ພະແນກບໍລິຫານ
1.1. ໜ້າທີ່
1. ສັງລວມ ແລະ ຄົ້ນຄວ້າການສະເໜີແຜນ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາ ທຸກວຽກງານຂອງກົມ;
2. ສັງລວມ ແລະ ຄົ້ນຄວ້າ ການສ້າງແຜນພັດທະນາບຸກຄະລາກອນພາຍໃນກົມ ແລະ ພາກສ່ວນ ທີ່ຂຶ້ນກັບກົມ;
3. ສັງລວມສະຖິຕິພະນັກງານ ແລະ ຄົ້ນຄວ້າການສະເໜີແຕ່ງຕັ້ງ, ຍົກລະດັບ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ,ປະຕິບັດວິໄນ, ນະໂຍບາຍ ແລະ ສະຫວັດດີ ການຕໍ່ພະນັກງານພາຍໃນກົມ ແລະ ພາກສ່ວນທີ່ຂຶ້ນກັບ;
4. ສັງລວມຄົ້ນຄວ້າການວາງແຜນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ;
5. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແລະ ຄຸ້ມຄອງເງິນສົດ;
6. ປະຕິບັດໜ້າທີ່ເປັນເລຂານຸການ ແລະ ວຽກງານພິທີການ;
7. ຄຸ້ມຄອງເອກະສານ, ການພິມ, ອັດສຳເນົາ ແລະ ກາປະທັບຂອງກົມ;
8. ຄຸ້ມຄອງຍານພາຫະນະ, ວັດສະດຸ, ອຸປະກອນຮັບໃຊ້ຕ່າງໆ;
9. ຄຸ້ມຄອງ ແລະ ຕິດຕາມ ຊ່ຽວຊານ, ອາສາສະໝັກ ທັງພາຍໃນ ແລະ ຕ່າງປະເທດທີ່ຂຶ້ນກັບກົມ;
10. ເຂົ້າຮ່ວມກອງປະຊຸມການສ່ອງແສງຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ;
11. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າກົມການສຶກສາຊັ້ນສູງ.
1.2. ກິດຈະກຳ:
1. ຕິດຕາມ, ກວດກາ, ສັງລວມຄົ້ນຄວ້າການສ້າງແຜນ, ການສະຫລຸບ ແລະ ລາຍງານການຈັດຕັ້ງ ປະຕິບັດແຜນພັດທະນາວຽກງານການສຶກສາຊັ້ນສູງ;
2. ບັນທຶກ, ສຳເນົາເອກະສານ ຂາອອກ-ຂາເຂົ້າ, ຄຸ້ມຄອງກາປະທັບ, ຮັບແຂກ ແລະ ພິທີການຕ່າງໆ;
3. ພິມ, ອັດສຳເນົາ, ເກັບມ້ຽນ, ສະໜອງຂໍ້ມູນ, ສົ່ງເອກະສານ ແລະ ແຈ້ງຂ່າວຕ່າງໆ;
4. ຄຸ້ມຄອງ ແລະ ເກັບກຳສະຖິຕິພະນັກງານ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ທີ່ຂຶ້ນກັບ ຄວາມຮັບຜິດຊອບ ຂອງກົມ;
5. ສະເໜີແຕ່ງຕັ້ງ, ຍົກລະດັບ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ, ປະຕິບັດວິໄນ, ນະໂຍບາຍ ແລະ ສະຫວັດດີການ ຕໍ່ພະນັກງານພາຍໃນກົມ ແລະ ພາກສ່ວນທີ່ຂຶ້ນກັບ;
6. ສັງລວມ, ຄົ້ນຄວ້າ ການສ້າງແຜນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດງົບປະມານ;
7. ຄຸ້ມຄອງເງິນສົດ, ລາຍຮັບ-ລາຍຈ່າຍງົບປະມານ ແລະ ເບີກຈ່າຍເງິນຕ່າງໆພ້ອມດ້ວຍຕິດຕາມ ການຈັດຊັ້ນ-ຂັ້ນ ເງິນເດືອນ ຂອງພະນັກງານພາຍ ໃນກົມ;
8. ສ້າງແຜນຄວາມຕ້ອງການ, ຂຶ້ນບັນຊີ ແລະ ປົກປັກຮັກສາ ວັດສະດຸ-ອຸປະກອນ ແລະ ຍານພາຫະນະຕ່າງໆ;
9. ສ່ອງແສງລາຍງານປະຈຳເດືອນໃຫ້ຫ້ອງການກະຊວງສຶກສາທິການກ່ຽວກັບຜົນສຳເລັດວຽກງານຂອງກົມ;
10. ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກົມ ແລະ ສຳນັກກະຊວງ.
11. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຫົວໜ້າກົມການສຶກສາຊັ້ນສູງ.
1.3. ການກຳນົດຕຳແໜ່ງງານ:
(1). ຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດIV).
• ໜ້າທີ່ຮັບຜິດຊອບ: ຮັບຜິດຊອບວຽກງານລວມ ຂອງພະແນກ.
1. ຊີ້ນຳລວມທຸກວຽກງານຂອງພະແນກ (ການເມືອງແນວຄິດ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ຄົ້ນຄວ້າ, ສັງລວມ ການວາງແຜນການ ແລະ ຄຸ້ມຄອງພະນັກງານ;
3. ຊີ້ນຳວຽກງານ ງົບປະມານ-ການເງິນ;
4. ບັນທຶກກອງປະຊຸມ ຂອງກົມ;
5. ສ່ອງແສງລາຍງານປະຈຳເດືອນໃຫ້ຫ້ອງການກະຊວງສຶກສາທິການກ່ຽວກັບຜົນສຳເລັດວຽກ ງານຂອງກົມ;
6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງກົມການສຶກສາຊັ້ນສູງ.
• ຂອບເຂດສິດ:
1. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານ;
2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍຂອງການເງິນ ແລະ ງົບປະມານ;
3. ປະສານສົມທົບກັບພາກສ່ວນອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;
4. ປະຕິບັດສິດອື່ນໆຕາມການມອບໝາຍ ຂອງກົມການສຶກສາຊັ້ນສູງ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າກົມການສຶກສາຊັ້ນສູງ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເຄີຍດຳລົງຕຳແໜ່ງບໍລິຫານປະເພດV ມາແລ້ວຢ່າງໜ້ອຍ3ປີ;
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການວາງແຜນ ແລະ ການບໍລິຫານເປັນຢ່າງດີ, ສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນ ການສື່ສານ.
(2). ຮອງຫົວໜ້າພະແນກ (ຕຳແໜ່ງບໍລິຫານປະເພດV).
• ໜ້າທີ່ຄວາມຮັບຜິດຊອບ:
1. ຊ່ວຍວຽກຫົວໜ້າພະແນກຮອບດ້ານ (ການເມືອງແນວຄິດ, ການຈັດຕັ້ງ, ການບໍລິຫານ ແລະ ວິຊາການ);
2. ຮັບໜ້າທີ່ແທນໄລຍະເວລາຫົວໜ້າພະແນກບໍ່ຢູ່;
3. ຊີ້ນຳວຽກງານ ຂາເຂົ້າ-ຂາອອກ;
4. ຊີ້ນຳວຽກງານສາລະບັນ ແລະ ບໍລິການ;
5. ຄຸ້ມຄອງ, ກວດກາ ແລະ ເກັບກຳວັດຖຸອຸປະກອນ, ພາຫະນະ ແລະ ຊັບສິນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;
6. ລາຍງານວຽກງານທີ່ຕົນເອງຮັບຜິດຊອບໃຫ້ຫົວໜ້າພະແນກຮັບຊາບເປັນປົກະຕີ;
7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກບໍລິຫານ.
• ຂອບເຂດສິດ:
1. ສະເໜີຄວາມຄິດຄວາມເຫັນເພື່ອປັບປຸງທຸກວຽກງານພາຍໃນກົມ;
2. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫລືອປະເພດຕ່າງໆຕາມລະບຽບ, ກົດໝາຍ ຂອງການເງິນ ແລະ ງົບປະມານ;
3. ປະສານສົມທົບກັບພະແນກອື່ນໆ ເພື່ອປະຕິບັດວຽກງານຂອງກົມໃຫ້ສຳເລັດ;
4. ປະຕິບັດສິດອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ເປັນພະນັກງານວິຊາການ ທີ່ກ່ຽວຂ້ອງຢ່າງໜ້ອຍ4ປີ ຫຼື ສຳລັບພະນັກງານທີ່ຍົກຍ້າຍມາຈາກພາກສ່ວນອື່ນ ແມ່ນຜູ້ທີ່ເຄີຍດຳລົງ ຕຳແໜ່ງບໍລິຫານປະເພດVI ມາແລ້ວຢ່າງໜ້ອຍ3ປີ.
3. ດ້ານທັກສະທີ່ຕ້ອງການ: ມີຄວາມສາມາດໃນການວາງແຜນ ແລະ ການບໍລິຫານເປັນຢ່າງດີ, ສາມາດນຳໃຊ້ICT, ຮູ້ພາສາຕ່າງປະເທດໃດໜຶ່ງໃນ ການສື່ສານ.
(3). ຕຳແໜ່ງງານວິຊາການເລຂານຸການ. (1ຕໍາແໜ່ງ)
• ໜ້າທີ່ຄວາມຮັບຜິດຊອບ;
1. ບັນທຶກ ແລະ ໃສ່ເລກທີເອກະສານ ຂາເຂົ້າ-ຂາອອກ, ສະເໜີເອກະສານຂາເຂົ້າຕໍ່ຫົວໜ້າກົມໂດຍຜ່ານຫົວໜ້າພະແນກ ແລະ ແຈກຢາຍເອກະສານຕາມ ຄຳເຫັນຂອງຫົວໜ້າກົມ;
2. ນຳເອກະສານທີ່ຄົ້ນຄວ້າແລ້ວເຂົ້າຂໍລາຍເຊັນນຳຄະນະກົມ, ສຳເນົາເອກະສານທີ່ມີລາຍເຊັນ ຄະນະກົມເພື່ອ ເກັບມ້ຽນ ແລະ ນຳສົ່ງເອກະສານໃຫ້ພາກ ສ່ວນທີ່ກ່ຽວຂ້ອງ;
3. ຕິດຕາມ, ກວດກາ ເອກະສານທີ່ສົ່ງໄປ ແລະ ກັບຄືນ;
4. ເກັບມ້ຽນກາປະທັບ ແລະ ຈ້ຳກາໃສ່ເອກະສານທີ່ຖືກຕ້ອງຕາມກົດໝາຍ;
5. ສັງລວມ ແລະ ເກັບມ້ຽນເອກະສານຕາມລະດັບຄວາມສຳຄັນ;
6. ປະສານສົມທົບ, ປະຊາສຳພັນ-ການນັດໝາຍ ກ່ຽວກັບວຽກງານຕ່າງໆ;
7. ຮັບຜິດຊອບວຽກງານພິທີການ ແລະ ບໍລິການຮັບແຂກ ຂອງກົມ;
8. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກແລະກົມ;
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງພະແນກ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ຊັ້ນກາງຂຶ້ນໄປໃນສາຂາວິຊາເລຂານຸການ ຫຼື ຄຸ້ມຄອງຫ້ອງການ;
2. ດ້ານປະສົບການ: ມີຄວາມຮູ້ດ້ານເລຂານຸການ ຫລື ວຽກງານຄ້າຍຄືກັນມາແລ້ວ;
3. ດ້ານທັກສະທີ່ຕ້ອງການ: ສາມາດຈັດເອກະສານເປັນລະບົບ, ສາມາດນຳໃຊ້ICT ແລະ ພາສາອັງກິດ ເຂົ້າໃນວຽກງານທີ່ກ່ຽວຂ້ອງ.
(4). ຕຳແໜ່ງງານວິຊາການສາລະບັນ ແລະ ບໍລິການ. (1ຕຳແໜ່ງ)
• ໜ້າທີ່ຄວາມຮັບຜິດຊອບ.
1. ສຳເນົາ ແລະ ແຈກຢາຍເອກະສານທາງການທີ່ຢູ່ໃນຄວາມຮັບຜິດຊອບ;
2. ແຈ້ງຂ່າວທາງລັດຖະການໃຫ້ພະນັກງານພາຍໃນ ແລະ ພາຍນອກຂອງກົມ;
3. ປົກປັກຮັກສາອຸປະກອນການພິມ ແລະ ການອັດສຳເນົາ;
4. ບັນທຶກການພິມ, ປົກປັກຮັກສາແຟ້ມເອກະສານເອເລັກໂຕຣນິກ ແລະ ອັດສຳເນົາເອກະສານ ປະຈຳວັນ;
5. ສະຫຼຸບລາຍງານການພິມ ແລະ ການອັດສຳເນົາ;
6. ປ້ອງກັນຄວາມສະຫງົບ, ກວດກາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດພາຍໃນກົມ;
7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກບໍລິຫານ.
• ຂອບເຂດສິດ.
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະ ກົມ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ ຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຮອງຫົວໜ້າພະແນກຜູ້ຊີ້ນຳ.
• ມາດຕະຖານສະເພາະ.
1. ດ້ານວຸດທິການສຶກສາ:ຊັ້ນສູງຂຶ້ນໄປໃນສາຂາວິຊາເລຂາ,ຄຸ້ມຄອງຫ້ອງການຫຼືວິຊາທີ່ກ່ຽວ ຂ້ອງ;
2. ດ້ານປະສົບປະການ: ມີຄວາມຮູ້ດ້ານວຽກງານສຳເນົາເອກະສານມາແລ້ວຫຼື ວຽກງານທີ່ໃກ້ຄຽງ;
3. ດ້ານທັກສະທີ່ຕ້ອງການ:ສາມາດສຳເນົາເອກະສານ, ຮູ້ນຳໃຊ້ຄອມພີວເຕີ ແລະສາມາດນຳໃຊ້ ພາສາຕ່າງປະເທດໃດໜຶ່ງ ເຂົ້າໃນວຽກງານທີ່ກ່ຽວຂ້ອງ.
(5). ຕຳແໜ່ງງານວິຊາການຄົ້ນຄວ້າສັງລວມ, ການວາງແຜນ ແລະ ຄຸ້ມຄອງພະນັກງານ:(2ຕຳແໜ່ງ)
• ໜ້າທີ່ຮັບຜິດຊອບຕຳແໜ່ງທີ1:
1. ຄົ້ນຄວ້າ, ວິເຄາະ,ວິໄຈບັນຫາ ເພື່ອສັງລວມ ແລະ ການວາງແຜນ ພັດທະນາວຽກງານ ຂອງກົມ;
2. ຕິດຕາມ, ປະເມີນຜົນ ແລະ ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດແຜນການ;
3. ຄົ້ນຄວ້າສັງລວມແຜນການ ແລະ ບົດສະຫຼຸບປະຈຳອາທິດ, ເດືອນ ແລະ ປີ;
4. ເກັບກຳຂໍ້ມູນ ແລະເກັບມ້ຽນຊີວະປະຫວັດ,ປະກາສະນິຍະບັດ,ໃບຢັ້ງຢືນຕ່າງໆຂອງພະນັກງານ ພາຍໃນກົມ;
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ
• ໜ້າທີ່ຮັບຜິດຊອບຕຳແໜ່ງທີ2 :
1. ຕິດຕາມ, ຄົ້ນຄວ້າ ແລະ ສະເໜີການແຕ່ງຕັ້ງ, ຍົກລະດັບ, ສັບຊ້ອນ, ຍົກຍ້າຍ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການຍ້ອງຍໍ, ການປະຕິບັດວິໄນ ແລະ ສະຫວັດດີການ ຕໍ່ພະນັກງານພາຍໃນກົມ ແລະ ພາກສ່ວນທີ່ຂຶ້ນກັບ;
2. ຄົ້ນຄວ້າສັງລວມ ແລະ ສະເໜີແຜນຄວາມຕ້ອງການພະນັກງານພາຍໃນກົມ ແລະ ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບກົມ;
3. ຄົ້ນຄວ້າສັງລວມຂໍອະນຸມັດການຈັດສົ່ງພະນັກງານຂອງກົມແລະ ສະຖາບັນການສຶກສາຊັ້ນສູງ ໄປຍົກລະດັບ ໄລຍະສັ້ນ ແລະ ໄລຍະຍາວ ທັງພາຍໃນ ແລະຕ່າງປະເທດ;
4. ຄຸ້ມຄອງຊ່ຽວຊານ, ອາສາສະໝັກພາຍໃນ ແລະ ຕ່າງປະເທດ ໃນສາຍການສຶກສາຊັ້ນສູງ;
5. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າພະແນກ.
• ຂອບເຂດສິດ:
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະກົມ;
2. ເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ ຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ.
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາທີ່ກ່ຽວຂ້ອງກັບຕຳແໜ່ງງານ;
2. ດ້ານປະສົບປະການ: ມີຄວາມຮູ້ດ້ານວຽກງານສັງລວມ ຫລື ວາງແຜນ;
3. ດ້ານທັກສະທີ່ຕ້ອງການ: ຮູ້ນຳໃຊ້ຄອມພິວເຕີWord, Excel ແລະPowerpoint ແລະ ສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານ ທີ່ກ່ຽວຂ້ອງ.
(6). ຕຳແໜ່ງານວິຊາການ ຄຸ້ມຄອງການເງິນ- ການບັນຊີ ແລະ ຊັບສິນ. (2ຕຳແໜ່ງ)
• ໜ້າທີ່ຄວາມຮັບຜິດຊອບຜູ້ທີ1:
1. ສັງລວມ ແລະ ສ້າງແຜນງົບປະມານຂອງກົມ ເພື່ອສະເໜີຂໍອະນຸມັດ;
2. ລົງບັນຊີ ລາຍຮັບ-ລາຍຈ່າຍ;
3. ຄຸ້ມຄອງເງິນສົດ ແລະ ເບີກຈ່າຍເງິນຕ່າງໆ ຕາມລະບຽບການ;
4. ສົມທົບກັບພະແນກຕ່າງໆ ປະກອບເອກະສານຖອນເງິນງົບປະມານຂອງກົມ;
5. ສະຫລຸບການປະຕິບັດການເງິນ-ການບັນຊີ ທຸກລາຍຮັບ-ລາຍຈ່າຍທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;
6. ສັງລວມ ແລະ ປະກອບເອກະສານຂຶ້ນແຜນງົບປະມານ ແລະ ຖອນເງິນງົບປະມານໃຫ້ມະຫາ ວິທະຍາໄລ;
7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ໜ້າທີ່ຄວາມຮັບຜິດຊອບຜູ້ທີ2:
1. ຕິດຕາມ, ກວດກາ ແລະ ຊຸກຍູ້ການກໍ່ສ້າງ/ສ້ອມແປງ, ການຈັດຊື້ຕ່າງໆ ຂອງກົມ;
2. ຄຸ້ມຄອງ, ກວດກາ ແລະ ເກັບກຳວັດຖຸອຸປະກອນ, ພາຫະນະ ແລະ ຊັບສິນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກົມ;
3. ເກັບມ້ຽນ ແລະ ຮັກສາເອກະສານວຽກງານການເງິນຂອງກົມ;
4. ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງການເງິນ, ວັດຖຸອຸປະກອນ, ພາຫະນະ ແລະ ຊັບສິນຕ່າງໆ ຂອງກົມໃຫ້ສອດຄອງຕາມລະບຽບ ແລະ ກົດໝາຍ;
5. ກວດກາ, ເກັບກຳວັດຖຸອຸປະກອນຄົງທີ່, ພາຫະນະ, ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;
6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ.
• ຂອບເຂດສິດ:
1. ສະເໜີ ແລະ ປະກອບຄຳຄິດຄຳເຫັນວຽກງານຕ່າງໆຂອງພະແນກ ແລະກົມ;
2. ເຄື່ອນໄຫວວຽກງານຕ່າງໆຕາມການໝາຍຂອງພະແນກ ແລະ ກົມ.
• ສາຍຄວາມຮັບຜິດຊອບ: ຂຶ້ນກັບຫົວໜ້າພະແນກ;
• ມາດຕະຖານສະເພາະ:
1. ດ້ານວຸດທິການສຶກສາ: ປະລິນຍາຕີຂຶ້ນໄປໃນສາຂາວິຊາການເງິນ ຫລື ການບັນຊີ ຫຼື ວິຊາທີ່ກ່ຽວຂ້ອງ;
2. ດ້ານປະສົບປະການ: ມີຄວາມຮູ້ດ້ານວຽກງານການເງິນ, ການບັນຊີ ຫຼື ມີປະສົບການວິຊາທີ່ກ່ຽວຂ້ອງມາແລ້ວ;
3. ດ້ານທັກສະທີ່ຕ້ອງການ: ຮູ້ເຮັດບັນຊີ, ລົງບັນຊີ, ມີຄວາມຮັບຮູ້ໃນການກວດສອບ, ການຂຶ້ນແຜນງົບປະມານ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ຮູ້ນຳໃຊ້ຄອມພິວເຕີWord, Excel ແລະPower point ແລະສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງເຂົ້າໃນວຽກງານທີ່ກ່ຽວຂ້ອງ.