facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126934
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
44
8
63
126648
177
865
126934

Your IP: 44.200.82.149
2023-06-06 23:33

ບານເຕະຄົບຮອບ 40 ປີ

ທີມກຸ່ມທຸລະກິດ ຜ່ານເຂົ້າຊີງຊະນະເລີດໃນກິລາບານເຕະອາວຸໂສຊາຍ ສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

ຂ່າວໂດຍ: ບຸນຄົງ ວັນນະສິດ ( ພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ )

ໂທ: 0205486 4123; Email: This email address is being protected from spambots. You need JavaScript enabled to view it.

ທີມກຸ່ມທຸລະກິດ ສາມາດຍິງປະຕູເອົາຊະນະ ທີມ 4 ອົງການຈັດຕັ້ງມະຫາຊົນ 3-2 ໃນຮອບຮອງຊະນະເລີດ ຂອງກິລາບານເຕະຮຸ່ນອາວຸໂສ ຊີງຂັນທ່ານ ເຈົ້າແຂວງໆ ບໍ່ແກ້ວ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນຍຶດອຳນາດຫ້ວຍຊາຍ, ວັນຄ້າຍວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ.

 ໃນຕອນບ່າຍທີ 30ທັນວາ 2015 ນີ້ ທີ່ສະໜາມກິລາແຂວງ ບ້ານປ່າອ້ອຍ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ມີການແຂ່ງຂັນກິລາເຕະບານອາວຸໂສຊາຍ ຊີງຂັນລາງວັນທ່ານ ເຈົ້າແຂວງໆ ບໍ່ແກ້ວ ໃນໂອກາດສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ. ການແຂ່ງຂັນກິລາບານເຕະຮຸ່ນອາວຸໂສຊາຍ ( 45 ປີ ຂຶ້ນໄປ ) ດັ່ງກ່າວນີ້ ໄດ້ເປີດສາກທຳການແຂ່ງຂັັນ ຂຶ້ນມາຕັ້ງແຕ່ວັນທີ 20 ພະຈິກ 2015 ຜ່ານມາ ທີ່ເດີ່ນກິລາແຂວງບໍ່ແກ້ວ, ພາຍຫຼັງດຳເນີນການແຂ່ງຂັນມາເປັນເວລາ 2 ອາທິດກວ່າ. ການແຂ່ງຂັນກິລາບານເຕະຮຸ່ນອາວຸໂສຊາຍໃນຄັ້ງນີ້ ມີຄະນະນັກກິລາທີ່ມາຈາກບັນດາພາກສ່ວນຕ່າງໆເຂົ້າຮ່ວມທັງໝົດ 8 ທີມ, ເຊິ່ງແບ່ງອອກເປັນ 2 ສາຍ ແລະ ແຂ່ງຂັນກັນແບບພົບກັນໝົດໃນສາຍ ເພື່ອຄັດເລືອກເອົາທີ 1 ແລະ ທີ 2 ຂອງສາຍ ເພື່ອເຂົ້າຮອບ 4 ທີມ. ການພົບກັນໃນຮອບ 4 ທີມໃນຄັ້ງນີ້ ໄດ້ແກ່ ທີມກຸ່ມທຸລະກິດ ພົບກັບທີມ ຂົງເຂດພັກ-ພະນັກງານ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມກຸ່ມທຸລະກິດແຂວງບໍ່ແກ້ວ ສາມາດຍິງປະຕູເອົາຊະນະທີມ ຂົງເຂດພັກ-ພະນັກງານໄປ 3 ປະຕູຕໍ່ 2. ສ່ວນການແຂ່ງຂັນກິລາ ຊີງທີ 3 ແມ່ນຈະແຂ່ງຂັນໃນວັນທີ 3 ທັນວາ ແລະ ຊີງຊະນະເລີດແມ່ນວັນທີ 5 ທັນວາ ທີ່ຈະມາເຖິງ.

ການແຂ່ງຂັນກິລາດັ່ງກ່າວ, ນອກຈາກຈະເປັນການແຂ່ງຂັນກິລາ ເພື່ອສ້າງຂະບວນການສະເຫຼີມ ສະຫຼອງວັນຍຶດອຳນາດຫ້ວຍຊາຍ, ວັນຄ້າຍວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 40 ປີແລ້ວ ກໍຍັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງບັນດາປະຊົນລາວບັນດາເຜົ່າພາຍໃນແຂວງ ກໍຄືພະນັກງານ-ສະມາຊິກພັກດ້ວຍກັນອີກດ້ວຍ.