facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126915
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
25
8
44
126648
158
865
126915

Your IP: 44.200.82.149
2023-06-06 22:40

ສະຫຼຸບຜົນການແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

ແຂວງບໍ່ແກ້ວສະຫຼຸບຜົນການແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

ໃນຕອນບ່າຍ ຂອງວັນທີ 5ທັນວາ 2015 ຜ່ານມານີ້ ທີ່ສະໜາມກິລາແຂວງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມີພິທີສະຫຼຸບລາຍງານຜົນການແຂ່ງຂັນກິລາ ແລະ ມອບຂັນລາງວັນໃຫ້ແກ່ນັກກິລາທີ່ສາມາດຍາດໄດ້ລາງວັນປະເພດຕ່າງໆໃນການແຂ່ງຂັນກິລາ ຊີງຂັນທ່ານ ເຈົ້າແຂວງໆບໍ່ແກ້ວ ໃນໂອກາດສ້າງຂະບວນການສະເຫຼີມສະຫຼອງ ວັນຍຶດອຳນາດຫ້ວຍຊາຍ ແລະ ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ.

ໃນພິທີສະຫຼຸບຜົນການແຂ່ງຂັນກິລາດັ່ງກ່າວ ທ່ານ ສຸດທິແດນ ອຸດີນາລັດ ຫົວໜ້າຂະແໜງກິລາມວນຊົນ ພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ໃຫ້ສຳພາດວ່າ: “ ການແຂ່ງຂັນກິລາປະເພດຕ່າງໆ ແມ່ນໄດ້ເປີດສາກທຳການແຂ່ງຂັັນມາຕັ້ງແຕ່ ວັນທີ 6ພະຈິກ ຜ່ານມາ ຈົນມາຮອດວັນທີ 5 ທັນວາ ຈຶ່ງສຳເລັດ ເຊິ່ງປະກອບມີ 3 ປະເພດກິລາຄື: 1. ບານເຕະມີ 3 ລາຍການຄື: ບານເຕະຍິງຫຼຸ້ນທົ່ວໄປມີ 14 ທີມເຂົ້າຮ່ວມ, ບານເຕະອາວຸໂສຊາຍມີ 8 ທີມເຂົ້າຮ່ວມ ແລະ ບານເຕະ 7 ຄົນ ( ຟຸດຊໍ ) ມີ 60 ທີມ ເຂົ້າຮ່ວມ. 2. ເປຕັງມີ 2 ລາຍການຄື: ເປຕັງຄູ່ຍິງມີ 24 ທີມເຂົ້າຮ່ວມ ແລະ ເປຕັງຄູ່ຊາຍມີ 56 ທີມເຂົ້າຮ່ວມ ແລະ 3. ດອກປີກໄກ່ຄູ່ຊາຍອາວຸໂສມີ 14 ທີມເຂົ້າຮ່ວມແຂ່ງຂັນ. ຜ່ານການດຳເນີນການແຂ່ງຂັນມາເປັນເວລາ 1 ເດືອນ ທີ່ເດີ່ນກິລາບານເຕະແຂວງ ຜົນປະກົດວ່າ: ບານເຕະຍິງຫຼຸ້ນທົ່ວໄປຊະນະເລີດ ໄດ້ແກ່ທີມໂຮງຮຽນເຕັກນິກວິຊາຊີບແຂວງບໍ່ແກ້ວ ໄດ້ຮັບເງິນລາງວັນ 3,000,000 ກີບ ພ້ອມຂັນ 1 ໜ່ວຍ ດ້ວຍການຍິງລູກໂທດເອົາຊະນະທີມໄຟຟ້າລາວແຂວງໄປ 4/1,  ຮອງຊະນະເລີດ ຕົກເປັນຂອງທີມໄຟຟ້າລາວແຂວງ ໄດ້ຮັບເງິນລາງວັນ 2,500,000 ກີບ ພ້ອມຂັນ 1 ໜ່ວຍ. ສ່ວນອັນດັບທີ 3 ຕົກເປັນຂອງທີມຂົງເຂດໄປສະນີໂທລະຄົມ ແລະ ການສື່ສານ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ດ້ວຍການຍິງລູກໂທດເອົາຊະນະ ທີມກອງບັນຊາການທະຫານແຂວງ ດ້ວຍຄະແນນ 2/1 ສ່ວນອັນດັບທີ 4 ແມ່ນທີມກອງບັນຊາການທະຫານແຂວງ ໄດ້ຮັບເງິນລາງວັນ 1,000,000 ກີບ. ບານເຕະອາວຸໂສຊາຍ ອາຍຸ 45 ປີຂຶ້ນໄປ ຊະນະເລີດ ໄດ້ແກ່ທີມກອງບັນຊາການທະຫານແຂວງ ໄດ້ຮັບເງິນລາງວັນ 3,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ດ້ວຍການຍິງປະຕູເອົາຊະນະ ທີມກຸ່ມທຸລະກິດ 2/1 ແລະ ຮອງຊະນະເລີດ ຕົກເປັນຂອງທີມກຸ່ມທຸລະກິດ ໄດ້ຮັບເງິນລາງວັນ 2,500,000 ກີບ ພ້ອມຂັນກິລາ 1 ໜ່ວຍ. ສ່ວນອັນດັບທີ 3 ແມ່ນທີມກອງບັນຊາການ ປກສ ແຂວງ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ດ້ວຍການຍິງປະຕູເອົາຊະນະ ທີມຂົງເຂດພັກ-ພະນັກງານ 3/2 ແລະ ອັນດັບທີ 4 ແມ່ນທີມຂົງເຂດພັກ-ພະນັກງານ ໄດ້ຮັບເງິນລາງວັນ 1,000,000 ກີບ. ເປຕັງຄູ່ຊາຍ ຊະນະເລີດ ໄດ້ແກ່ທີມປະສົມພະແນກແຮງງານ ແລະ ສະຫວັດດີການແຂວງ+ຈັດຕັ້ງແຂວງ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ,  ຮອງຊະນະເລີດ ໄດ້ແກ່ທີມນັກທຸລະກິດ ໄດ້ຮັບເງິນລາງວັນ 1,500,000 ກີບ ພ້ອມຂັນກິລາ 1 ໜ່ວຍ, ອັນດັບທີ 3 ແມ່ນທີມໂຮງໝໍທະຫານແຂວງ ໄດ້ຮັບເງິນລາງວັນ 1,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ແລະ ອັນດັບທີ 4 ແມ່ນທີມລັດວິສາຫະກິດພັດທະນາກະສິກຳ ໄດ້ຮັບເງິນລາງວັນ 500,000 ກີບ ແລະ ເປຕັງຄູ່ຍິງ ຊະນະເລີດ ໄດ້ແກ່ທີມກອງບັນຊາການປກສແຂວງ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ,  ຮອງຊະນະເລີດ ໄດ້ແກ່ທີມຄະນະກວດກາພັກ-ລັດແຂວງ ໄດ້ຮັບເງິນລາງວັນ 1,500,000 ກີບ ພ້ອມຂັນກິລາ 1 ໜ່ວຍ, ອັນດັບທີ 3 ແມ່ນທີມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບເງິນລາງວັນ 1,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ແລະ ອັນດັບທີ 4 ແມ່ນທີມນ້ອງໃໝ່ ເອັບຊີ ໄດ້ຮັບເງິນລາງວັນ 500,000 ກີບ. ສ່ວນການແຂ່ງຂັນປະເພດຕີດອກປີກໄກ່ອາວຸໂສຊາຍ ແມ່ນໄດ້ຈັດພິທີມອບລາງວັນເປັນທີ່ຮຽບຮ້ອຍແລ້ວ ຊະນະເລີດ ໄດ້ແກ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຮອງຊະນະເລີດ ໄດ້ແກ່ທີມທະນາຄານພັດທະນາລາວ ແລະ ອັນດັບທີ 3 ໄດ້ແກ່ທີມພະແນກໂຍທາທິການ ແລະ ຂົນສົ່ງແຂວງ. ສຳລັບການແຂ່ງຂັນກິລາບານເຕະ 7 ຄົນ ( ຟຸດຊໍ ) ນັ້ນ ແມ່ນພວມດຳເນີນການແຂ່ງຂັນ ແລະ ຈະຈັດພິທີມອບ-ຮັບຢູ່ບໍລິສັດນາກຄະລາດນະຄອນຕາມພາຍຫຼັງ. ທ່ານ ສຸດທິແດນ ອຸດີນາລັດ ຍັງໄດ້ໃຫ້ຮູ້ອີກວ່າ: ການຈັດການແຂ່ງຂັນກິລາໃນຄັ້ງນີ້, ນອກຈາກຈະເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນຍຶດອຳນາດຫ້ວຍຊາຍ ແລະ ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີແລ້ວ. ກໍ່ຍັງເປັນການສ້າງໃຫ້ມີລະບຽບວິໄນ, ສ້າງຄວາມສາມັກຄີ, ຮູ້ຈັກໃຫ້ກຽດ, ໃຫ້ອະໄພເຊິ່ງກັນ ແລະ ກັນ, ຮູ້ເສຍ, ຮູ້ຊະນະບວກໃສ່ກັບຄວາມຕັດສິນໃຈສູງຂອງບັນດານັກກິລາ ສຸມໃສ່ການແຂ່ງຂັນຈຶ່ງເຮັດໃຫ້ມີເນື້ອໃນ, ມີບັນຍາກາດຟົດຟື້ນມ່ວນຊື່ື່ນ ແລະ ສຳເລັດລົງຢ່າງຈົບງາມ ”.

ໃນຕອນທ້າຍຂອງການແຂ່ງຂັນ ໄດ້ມີການມອບຂັນ ແລະ ລາງວັນແຕ່ລະປະເພດ ໃຫ້ແກ່ທີມນັກກິລາທີ່ຊະນະ ໂດຍທ່ານ ດຣ. ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ເປັນຜູ້ໃຫ້ກຽດມອບ, ເຂົ້າຮ່ວມເປັນສັກຂີພະຍານມີທ່ານ ຮອງເຈົ້າແຂວງ, ຫົວໜ້າພະແນກການຕ່າງໆ, ທ່ານ ສັນຕິ  ຜູ້ຕາງໜ້າຈາກບໍລິສັດ ສີສັນຈະເລີນກຼຸບ ແລະ ບໍລິສັດສິງຫາ ( ບໍລິສັດ ທີ່ໃຫ້ການອຸປະຖຳຂັນລາງວັນປະເພດກິລາບານເຕະ 6 ໜ່ວຍ, ອຸປະກອນກິລາ, ເຕັ້ນ ແລະ ເຄື່ອງດື່ມຈຳນວນໜຶ່ງ ເຂົ້າໃນການແຂ່ງຂັນຄັ້ງນີ້ ລວມເປັນມູນຄ່າ 28,500,000 ກີບ ), ມີຄູເຝິກ, ກຳມະການຕັດສິນ, ນັກກິລາ ພ້ອມດ້ວຍແຂກຖືກເຊີນ ແລະ ມວນຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.