ຂໍ້ແນະນໍາສໍາລັບການນໍາໃຊ້ທຶນກິດຈະກໍານອກຫຼັກສູດເພື່ອນະວັດຕະກໍາ (IFECA)
ຂໍ້ແນະນໍານີ້ໄດ້ສ້າງຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ (MOES) ເພື່ອເປັນເຄື່ອງມືໃນການນໍາໃຊ້ທຶນກິດຈະກໍານອກຫຼັກສູດເພື່ອນະວັດຕະກໍາ (IFECA) ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາຊັ້ນສູງໄລຍະສອງ (SSHEP) ໃຫ້ມີປະສິດທິຜົນ ແລະ ປະສິດທິພາບ. IFECA ໄດ້ສະໜັບສະໜູນ ທຶນຊ່ວຍເຫຼືອລ້າຈາກ ADB Loan 3435/ADB Grant 0500. ຂໍ້ແນະນໍານີ້ໄດ້ອີງໃສ່ຄໍາເຫັນຂອງມະຫາວິທະຍາໄລເປົ້າໝາຍຂອງໂຄງການ. ຄູ່ມືເປັນຂໍ້ແນະນໍາສໍາລັບຜູ້ມີສ່ວນ ກ່ຽວຂ້ອງກັບ IFECA ໂດຍສະເພາະ. ເພື່ອໃຫ້ການປະຕິບັດກິດຈະກໍານອກຫຼັກສູດມີນະວັດຕະກໍາຫຼາຍຂຶ້ນ, ຂໍ້ແນະນໍາອາດປັບປຸງ ແລະ ດັດແປງອີກ.