່ອຄຸ້ມຄອງລິຂະສິດໃນການ ຄົ້ນຄວ້າວິທະຍາສາດ ຂອງສະຖາບັນການສຶກສາຊັ້ນສູງ;

4.  ຈັດຕັ້ງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງບັນດາສະຖາບັນການສຶກສາ ຊັ້ນສູງ ໃຫ້ແກ່ສັງຄົມ;

5.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ.

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງ ພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆ ຕາມການໝາຍ ຂອງ ພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງ;

2. ດ້ານປະສົບປະການ: ເຄີຍປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ2ປີຂຶ້ນໄປ;

3. ດ້ານທັກສະທີ່ຕ້ອງການ:ມີຄວາມຊຳນິຊຳນານໃນການຮ່າງເອກະສານ,ການນຳໃຊ້ຄອມພິວເຕີ (Microsoft office ແລະInternet), ການຄົ້ນຄວ້າຂໍ້ມູນ ແລະ ເອກະສານ, ສາມາດ ນຳໃຊ້ພາສາລາວ ແລະ ພາສາຕ່າງປະເທດໃດໜຶ່ງໄດ້ດີ.

(5). ຕຳແໜ່ງງານວິຊາການວຽກງານສົ່ງເສີມ ແລະ ພັດທະນາການຄົ້ນຄວ້າວິທະຍາສາດ ( 1ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບ.

1.  ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະການພັດທະນາທາງດ້ານເຕັກໂນໂລຊີ ຂອງສະຖາບັນ ການສຶກສາຊັ້ນສູງ;

2. ສົ່ງເສີມໂຄງການຮ່ວມມືໃນວຽກງານການຄົ້ນຄວ້າວິທະຍາສາດລະຫວ່າງ ສະຖາບັນການ   ສຶກສາຊັ້ນສູງດ້ວຍກັນແລະລະຫວ່າງສະຖາບັນການສຶກສາ ຊັ້ນສູງ ກັບພາກສ່ວນອຸດສາຫະກຳ ພາຍໃນປະເທດ, ພາກພື້ນ ແລະ ສາກົນ;

3. ປະສານສົມທົບກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເພື່ອຍາດແຍ່ງແຫຼ່ງທຶນ ໃນການສະໜັບສະໜູນວຽກງານການຄົ້ນຄວ້າວິທະຍາສາດ;

4. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ.

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງ ພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆ ຕາມການໝາຍ ຂອງ ພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກ.

•   ມາດຕະຖານສະເພາະ.

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງ;

2. ດ້ານປະສົບປະການ: ເຄີຍປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ2ປີຂຶ້ນໄປ;

3. ດ້ານທັກສະທີ່ຕ້ອງການ:ມີຄວາມຊຳນິຊຳນານໃນການຮ່າງເອກະສານ,ການນຳໃຊ້ຄອມພິວເຕີ (Microsoft office ແລະInternet), ການຄົ້ນຄວ້າຂໍ້ມູນ ແລະ ເອກະສານ, ສາມາດ ນຳໃຊ້ພາສາລາວ ແລະ ພາສາຕ່າງປະເທດໃດໜຶ່ງໄດ້ດີ.

(6). ຕຳແໜ່ງງານວິຊາການວຽກງານຄຸ້ມຄອງຕຳແໜ່ງວິຊາການ (1ຕຳແໜ່ງ)  

•   ໜ້າທີ່ຮັບຜິດຊອບ:

1.  ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດສ້າງຕັ້ງສະພາທີ່ປຶກສາການສຶກສາຊັ້ນສູງແຫ່ງຊາດ

2. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດສ້າງຕັ້ງສະພາ ຂອງ ສະຖາບັນການສຶກສາຊັ້ນສູງ;

3. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດແຕ່ງຕັ້ງຕຳແໜ່ງວິຊາການ ຂອງ ຄູສອນໃນສະຖາບັນ ການສຶກສາຊັ້ນສູງ;

4. ເກັບກຳສະຖິຕິຕຳແໜ່ງວິຊາການ ຂອງ ຄູສອນ ໃນສະຖາບັນການສຶກສາຊັ້ນສູງ;

5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ:

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງ ພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງພະແນກ ແລະ ກົມ;

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາໃດໜຶ່ງ;

2. ດ້ານປະສົບປະການ: ເຄີຍປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ2ປີຂຶ້ນໄປ.

3. ດ້ານທັກສະທີ່ຕ້ອງການ:ມີຄວາມຊຳນິຊຳນານໃນການຮ່າງເອກະສານ,ການນຳໃຊ້ຄອມພິວເຕີ (Microsoft office ແລະInternet), ການຄົ້ນຄວ້າຂໍ້ມູນ ແລະ ເອກະສານ, ສາມາດ ນຳໃຊ້ພາສາລາວ ແລະ ພາສາຕ່າງປະເທດໃດໜຶ່ງໄດ້ດີ.