ຂະແໜງພະລະ-ສິລະປະສຶກສາ
- Details
- Category: ກ່ຽວກັບພະແນກ
- Published: Saturday, 07 October 2017 15:01
- Written by Super User
- Hits: 572
1. ໜ້າທີ່ຂອງຂະແໜງພະລະ-ສິລະປະສຶກສາ
- ວາງແຜນພັດທະນາວຽກງານພະລະ ແລະ ສິລະປະສຶກສາໃນໂຮງຮຽນທັງພາກລັດ ແລະ ເອກະຊົນຢູ່ພາຍໃນແຂວງ.
- ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກສຶກສາທິການ ແລະ ກິລາວາງອອກ.
-
ຄຸ້ມຄອງ ແລະ ຊີ້ນຳການຮຽນ-ການສອນ, ຂະຫຍາຍປັບປຸງວຽກງານພະລະສຶກສາ, ສິລະປະສຶກສາວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານສິ່ງເສບຕິດໃນໂຮງຮຽນທັງພາກລັດ ແລະ ເອກະຊົນ.
- ຄຸ້ມຄອງ ແລະ ສົ່ງເສີມການສຶກສາວິຊາພະລະ-ສິລະປະ ແລະ ວິຊາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
- ຮັບຜິດຊອບການສ້າງຂະບວນການກິລາ ແລະ ສິລະປະໂຮງຮຽນ.
- ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານການປະຕິບັດວຽກງານຢ່າງເປັນປົກກະຕິ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.