ປີນີ້ ເຊກອງມີນັກຮຽນ 1.372 ຄົນເຂົ້າຮ່ວມສອບເສັງຈົບຊັ້ນ ມ7 ທົ່ວແຂວງ
ແຂວງ ເຊກອງ ຈັດສອບເສັງຈົບຊັ້ນ ມັດທະຍົມຕອນປາຍ( ມ7) ທົ່ວແຂວງ ແລະ ເປັນເອກະພາບທົ່ວປະເທດ ສົກຮຽນປີ
2019 – 2020 ເພື່ອເປັນການວັດແລະປະເມີນ ເຖິງຂີດຄວາມຮູ້, ຄວາມສາມາດ, ຄວາມຈື່ຈໍາຂອງນັກຮຽນ ແລະ ປະເມີນເຖິງຫຼັກສູດ
ການສຶກສາໃນທົ່ວເມືອງ, ແຂວງ ແລະ ທົ່ວປະເທດໃຫ້ມີຄຸນນະພາບແລະປະສິດທິພາບສູງ.
ເຊກອງ ປະກາດແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງປີ 2020
ເຊກອງ ປະກາດແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງປີ 2020
ແຂວງເຊກອງ ຈັດພິທີ ປະກາດແຂວງ ຈົບຊັ້ນມັດທະຍົມຕອນຕົ້ນ ບໍາລຸງປີ 2020, ເພື່ອເປັນການຄໍານັບຮັບຕ້ອນ ກອງປະຊຸມ
ໃຫຍ່ຄັ້ງທີສິບຂອງອົງຄະນະພັກແຂວງ ແລະ ວັນສາກົນແຫ່ງການລົບລ້າງ ຄວາມບໍ່ຮູ້ໜັງສືຄົບຮອບ 45 ປີ, ວັນຄູແຫ່ງຊາດ ( 7ຕຸລາ )
ຄົບຮອບ 25 ປີ ທີ່ຈະໝູນວຽນມາເຖິງນີ້.
ສ.ກ.ຂ ເຊກອງໄດ້ຈັດກິດຈະກໍາປູກຕົ້ນໄມ້ຕາມເຂດຮັບຜິດຊອບຈໍານວນ 70 ຕົ້ນ
ສ.ກ.ຂ ເຊກອງໄດ້ຈັດກິດຈະກໍາປູກຕົ້ນໄມ້ຕາມເຂດຮັບຜິດຊອບຈໍານວນ 70 ຕົ້ນ
ໃນວັນທີ 1 ມິຖຸນາ ຜ່ານມາ ພະແນກສຶກສາທິການແລະກິລາແຂວງ ເຊກອງ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຈໍານວນ 70 ຕົ້ນ,ຕາມ
ເຂດຮັບຜິດຊອບຂອງພະແນກດັ່ງກ່າວ ໂດຍໃຫ້ກຽດເຂົາຮ່ວມຂອງທ່ານ ຄໍາຜາຍ ສຸນິວັນ ຄະນະພະແນກສຶກສາທິການແລະກິລາ
ແຂວງ ພ້ອມດ້ວຍຫົວໜ້າຂະແໜງ, ຮອງ ຂະແໜງ ແລະ ພະນັກງານ ວິຊາການຫຼາຍກ່ວາ 30 ຄົນ ເຂົ້າຮ່ວມ.