3 ອົງການຈັດຕັ້ງ

ເຂົ້າສູ່ລະບົບ

ຄົ້ນຫາ

Social Media

ຈົດໝາຍຂ່າວ

Publication1

ສະຖິຕິເຂົ້າຊົມ

325491
Today
Yesterday
This Week
Last Week
This Month
Last Month
All days
244
94
531
323870
1011
5227
325491

Your IP: 44.200.82.149
2023-06-06 23:20

ພະແນກວິຊາການ

D2

1.1.   ໜ້າທີ່:

1.  ວາງແຜນການ, ແຜນງານ ແລະ ໂຄງການເພື່ອພັດທະນາສະຖາບັນການສຶກສາຊັ້ນສູງ;

2. ວາງແຜນການກໍ່ສ້າງ, ບຳລຸງ, ຍົກລະດັບ ແລະ ຄຸ້ມຄອງ ຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກວິຊາການ ຂອງ ສະຖາບັນການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ;

3. ວາງແຜນພັດທະນາສື່ການຮຽນ-ການສອນ, ປື້ມຕຳລາ, ອຸປະກອນ ແລະ ເຄື່ອງມືການທົດລອງ ໃນສະຖາບັນການສຶກສາຊັ້ນສູງ;

4. ຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງການສອບເສັງຄັດເລືອກນັກສຶກສາເຂົ້າຮຽນຢູ່ສະຖາບັນການ ສຶກສາຊັ້ນສູງ;

5. ຕິດຕາມການຮັບນັກສຶກສາເຂົ້າຮຽນ, ນັກສຶກສາຮຽນຈົບ ແລະ ສຳຫຼວດຜູ້ຊົມໃຊ້ແຮງງານ;

6. ຄົ້ນຄວ້າແລະສະເໜີຂໍອະນຸມັດຮັບເອົາຊ່ຽວຊານແລະອາສາສະໝັກເພື່ອປະຈຳການຢູ່ສະຖາບັນ ການສຶກສາຊັ້ນສູງ;

7. ປະສານການຮ່ວມມືດ້ານວິຊາການ ໃນສາຍການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ;

8. ຄຸ້ມຄອງດ້ານວິຊາການຂອງສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ;

9. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງ ຫົວໜ້າກົມການສຶກສາຊັ້ນສູງ.

1.2. ກິດຈະກຳ:

1.  ສຶກສາຄວາມເປັນໄປໄດ້ເພື່ອຂະຫຍາຍ ແລະ ສ້າງຕັ້ງສະຖາບັນການສຶກສາຊັ້ນສູງ;

2. ສ້າງລະບຽບການຮັບຮອງສະຖາບັນການສຶກສາຊັ້ນສູງ;

3. ສ້າງແຜນ ແລະ ຕິດຕາມການກໍ່ສ້າງນັກວິຊາການຊັ້ນສູງ ແລະ ນັກຄົ້ນຄວ້າຢູ່ສະຖາບັນ       ການສຶກສາຊັ້ນສູງ;

4. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດສ້າງຕັ້ງ, ປັບປຸງ ແລະ ຂະຫຍາຍສະຖາບັນການສຶກສາ ຊັ້ນສູງ ທັງພາກລັດ ແລະ ເອກະຊົນ;

5. ສົ່ງເສີມແລະ ຕິດຕາມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສ້າງສູນບົ່ມເພາະ   ທາງດ້ານທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ໃນຂະແໜງວິຊາສະເພາະໃດໜຶ່ງຢູ່ໃນສະຖາບັນການສຶກສາຊັ້ນສູງ;

6. ສ້າງແຜນແນະນຳ ແລະ ໃຫ້ຄຳປຶກສາອາຊີບ ແລະ ວິຊາສະເພາະ ໃນສະຖາບັນການສຶກສາ ຊັ້ນສູງ;

7. ສຶກສາ ກ່ຽວກັບປະສິດທິພາບ ແລະ ປະສິດທິຜົນພາຍໃນ ແລະ ພາຍນອກ ຂອງ ສະຖາບັນ ການສຶກສາຊັ້ນສູງ;

8. ຕິດຕາມນັກສຶກສາເຂົ້າໃໝ່, ຮຽນຈົບ ໃນສະຖາບັນການສຶກສາຊັ້ນສູງ ແລະ ສຳຫຼວດຜູ້ຊົມໃຊ້ ແຮງງານ;

9. ວາງແຜນການສອບເສັງປະຈຳປີ ໃນການເຂົ້າຮຽນມະຫາວິທະຍາໄລຕ່າງໆ ທີ່ຂຶ້ນກັບກະຊວງ ສຶກສາທິການ ແລະ ກິລາ;

10. ສະຫຼຸບ ແລະ ຖອດຖອນບົດຮຽນການສອບເສັງ,

11.  ສ້າງລະບຽບ ການສອບເສັງ, ຂຶ້ນແຜນຕົວເລກຮັບນັກສຶກສາຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;

12. ວາງແຜນການຈັດຕັ້ງປະຕິບັດ, ຄຸ້ມຄອງ, ຄົ້ນຄວ້າຮ່າງບົດບັນທຶກຄວາມເຂົ້າໃຈດ້ານການ ຮ່ວມມືດ້ານວິຊາການຂອງສະຖາບັນການສຶກສາຊັ້ນສູງ;

13. ສະເໜີຂໍອະນຸມັດຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ທີ່ມາປະຈຳການ ຢູ່ໃນສະຖາບັນ ການສຶກສາຊັ້ນສູງ ທີ່ຂຶ້ນກັບຄວາມຮັບຜິດຊອບ;

14. ຄົ້ນຄວ້າ ແລະ ນຳສະເໜີເອກະສານໃນການອະນຸມັດຮັບເອົາໂຄງການຮ່ວມມືດ້ານວິຊາການ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ສະຖາບັນ ການສຶກສາຊັ້ນສູງ;

15. ວາງແຜນ ແລະ ຈັດຕັ້ງການເຝິກອົບຮົມໄລຍະສັ້ນ-ຍາວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ຜູ້ບໍລິຫານການສຶກສາຊັ້ນສູງ;

16. ສົມທົບກັບສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ເພື່ອວາງແຜນພັດທະນາ     ຄູ-ອາຈານ.

17. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຫົວໜ້າກົມການສຶກສາຊັ້ນສູງ.

1.3. ການກຳນົດຕຳແໜ່ງງານ:

(1). ຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດIV).

 

•    ໜ້າທີ່ຮັບຜິດຊອບ: ຮັບຜິດຊອບວຽກງານລວມຂອງພະແນກ;

1.  ຊີ້ນຳລວມທຸກວຽກງານຂອງພະແນກ (ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);

2. ຄົ້ນຄວ້າ ການວາງແຜນ, ຕິດຕາມແລະ ກວດກາການປະຕິບັດແຜນການພັດທະນາໃນສະຖາບັນການສຶກສາຊັ້ນສູງ;

3. ຄົ້ນຄວ້າ ແລະ ວາງແຜນ ການພັດທະນາຜູ້ບໍລິຫານການສຶກສາ, ການຮ່ວມມືດ້ານວິຊາການ ຂອງສະຖາບັນການສຶກສາຊັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ;

4. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ.

•   ຂອບເຂດສິດ:

1.  ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານທີ່ກ່ຽວຂ້ອງ;

2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;

3. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;

4. ປະຕິບັດສິດອື່ນໆຕາມການມອບໝາຍຂອງຮອງຫົວໜ້າກົມຜູ້ຊີ້ນຳ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າກົມຜູ້ຊີ້ນຳ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດ5ມາແລ້ວຢ່າງໜ້ອຍ4ປີ.

3.ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການຄຸ້ມຄອງ ແລະ ການບໍລິຫານຈັດການເປັນຢ່າງດີ, ສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນການສື່ສານ.

(2).ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດV).

•  ໜ້າທີ່ຄວາມຮັບຜິດຊອບ:ວຽກງານວາງແຜນການພັດທະນາການສຶກສາ ແລະວຽກງານຄຸ້ມຄອງວິຊາການ.

1.  ຊ່ວຍວຽກຫົວໜ້າພະແນກຮອບດ້ານ(ແນວຄິດການເມືອງ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ)

2. ຄຸ້ມຄອງການກໍ່ສ້າງນັກວິຊາການ ແລະ ການບໍລິການວິຊາການໃຫ້ມີຄຸນນະພາບໃນສະຖາບັນ ການສຶກສາຊັ້ນສູງ;

3. ວາງແຜນພັດທະນາສື່ການຮຽນ-ການສອນ, ປື້ມຕຳລາ, ອຸປະກອນ ແລະ ເຄື່ອງມືການທົດລອງ ໃນສະຖາບັນການສຶກສາຊັ້ນສູງ.

4. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ.

5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຫົວໜ້າພະແນກ;

•   ຂອບເຂດສິດ:

1.  ຮັບໜ້າທີ່ແທນໄລຍະເວລາຫົວໜ້າພະແນກບໍ່ຢູ່;

2. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ ທີ່ກ່ຽວຂ້ອງ;

3. ຄຸ້ມຄອງ, ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;

4. ປະສານສົມທົບກັບພະແນກອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;

5. ປະຕິບັດສິດອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.

•   ມາດຕະຖານສະເພາະ.

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບປະການ:ເຄີຍດຳລົງຕຳແໜ່ງບໍລິຫານປະເພດVI ມາແລ້ວຢ່າງໜ້ອຍ3ປີ ຫຼື ເປັນພະນັກ ງານວິຊາການທີ່ກ່ຽວຂ້ອງໂດຍກົງມາແລ້ວຢ່າງໜ້ອຍ 5ປີ

3. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນິຊຳນານໃນການວາງແຜນ ແລະ ການບໍລິຫານເປັນຢ່າງດີສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນການ ສື່ສານ.

(3). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດV) :

•   ໜ້າທີ່ຄວາມຮັບຜິດຊອບ: ຄວາມຮັບຜິດຊອບ ...

1.  ຊ່ວຍວຽກຫົວໜ້າພະແນກຮອບດ້ານ(ແນວຄິດການເມືອງ,ການຈັດຕັ້ງ,ການບໍລິຫານ ແລະ ວິຊາການ);

2. ຮັບຜິດຊອບວຽກງານບໍລິການວິຊາການທີ່ສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ພາກ ເອກະຊົນ;

3. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກກະຕິ.

4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ:

1.  ຮັບໜ້າທີ່ແທນໄລຍະເວລາຫົວໜ້າພະແນກບໍ່ຢູ່;

2. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ ທີ່ກ່ຽວຂ້ອງ;

3. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆ ຕາມລະບຽບ, ກົດໝາຍຂອງການເງິນ ແລະ ງົບປະມານ;

4. ປະສານສົມທົບກັບພະແນກອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;

5. ປະຕິບັດສິດອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.

•   ມາດຕະຖານສະເພາະດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

1.  ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດVI ມາແລ້ວຢ່າງໜ້ອຍ3ປີ ຫຼື ເປັນພະນັກງານວິຊາການທີ່ກ່ຽວຂ້ອງໂດຍກົງມາແລ້ວ ຢ່າງ ໜ້ອຍ5ປີ

2. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນິຊຳນານໃນການວາງແຜນ ແລະ ການບໍລິຫານເປັນຢ່າງດີສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນ ການສື່ສານ.

(4). ຕຳແໜ່ງງານວິຊາການວຽກງານວາງແຜນການພັດທະນາການສຶກສາຊັ້ນສູງ(2ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ1

1.  ສຶກສາຄວາມເປັນໄປໄດ້ເພື່ອຂະຫຍາຍ ແລະ ສ້າງຕັ້ງສະຖາບັນການສຶກສາຊັ້ນສູງ;

2. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດສ້າງຕັ້ງ, ປັບປຸງ, ຂະຫຍາຍ ແລະ ຍົກເລີກ ສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ພາກເອກະຊົນ;

3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ2

1.  ສ້າງ ແລະ ສະຫຼຸບລາຍງານແຜນພັດທະນາວຽກງານການສຶກສາຊັ້ນສູງ;

2. ສ້າງລະບຽບການຂໍອະນຸມັດສ້າງຕັ້ງສະຖາບັນການສຶກສາຊັ້ນສູງ;

3. ສົ່ງເສີມແລະ ຕິດຕາມການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນເພື່ອສ້າງສູນບົ່ມເພາະທາງດ້ານທຸລະກິດຂະໜາດກາງ ແລະຂະໜາດນ້ອຍ ໃນຂະແໜງວິຊາສະເພາະໃດໜຶ່ງຢູ່ໃນສະຖາບັນການສຶກສາຊັ້ນສູງ;

4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ.

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບການ:ເຄີຍມີປະສົບການໃນການຄຸ້ມຄອງ ແລະ ວາງແຜນວຽກງານໃດໜຶ່ງມາກ່ອນ;

3. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນານໃນການວາງແຜນ, ຮູ້ນຳໃຊ້ຄອມພິວເຕີWord, Excel ແລະPower point ເປັນຢ່າງດີ ແລະ ສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;

(5). ຕຳແໜ່ງງານວິຊາການວຽກງານຄຸ້ມຄອງວິຊາການ (2ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ1

1.  ຕິດຕາມສະຖິຕິນັກສຶກສາເຂົ້າຮຽນໃໝ່ ແລະ ຮຽນຈົບ;

2. ວາງແຜນການສອບເສັງປະຈຳປີໃນການເຂົ້າຮຽນມະຫາວິທະຍາໄລຕ່າງໆທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ສະຫຼຸບ ແລະ ຖອດຖອນບົດຮຽນ ການສອບເສັງ;

3. ຕິດຕາມການຂຶ້ນແຜນຕົວເລກນັກສຶກສາຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;

4. ຕິດຕາມການຮັບນັກສຶກສາເຂົ້າຮຽນ, ນັກສຶກສາຮຽນຈົບ ແລະ ສຳຫຼວດຜູ້ຊົມໃຊ້ແຮງງານ;

5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ2

1.  ສ້າງແຜນແນະນຳ ແລະ ໃຫ້ການປຶກສາອາຊິີບ ແລະ ວິຊາສະເພາະໃນສະຖາບັນການສຶກສາຊັ້ນສູງ;

2. ຄົ້ນຄວ້າ ແລະ ນຳສະເໜີຮັບຮອງສະຖາບັນການສຶກສາຊັ້ນສູງ (Accreditation);

3. ວາງແຜນພັດທະນາສື່ການຮຽນ-ການສອນ, ປື້ມຕຳລາ, ອຸປະກອນ ແລະ ເຄື່ອງມືທົດລອງໃນສະຖາບັນການສຶກສາຊັ້ນສູງ;

4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ຂອບເຂດສິດ:

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆ ຂອງພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.

•   ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2. ດ້ານປະສົບປະການ:   ເຄີຍມີປະສົບການໃນການຄຸ້ມຄອງວຽກງານວິຊາການໃດໜຶ່ງມາກ່ອນ;

3. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນິຊຳນານໃນການວຽກງານດັ່ງກ່າວ, ສາມາດນຳໃຊ້ຄອມພິວເຕີWord, Excel ແລະPower point ເປັນຢ່າງດີ ແລະ ສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;

(6) ຕຳແໜ່ງງານວິຊາການວຽກງານພົວພັນ ແລະ ຮ່ວມມື ( 2 ຕຳແໜ່ງ)

•    ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ1

1.   ຄົ້ນຄ້ວາວາງແຜນການຈັດຕັ້ງປະຕິບັດ, ການຄຸ້ມຄອງ ແລະ ຮ່າງບົດບັນທຶກຄວາມເຂົ້າໃຈໃນດ້ານການຮ່ວມມື ໃນສະຖາບັນການສຶກສາຊັ້ນສູງ;

2.  ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດຮັບເອົາໂຄງການການຮ່ວມມືດ້ານວິຊາການ ທັງພາຍໃນ ແລະ ຕ່າງປະເທດ;

3.  ຄົ້ນຄວ້າ ແລະ ສະເໜີຂໍອະນຸມັດຮັບເອົາຊ່ຽວຊານ ແລະ ອາສາສະໝັກເພື່ອປະຈຳການຢູ່ສະຖາບັນການສຶກສາຊັ້ນສູງ;

4.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ.

•    ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ2

1.   ປະສານການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ;

2.  ກະກຽມຈັດຕັ້ງກອງປະຊຸມຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ;

3.  ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•    ຂອບເຂດສິດ:

1.   ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;

2.  ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະ ກົມ.

•    ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.

•    ມາດຕະຖານສະເພາະ:

1.   ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;

2.  ດ້ານປະສົບປະການ:   ເຄີຍມີປະສົບການໃນການພົວພັນ ແລະ ຮ່ວມມື ໃດໜຶ່ງມາກ່ອນ;

3.  ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນານໃນວຽກງານດັ່ງກ່າວ, ສາມາດນຳໃຊ້້ຄອມພິວເຕີWord, Excel ແລະPower point ເປັນຢ່າງດີ ແລະ ສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;

(7) ຕຳແໜ່ງງານວິຊາການວຽກງານພັດທະນາບຸກຄະລາກອນ ( 2 ຕຳແໜ່ງ)

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ1

1.  ວາງແຜນ ແລະ ຈັດຕັ້ງການຝຶກອົບຮົມໄລຍະສັ້ນ-ຍາວ ທັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ຜູ້ບໍລິຫານ ແລະ ພະນັກງານ;

2. ສົມທົບກັບສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະ ພາກເອກະຊົນ ເພື່ອວາງແຜນພັດທະນາບຸກຄະລາກອນ;

3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•   ໜ້າທີ່ຄວາມຮັບຜິດຊອບຕຳແໜ່ງ2

1.  ຄົ້ນຄວ້າຂໍອະນຸມັດຈັດສົ່ງບຸກຄະລາກອນໄປຍົກລະດັບ;

2. ຕິດຕາມຄຸ້ມຄອງບຸກຄະລາກອນທີ່ຖືກສົ່ງໄປຍົກລະດັບ;

3. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.

•    ຂອບເຂດສິດ:

1.  ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;

2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະ ກົມ.

•   ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.

•    ມາດຕະຖານສະເພາະ:

1.  ດ້ານວຸດທິການສຶກສາ:ປະລິນຍາຕີຂຶ້ນໄປໃນສາຂາວິຊາຄຸ້ມຄອງການສຶກສາຫລືວິຊາໃກ້ຄຽງ;

2. ດ້ານປະສົບປະການ:ເຄີຍມີປະສົບການໃນວຽກງານພັດທະນາບຸກຄະລາກອນໃດໜຶ່ງມາກ່ອນ;

3. ດ້ານທັກສະທີ່ຕ້ອງການ: ມີຄວາມຊຳນານໃນວຽກງານດັ່ງກ່າວ, ສາມາດນຳໃຊ້ຄອມພິວເຕີWord, Excel ແລະPower point ເປັນຢ່າງດີ ແລະ ມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ;