ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງ
ໄລຍະ 03 ປີ (2013-2016) ແລະ ວາງທິດທາງແຜນການໄລຍະ 03 ປີ (2017-2020)
ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງໄລຍະ 03 ປີ (2013-2016) ແລະ ວາງທິດທາງແຜນການໄລຍະ 03 ປີ (2017-2020) ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 07 ກໍລະກົດ 2017 ທີ່ ຫ້ອງປະຊຸມໂຄງການ SSHEP ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ ປອ ສາຍຂອງສາຍນາສິນ ຄະນະພັກກະຊວງສຶກສາທິການແລະ ກິລາ ເລຂາໜ່ວຍພັກກົມການສຶກສາຊັ້ນສູງ , ຫົວໜ້າກົມການສຶກສາຊັ້ນສູງ, ທ່ານ ປອ ນ. ດາລາວອນ ກິດຕິພັນ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ ພ້ອມທັງເປັນປະທານກວດກາສະຫະພັນແມ່ຍິງຮາກຖານສຳນັກກະຊວງສຶກສາທິການ ແລະ ກິລາ
ໃນໄລຍະຜ່ານມາໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງໄດ້ຮັບການແຕ່ງຕັ້ງຂຶ້ນເປັນທາງການຈາກຮາກຖານສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ ນັບແຕ່ເດືອນ ກັນຍາ ປີ 2013 ເປັນຕົ້ນມາ. ຊຶ່ງປະກອບມີ 02 ຄົນຄື : ຫົວໜ້າໜ່ວຍ ແລະ ຮອງຫົວໜ້າໜ່ວຍ ແລະ ລວມມີສະມະຊິກທັງໝົດ 12 ຄົນ. ຊຶ່ງໄດ້ແບ່ງເປັນ 02 ຈຸ ແຕ່ລະຈຸປະກອບມີ 06 ຄົນ. ມາຮອດປະຈຸບັນໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງມີສະມະຊິກທັງໝົດ 11 ຄົນ. ເນື່ອງຈາກວ່າມີສະມະຊິກຈຳນວນ 01 ຄົນໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ (ທ່ານ ປອ ນາງ ພອນເພັດ ບຸບຜາ)
I. ສັງເກດຕີລາຄາການເຄຶ່ອນໄຫວວຽກງານແຕ່ລະດ້ານ :
1. ວຽກງານສຶກສາອົບຮົມການເມືອງແນວຄິດ :
- ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງທຸກຄົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກລັດ ແລະ ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກວາງອອກ.
- ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງທຸກຄົນໄດ້ເອົາໃຈໃສ່ປະຕິບັດລະບຽບກົດໝາຍຂອງບ້ານເມືອງ ແລະເອົາໃຈໃສ່ປະຕິບັດຄຳສັ່ງຂອງ ປະທານສະຫະພັນແມ່ຍິງສຳນັກກະຊວງສຶກສາວາງອອກຢ່າງເຄັ່ງຄັດ.
- ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງທຸກຄົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕໍ່ສະພາບການຕ່າງໆທີ່ເກີດຂື້ນ.
2. ດ້ານຈຳນວນພົນປະກອບມີ:
- ຈຳນວນແມ່ຍິງຂອງກົມການສຶກສາຊັ້ນສູງປະຈຸບັນ ມີທັງໝົດ 11 ຄົນ, ດ້ານວຸດທິການສຶກສາມີ: ປະລິນຍາໂທ 08 ຄົນ, ປະລິນຍາຕີ 03 ຄົນ, ຮອງຫົວໜ້າພະແນກ 02 ຄົນ ແລະ ເປັນສະມາຊິກພັກ 06 ຄົນ. ໃນນັ້ນ, ເປັນສະມາຊິກພັກ ສຳຮອງ 02 ຄົນ ສະມາຊິກກຳມະບານ 11 ຄົນ, ສະມະຊິກຊາວໜຸ່ມ 10 ຄົນ.
3. ວຽກງານປັບປຸງ ແລະ ຂະຫຍາຍສະມະຊິກ:
- ໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງ ບໍ່ໄດ້ມີການຂະຫຍາຍສະມາຊິກໃໝ່, ເພາະວ່າໜ່ວຍສະຫະພັນແມ່ຍິງກົມພວກເຮົາບໍ່ມີມະຫາຊົນ.
4. ວຽກງານກໍ່ສ້າງພະນັກງານ:
- ກົມໄດ້ມີນະໂຍບາຍກໍ່ສ້າງພະນັກງານໃນລະດັບປະລິນຍາໂທ ຊື່ງໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງ (SHEP) ໂດຍໄດ້ຄັດເລືອກເອື້ອຍນ້ອງແມ່ຍິງຜູ້ທີ່ມີການບຸກບືນຕົວ ແລະ ມີຄວາມກະຕືລືລົ້ນໃນການກໍ່ສ້າງ ແລະ ພັດທະນາຕົນເອງໄປສຶກສາຕໍ່ ທັງພາຍໃນແລະ ຕ່າງປະເທດໃຫ້ມີຄວາມຮູ້ຄວາມສາມາດຂຶ້ນໄປຢ່າງບໍ່ຢຸດຢັ້ງ, ມາຮອດປະຈຸບັນເອື້ອຍນ້ອງແມ່ຍິງໄດ້ຈົບການສຶກສາ ໃນລະດັບປະລິນຍາໂທມີ ຈຳນວນ 08 ຄົນ.
5. ວຽກງານປົກປ້ອງສິດຜົນປະໂຫຍດອັນເປັນທຳຂອງແມ່ຍິງ ແລະ ເດັກນ້ອຍ:
- ໄດ້ສຶກສາອົບຮົມລູກຫລານກ່ຽວກັບຜົນຮ້າຍ ຂອງຢາເສບຕິດ
- ໄດ້ເບິ່ງແຍງຊ່ວຍເຫລືອຊຶ່ງກັນແລະກັນທາງດ້ານວັດຖຸ, ຈິດໃຈເວລາເກີດລູກ, ເຈັບເປັນນອນໂຮງໝໍ ແລະ ອື່ນໆ.
- ໄດ້ໄປຢ້ຽມຢາມຖາມຂ່າວຈຳນວນເອື້ອຍນ້ອງທີ່ບ່ໍສະບາຍເພື່ອສ້າງຂັວນແລະ ກຳລັງໃຈໃຫ້ເຊົາໄວໆ.
- ໄດ້ມີການຢື້ຢາມຖາມຂ່າວຊຶ່ງກັນແລະ ກັນຢ່າງເປັນປົກະຕິ.
- ໄດ້ຮັບເງິນນະໂຍບາຍຈາກສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ ເວລາເຈັບເປັນນອນໂຮງໝໍ ຜ່າຕັດກ້ອນເບົ້າ ແລະ ຜ່າຕັດເກີດລູກ ຈຳນວນ 05 ຄັ້ງ ຈຳນວນເງິນ 700.000 ກີບ.
6. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ :
ໜ່ວຍສະຫະພັນແມ່ຍິງກົມໄດ້ຖືເອົາຂໍ້ແຂ່ງຂັນ 03 ດີ ຄື: (1) ພົນລະເມືອງດີ, (2) ພັດທະນາດີ ແລະ (3) ສ້າງຄອບຄົວດີ ເພຶ່ອເປັນແຂ່ງຂັນຢັ້ງຢືນຜົນງານແຕ່ລະປີ, ຊື່ງໄດ້ຈັດຂຶ້ນພາຍໃນກົມ ແລະ ໄດ້ເຊື້ອເຊີນບັນດາອົງການຈັດຕັ້ງຕ່າງເຊັ່ນ: ກຳມະບານ ຊາວໜຸ່ມ, ຕາງໜ້າໜ່ວຍພັກ ເຂົ້າຮ່ວມເພຶ່ອເປີດບັ້ນແຂ່ງຂັນດັ່ງກ່າວຊື່ງໄດ້ໃຫ້ເອື້ອຍນ້ອງແຕ່ລະຄົນຂຽນຜົນງານຕົນເອງໃນການປະຕິບັດວຽກງານຜ່ານມາ ແລະ ຜ່ານກັນໃນກອງປະຊຸມໂດຍອີງຕາມມາດຖານ ແລະ ເງື່ອນໄຂຂອງຮາກຖານສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ. ນອກນັ້ນ, ຍັງໄດ້ຄັດເລືອກຕົວເດັ່ນຂອງສະມະຊິກໜ່ວຍແມ່ຍິງກົມການສຶກສາຊັ້ນສູງ ໃນໄລຍະ 01 ປີ, 03 ປີ ຜ່ານມາ ຊຶ່ງສາມາດຈັດປະເພດ 01 ແລະ ປະເພດ 02. ມາຮອດປະຈຸບັນໃບຍ້ອງຍໍດັ່ງກ່າວກໍ່ໄດ້ຮັບມາແລ້ວ ແລະ ຈະມອບໃຫ້ສະມະຊິກທຸກຄົນ ໃນວັນທີ 26 /05/17 ເພື່ອຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ.
7. ການຈັດຕັ້ງແຜນພັດທະນາແມ່ຍິງ ແລະ ວິຊາສະເພາະ:
ກົມໄດ້ມີແຜນພັດທະນາເອື້ອຍນ້ອງແມ່ຍິງ ທີ່ຍັງບໍ່ທັນໄດ້ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃນລະດັບປະລິນຍາໂທ ລວມມີ ຈຳນວນ 03 ຄົນເພຶ່ອໃຫ້ສອດຄ່ອງກັບໜ້າວຽກທ່ີ່ກຳລັງດຳເນີນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ. ນອກນັ້ນ, ເອື້ອຍນ້ອງແມ່ຍິງທຸກຄົນຍັງໄດ້ມີໂອກາດໄປຝຶກອົບຮົມ, ເຂົ້າຮ່ວມກອງປະຊຸມຕາມແຜນພັດທະນາວຽກງານການສຶກສາຊັ້ນສູງໃນແຕ່ລະປີເພຶ່ອເພີ້ມຄວາມຮູ້ ແລະ ທັກສະໃໝ່ເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ, ຊື່ງມັນໄດ້ສະແດງອອກເຖິງການເຂົ້າຮ່ວມກອງປະຊຸມແຕ່ລະຄັ້ງຄື:
- ໄດ້ລົງຕິດຕາມການລົງຈັດຕັ້ງການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ ທີ່ ມສ ປະຈຳສົກຮຽນ 2016-17 ຄັ້ງວັນທີ 03/08/2016
- ໄດ້ເຂົ້າຮ່ວມເປັນຄະນະກຳມະການຮັບຮອງເອົາຜົນການປະເມີນການສົມທຽບລາຄາ ຈັດຊື້ເຄື່ອງໃຊ້ຫ້ອງການອຸປະກອນໄອທີ, ເຄື່ອງເຟີນີເຈີ, ອຸປະກອນຫ້ອງທົດລອງ, ເຄື່ອງກວດຫົວບົດສອບເສັງໃຫ້ແກ່ 04 ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ. ຄັ້ງວັນທີ 11-12/08/2016
- ໄດ້ລົງຕິດຕາມຍົກລະດັບຂອງພະນັກງານຈາກກົມການສຶກສາຊັ້ນສູງ ແລະ ຄູ-ອາຈານ ຂອງ ມຊ, ມຈ ແລະ ມສ ພາຍໃຕ້ທຶນສະໜັບສະໜູນ ຂອງໂຄງການ SHEP ຄັ້ງວັນທີ 24-26/08/2016
- ຕິດຕາມການຂໍອະນຸມັດຂໍ້ຕົກລົງວ່າດ້ວຍຕຳແໜ່ງວິຊາການຄູຢູ່ສະຖາບັນການສຶກສາຊັ້ນສູງ
- ຄົ້ນຄວ້າຂໍ້ຕົກລົງວ່າດ້ວຍລະບຽບການສ້າງຕັ້ງ ແລະ ຮັບຮອງສະຖາບັນການສຶກສາຊັ້ນສູງ
- ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍການປະເມີນຜົນການຮຽນ ຂອງສະຖາບັນການສຶກສາຊັ້ນສູງ
- ຕິດຕາມການຂໍອະນຸມັດຮ່າງຍຸດທະສາດສຳລັບການຄົ້ນຄວ້າວິທະຍາສາດ ແລະ ການຄຸ້ມຄອງການຄົ້ນຄວ້າ ວິທະຍາສາດ ໃນ ສປປ ລາວ ຮອດປີ 2025 ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
- ເຂົ້າຮ່ວມກອງປະຊຸມແນະນຳຂັ້ນຕອນການກຳນົດໂຄງການຂອງທິມຊ່ຽວຊານທີ່ຈະມາຂຽນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກົດໝາຍໄລຍະສອງ ວັນທີ 05/07/2016 ທີ່ກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ
- ເຂົ້າຮ່ວມກອງປະຊຸມສ້າງຂອບພັດທະນາວຽກງານປະກັນຄຸນນະພາບການສຶກສາໃນລະຫວ່າງວັນທີ 01-02/2016 ທີ່ ເຮືອນພັກຄູນຊັບ ທ່າລາດ ແຂວງວຽງຈັນ
- ເຂົ້າຮ່ວມກອງປະຊຸມພັດທະນາຂອບວຸດທິການສຶກສາແຫ່ງຊາດ ໃນລະຫວ່າງວັນທີ 11-13/07/2016 ທີ່ລີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ.
- ໄດ້ເຂົ້າຮ່ວມພິທີຮັບສາມະຊິກແມ່ຍິງ ແລະ ປະຊຸມສ່ອງແສງປະຈຳ 03 ເດືອນໃນວັນທີ 15/09/2016 ທີ່ຫ້ອງປະຊຸມ 425 ຕຶກຫລັງໃໝ່ ສຳນັກກະຊວງສຶກສາທິການແລະ ກິລາ.
- ໄດ້ເຂົ້າຮ່ວມກິດຈະກຳຍ່າງເພຶ່ອສັນຕິພາບ ຄັ້ງວັນທີ 17/09/2016 ໃນໄລຍະທາງແຕ່ປະຕູໄຊ-ຫໍຄຳ.
- ໄດ້ເຂົ້າຮ່ວມກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການເຮັດປຶ້ມອານຸສອນຊຸດເຝຶກອົບຮົມທິດສະດີການເມືອງການປົກຄອງໄລຍະສັ້ນ 45 ວັນຊຸດທີ 06 ໃນວັນທີ 28/09/2016 ທີ່ຫ້ອງປະຊຸມ ICT ຊັ້ນ 04 ກະຊວງສຶກສາທິການແລະ ກິລາ.
- ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ສິດຜົນໄດ້ຮັບທາງດ້ານສະຫວັດດີການສັງຄົມ ແລະ ການກະກຽມສະເຫລີມສະຫລອງວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 22 ປີ ໃນຄັ້ງວັນທີ 30/09/2016 ທີ່ ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)
- ໄດ້ເຂົ້າຮ່ວມກິດຈະກໍາຍ່າງເພຶ່ອສຸຂະພາບສະເຫລີມສະຫລອງວັນຄູແຫ່ງຊາດ ( 07 ຕຸລາ1994-07 ຕຸລາ 2016 ) ທີ່ສວນປະຕູໄຊ ໃນຄັ້ງວັນທີ 01 ຕຸລາ 2016.
- ໄດ້ເຂົ້າຮ່ວມຟັງການໂອ້ລົມຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນຶ່ອງໃນວັນຄູແຫ່ງຊາດ ຄົບຮອບ 22 ປີ ( 07 ຕຸລາ 1994-07 ຕຸລາ 2016 ) ໃນຄັ້ງວັນທີ 07 ຕຸລາ 2016 ທີ່ຫໍວັດທະນະທຳແຫ່ງຊາດ.
- ສຳເລັດການລົງກວດກາພິມປຶ້ມຕຳລາຮຽນປີທີ 1 ຂອງມະຫາວິທະຍາໄລ ຈໍານວນ14 ວິຊາ ກັບບໍລິສັດຮ່າໂນ້ຍ ປະເທດຫວຽດນາມ ວັນທີ 18-22/10/2016.
- ວຽກງານພົ້ນເດັ່ນໃນການໃຫ້ຄວາມສຳຄັນແກ່ເອື້ອຍນ້ອງແມ່ຍິງຄື: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງ ໄດ້ສະຫນັບສະຫນູນສ້າງຫໍພັກຈຳນວນ 02 ຫລັງສຳລັບເປັນບ່ອນພັກໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ມາສຶກສາຕໍ່ທີ່ມະຫາວິທະຍາໄລຈຳປາສັກ ແລະ ອົງການ KOICA ກໍ່ໄດ້ສະຫນັບສະຫນູນສ້າງຫໍພັກ ຈຳນວນ 02 ຫລັງ ສຳລັບເປັນບ່ອນພັກໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ມາສຶກສາຕໍ່ ທີ່ມະຫາວິທະຍາໄລສຸພານຸວົງ.
- ໄດ້ເຂົ້າຮ່ວມກອງປະຊຸມຮັບຮອງວຽກງານກ່ຽວກັບພິທີຮັບໃບປະກາສະນິຍະບັດໃນສາຍການສຶກສາຊັ້ນສູງ ໃນວັນທີ
15-17/12/2016 ທີ່ແຂວງວຽງຈັນ.
- ໄດ້ເຂົ້າຮ່ວມການລົງຕິດຕາມຂໍ້ມູນສິດເກົ່າ ທີ່ຈົບຈາກມະຫາວິທະຍາໄລສຸພານຸວົງຕັ້ງແຕ່ສົກປີ 2007-2008 ຮອດປະຈຸບັນຢູ່ 08 ແຂວງພາກເໜືອ ໃນລະຫວ່າງວັນທີ 10-29/10/2016
- ໄດ້ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງການສອບເສັງທີ່ມະຫາວິທະຍາໄລແຫ່ງຕ່າງໆທີ່ຂິ້ນກັບກະຊວງສຶກສາທິການ ແລະ ກິລາປະຈຳສົກຮຽນ 2016-17 ໃນລະຫວ່າງວັນທີ 31(10) ຫາ04 (11) 2016 ທີ່ແຂວງວຽງຈັນ
- ໄດ້ຕິດຕາມການຈັດພິມປຶ້ມຕຳລາຮຽນປີທີ 1 ຈຳນວນ 14 ສາຂາວິຊາ ຂອງມະຫາວິທະຍາໄລກັບບໍລິສັດ HPC ປະເທດ ສສ ຫວຽດນາມ.
- ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງປະຈຳໄຕມາດທີ່ຫ້ອງປະຊຸມ 425 ໃນວັນທີ 19 ທັນວາ 2016
- ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງປະຈຳ 03 ເດືອນ ປີ 2015 ທີ່ຫ້ອງປະຊຸມ 425 ໃນວັນທີ 15 ມິຖຸນາ 2016
- ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບປະຈຳປີ ຂອງສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາໃນວັນທີ 27 /01/2017 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ).
- ໄດ້ເຂົ້າຮ່ວມການຝຶກອົບຮົມທິດສະດີການເມືອງ - ການປົກຄອງໄລຍະສັ້ນ 45 ວັນ ຄັ້ງທີ 6 ຊຶ່ງໄດ້ຈັດຂຶ້ນທີ່ ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ປີ 2016.
- ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຮັບໃຊ້ກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງ ທົ່ວປະທດ ໃນປີ 2014,2015 ແລະ ປີ 2016 ທີ່ ແຂວງ ຈຳປາສັກ, ແຂວງສະຫັວນນະເຂດ ແລະ ແຂວງຫລວງພະບາງ.
- ໄດ້ເຂົ້າຮ່ວມຂະບວນການອອກແຮງງານຮ່ວມກັບ 03 ອົງການຈັດຕັ້ງມະຫາຊົນ
- ໄດ້ເຂົ້າຮ່ວມສ່ອງແສງວຽກສະຫະພັນແມ່ຍິງ ທີ່ຫ້ອງປະຊຸມ 425 ແລະ ຫ້ອງປະຊຸມໂອແລັມປິກ
- ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິຊາການ ( MOU ) ລະຫວ່າງ ສູນພັດທະນາສິມືແຮງງານ ນະຄອນຫລວງວຽງຈັນ ແລະ ບໍລິສັດ ລາວວີຕ້າພັດທະນາ ຈຳກັດ. ທີ່ ເຂດເສດຖະກິດອຸດສະຫະກຳໂນນທອງ ເມືອງໄຊທານີ ນະຄອນຫລວງວຽງຈັນ.
- ໄດ້ເຂົ້າຮ່ວມພິທີສອບຈັດຕັ້ງການສອບເສັງນັກຮຽນເກັ່ງຊັ້ນປະຖົມສຶກສາປີທີ 5 ທົ່ວປະເທດ ປະຈຳສົກຮຽນ 2016-17 ຄັ້ງທີ 8 ໃນວັນທີ 26 ເມສາ 2017 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
8. ວຽກງານພົວພັນແລະ ຮ່ວມມືສາກົນ:
ເນື່ອງຈາກວ່າກົມການສຶກສາຊັ້ນສູງເປັນກົມວິຊາການເອື້ອຍນ້ອງແມ່ຍິງໄດ້ມີສ່ວນຮ່ວມທາງດ້ານວິຊາສະເພາະເຊັ່ນ: ການຄົ້ນຄວ້າເອກະສານຕາມໜ້າວຽກ, ການກະກຽມກອງປະຊຸມຫລາຍກອງປະຊຸມເຊັ່ນ: ກອງປະຊຸມຮ່ວມມືລາວ-ໄທ , ກອງປະຊຸມຮ່ວມມືລາວ-ມາເລເຊຍ ການຄົ້ນຄ້ວາເອກະສານຮ່ວມມຶດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ໃນ ສປປ ລາວ ແລະ ມະຫາວິທະຍາໄລຂອງຕ່າງປະເທດ. ນອກນັ້ນ, ໄດ້ເຂົ້າຮ່ວມ ກອງປະຊຸມຕ່າງໆຕາມການມອບໝາຍຂອງ ຄະນະກົມ.
9. ວຽກງານການກວດກາການຈັດຕັ້ງສະຫະພັນແມ່ຍິງລາວ:
ມີການສຳຫລວດກວດກາ ແລະ ຕຳນິສົ່ງຂ່າວໃນການດຳເນີນຊີວິດການເມືອງຂອງຈຸສະຫະພັນແມ່ຍິງເປັນປະຈຳໂດຍຖື
ເອົາອາທິດທີ 03 ຂອງທຸກໆເດືອນເປັນມື້ຕຳນິສົ່ງຂ່າວ ແລະ ໄດ້ເສຍເງິນສະຕິ ແລະ ເສຍເງິນບຳລຸງໃຫ້ສະຫະພັນແມ່ຍິງສຳນັກກະຊວງເປັນປົກກະຕິ ການນຸ່ງຖື ຂອງເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງເຫັນວ່າຖືກຕ້ອງຕາມຮີດຄອງປະເພນີລາວ ແລະ ຖືກຕ້ອງ ຕາມກາລະເທສະ, ການເວົ້າຈາສຸພາບ, ການພົວພັນຕິດຕໍ່ວຽກງານ ລະຫວ່າງຍິງ-ຊາຍແມ່ນຖືກຕ້ອງຕາມຮີດຄອງປະເພນີ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກໄດ້ດີ, ມີການຊ່ວຍເຫລືອວຽກງານເຊິ່ງກັນ ແລະ ກັນ ເພື່ອໃຫ້ມີຄວາມກ້າວໜ້າບໍ່ວ່າຈະເປັນທາງດ້ານຕ່າງໆ ການເຮັດວຽກແມ່ນເຮັດເປັນໝູ່ຄະນະລວມສູນປະຊາທິປະໄຕ, ມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເຮັດສຳເລັດ ທຸກວຽກງານມີຄວາມຮັບຜິດຊອບສູງ, ໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງ ບໍ່ໄດ້ມີການຂະຫຍາຍສະມາຊິກໃໝ່, ເພາະວ່າໜ່ວຍພວກເຮົາບໍ່ມີມະຫາຊົນ ແລະ ການສ້າງຄັງຂອງໜ່ວຍສະຫະ
ພັນແມ່ຍິງກົມແມ່ນໄດ້ຈາກການເກັບເງິນຂອງສະມະຊິກເດືອນລະ 1.000 ກີບ/ຄົນ/ເດືອນ , ການຂາຍໜັງສືພິມໃຫ້ອ້າຍນ້ອງຊາຍຜູ້ທີ່ມີຄວາມສົນໃຈ ແລະ ມັກຕິດຕາມວຽກງານການເຄື່ອນໄຫວຂອງ ເອື້ອຍນ້ອງແມ່ຍິງ ແລະ ໄດ້ຈາກການປະກອບ ສ່ວນຈາກພາກສ່ວນອື່ນໆ ທີ່ໄດ້ຮ່ວມວຽກງານກັບກົມ ເຊັ່ນ: ມະຫາວິທະຍາໄລແຫ່ງຕ່າງໆ ເວລາມີກິດຈະກຳຮ່ວມກັນ.
ສະຫະພັນແມ່ຍິງກົມການສຶກສາຊັ້ນສູງສາມາດສະສົມເງິນຄັງທັງໝົດມາຮອດປະຈຸບັນຈຳນວນ: 2,837.500 ກີບ ການຈ່າຍເງິນສະຕິ ໃຫ້ສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ ຂອງພວກເຮົາແມ່ນໄດ້ຈ່າຍ 01 ຄັ້ງ/ປີ. ນອກນັ້ນ, ຍັງໄດ້ປະກອບ ສ່ວນ ຊື້ປຶ້ມວາລະສານແມ່ຍິງລາວ, ໜັງສືພິມແມ່ຍິງ, ຕາມການແບ່ງປັນຂອງສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ.
10. ສັງເກດຕີລາຄາດ້ານດີ, ດ້ານອ່ອນ :
ດ້ານດີ : ຍ້ອນມີການຊີ້ນຳຈາກສະຫະພັນແມ່ຍິງສຳນັກກະຊວງສຶກສາທິການ ແລະ ກິລາ ຢ່າງເປັນປົກກະຕິ, ຄະນະນຳຂອງກົມ ຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍເອື້ອຍນ້ອງທຸກຄົນໃຫ້ມີຄວາມກະຕືລືລົ້ນ ໃນການປະຕິບັດວຽກງານ ແລະ ໜ້າທີ່ຂອງຕົນຫລ້ອນໜ້າທີ່ ແລະໄດ້ຮັບຜົນສຳເລັດ. ນອກນັ້ນ, ກໍ່ຍັງເຫັນໄດ້ເຖິງຄວາມສາມັກຄີຊ່ວຍເຫລືອເຊິ່ງກັນແລະ ກັນເຂົ້າຮ່ວມການສ້າງຂະບວນການຕ່າງໆໃນວັນສຳຄັນຂອງຊາດ.
ດ້ານອ່ອນແລະ ຂໍ້ຄົງຄ້າງ : ການດຳເນີນຊີວິດການເມືອງຂອງຈຸສະຫະພັນແມ່ຍິງບາງຄັ້ງຍັງບໍ່ກ້າຕໍານິສົ່ງຂ່າວກໍ່ສ້າງເຊິ່ງກັນແລະ ກັນ.
11. ສາເຫດທີ່ພາໃຫ້ມີຈຸດດີ ແລະ ຈຸດອ່ອນ:
ສາເຫດທີ່ພາໃຫ້ມີຈຸດດີ: ຍ້ອນມີຄະນະໜ່ວຍພັກ, ສະຫະພັນແມ່ຍິງສຳນັກກະຊວງສຶກສາທິການແລະ ກິລາ ໄດ້ໃກ້ຊິດຕິດແທດໃຫ້ທິດຊີ້ນຳ ນຳພາໜ່ວຍແມ່ຍິງຂອງພວກເຮົາຢ່າງຕໍ່ເນຶ່ອງລຽນຕິດ.
ສາເຫດທີ່ພາໃຫ້ມີຈຸດອ່ອນ: ຍ້ອນມີການຈົ່ງຈຽມເຊິ່ງກັນແລະ ກັນພາໃຫ້ການຕຳນິສົ່ງຂ່າວບໍ່ທັນເລິກເຊິ່ງ.
II. ແຜນການເຄຶ່ອນໄຫວໃນຕໍ່ໜ້າ
1. ສືບຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດຂອງຈຸສະຫະພັນແມ່ຍິງເປັນປະຈຳທຸກໆເດືອນ.
2. ສືບຕໍ່ວຽກງານປັບປຸງການຈັດຕັ້ງ ປະກອບສ່ວນໃນການສ້າງຂະບວນການເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງສະຫະພັນແມ່ຍິງສຳນັກ ແລະ ສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ສ້າງຂະບວນການໃຫ້ມີຂະບວນຟົດຟື້ນເຊັ່ນ: ການແຂ່ງຂັນກິລາລະຫວ່າງກົມຕໍ່ກົມ ເພື່ອຕ້ອນຮັບ ວັນສໍາຄັນຕ່າງໆ, ສືບຕໍ່ປະຕິບັດວຽກງານວິຊາສະເພາະໃຫ້ປະສົບຜົນສຳເລັດ ແລະ ທ່ວງທັນກັບເວລາ
3. ສືບຕໍ່ບໍາລຸງສ້າງໃນດ້ານຕ່າງໆເຊັ່ນ: ວິຊາສະເພາະ, ພາສາອັງກິດ, ອື່ນໆ ໃຫ້ສະມາຊິກໜ່ວຍສະຫະພັນແມ່ຍິງ
4. ສືບຕໍ່ຈັດຈັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້
5. ສືບຕໍ່ຈັດຕັ້ງແຜນພັດທະນາແມ່ຍິງ ແລະ ວິຊາສະເພາະໃຫ້ບັນລຸຕາມຄາດໝາຍ
6. ສືບຕໍ່ວຽກງານການກວດກາ ການຈັດຕັ້ງສະຫະພັນແມ່ຍິງໃຫ້ເຂັ້ມງວດ ແລະ ຮັດກຸມ
7. ສືບຕໍ່ວຽກງານພົວພັນຕ່າງປະເທດ
III. ຂໍ້ສະເໜີ
- ສະເໜີໃຫ້ຄະນະໜ່ວຍສະຫະພັນແມ່ຍິງກົມການສຶກສາຊັ້ນສູງ ( ຊຸດໃໝ່ ) ຕັ້ງໜ້າເອົາໃຈໃສ່ປະຕິບັດວຽກງານໃຫ້ມີຄວາມສຳເລັດຢ່າງຈົບງາມ ພ້ອມນັ້ນກໍ່ໃຫ້ຄຽງຄູ່ ກັບການສ້າງຂະບວນການເພື່ອຕ້ອນຮັບ ວັນສໍາຄັນ ຕ່າງໆໃຫ້ເປັນຂະບວນລວມທີ່ຟົດຟື້ນ.