facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126955
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
13
52
84
126648
198
865
126955

Your IP: 44.200.82.149
2023-06-07 00:32

ສກຂ ບໍ່ແກ້ວ ສອບເສັງບັນຈຸລັດຖະກອນຄູ ປະຈຳສົກຮຽນ 2015-2016

ສກຂ ບໍ່ແກ້ວ ສອບເສັງບັນຈຸລັດຖະກອນຄູ ປະຈຳສົກຮຽນ 2015-2016

ພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ( ສກຂ ບໍ່ແກ້ວ ) ສໍຳເລັດການສອບເສັງເພື່ອຄັດເລືອກບັນຈຸລັດຖະກອນຄູໃໝ່ທົ່ວແຂວງ ປະຈຳສົກຮຽນ 2015-2016 ເພື່ອເຮັດໃຫ້ການບັນຈຸລັດຖະກອນບໍລິຫານ ແລະ ລັດຖະກອນຄູໃໝ່ ປະຈຳສົກຮຽນ 2015-2016 ຂອງຂະແໜງການສຶກສາ ແລະ ກິລາ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ຂອງແຕ່ລະພາກສ່ວນ ແລະ ແກ້ໄຂບັນຫາຄູເຫຼືອບໍ່ພໍ.

 

ພິທີສອບເສັງເພື່ອຄັດເລືອກບັນຈຸລັດຖະກອນຄູໃໝ່ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນຈັນ ວັນທີ 14 ທັນວາ 2015 ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງຈັນ ພົມມະຫານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ເຂົ້າຮ່ວມໃນພິທີມີທ່ານ ເປົາແກ້ວ ພູມສະຫວັນ ຫົວໜ້າຂະແໜງກວດກາພັກ-ລັດອ້ອມຂ້າງ ຄະນະກວດກາພັກ-ລັດແຂວງ, ທ່ານ ສິງທອນ ອິນນະວົງ ວ່າການຫົວໜ້າຂະແໜງລັດຖະກອນ ພະແນກພາຍໃນແຂວງ, ມີບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບການສອບເສັງ ແລະ ນັກສອບເສັງເຂົ້າຮ່ວມ. ໃນພິທີ ທ່ານ ສົມພິດ ຈັນທະໂສມ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານຄຳສັ່ງແນະນຳ ຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຮັບ ແລະ ບັນຈຸລັດຖະກອນບໍລິຫານ ແລະ ລັດຖະກອນຄູ ໃນຂະແໜງການສຶກສາ ແລະ ກິລາ ປະຈຳສົກປີ 2015-