facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126952
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
10
52
81
126648
195
865
126952

Your IP: 44.200.82.149
2023-06-07 00:32

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມພະແນກ ສກຂ ບໍ່ແກ້ວ

 

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມພະແນກ ສກຂ ບໍ່ແກ້ວ

ຂ່າວໂດຍ: ອາຈານ ບຸນຄົງ ວັນນະສິດ ພະແນກ ສກຂ ບໍ່ແກ້ວ

ໂທລະສັບ: 020 5486 4123     Email: This email address is being protected from spambots. You need JavaScript enabled to view it.

ໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນ ເພື່ອເປັນການສະຫຼຸບ ແລະ ຕີລາຄາຄືນເຖິງຜົນສຳເລັດດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຄ້າງໃນການຊີ້ນຳໆພາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໜ່ວຍຊາວໜຸ່ມໃນຕະຫຼອດໄລຍະຜ່ານມາ ພ້ອມທັງເປັນການວາງທິດທາງແຜນການໃນຕໍ່ໜ້າ.

 

ກອງປະຊຸມໃຫຍ່ຄັ້ງທີ IVຂອງໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ ແມ່ນໄດ້ໄຂຂຶ້ນເມື່ອວັນທີ 4 ກຸມພາ ຜ່ານມາໂດຍການເປັນປະທານຂອງທ່ານ ນາງ ສຸກສາຄອນ ພິນຸວົງ ຄະນະປະຈຳຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມມີທ່ານ ສົມສັກ ກຳມະນີພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ອຸ່ນແສງ ທູນອິນໃຈ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍ່ແກ້ວ, ມີທ່ານ ສົມນິດ ອະຣິຍະວົງ ເລຂາໜ່ວຍພັກຫ້ອງການ, ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ໃນກອງປະຊຸມໄດ້ຜ່ານມະຕິຕົກລົງ ຂອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ, ຜ່ານບົດລາຍງານການເມືອງການເຄື່ອນໄຫວວຽກງານຂອງຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ ແຕ່ປີ 2012-2015 ເພື່ອເປັນການຕີລາຄືນເຖິງຜົນສຳເລັດດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຄ້າງໃນການຊີ້ນຳໆພາການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ. ທິດທາງແຜນການໃນຕໍ່ໜ້າ ແຕ່ນີ້ຮອດປີ 2018 ເຊິ່ງທ່ານ ນາງ ສຸກສາຄອນ ພິນຸວົງ ຄະນະປະຈຳຊາວໜຸ່ມແຂວງ ເລຂາໜ່ວຍຊາວພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ກໍໄດ້ລາຍງານໃຫ້ຮູ້ວ່າ ໜ່ວຍຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາ ທາງດ້ານການເມືອງແນວຄິດ ຈາກຄະນະໜ່ວຍພັກຫ້ອງການພະແນກສຶກສາທິການ ແລະ ກິລາແຂວງ ແລະ ຈາກຄະນະບໍລິຫານງານແຂວງ ເຊິ່ງປະກອບມີສະມາຊິກຊາວໜຸ່ມທັງໝົດ 43 ສະຫາຍ, ຍິງ 18 ສະຫາຍ. ໄປຍົກລະດັບດ້ານວິຊາສະເພາະປະລິນຍາໂທ 1 ສະຫາຍ, ຍິງ 0 ສະຫາຍ. ອອກໃບຍົກຍ້າຍຈຳນວນ 8 ສະຫາຍ, ຍິງ 4 ສະຫາຍ. ພົ້ນອາຍຸກະສຽນ 1 ສະຫາຍ, ຍິງ 0 ສະຫາຍ. ໜ່ວຍຊາວໜຸ່ມໄດ້ຖືເອົາວຽກງານການສຶກອົບຮົມແນວຄິດການເມືອງເປັນກົກ ແລະ ຖືເປັນວຽກງານສຳຄັນທີ່ເປັນພື້ນຖານກວ່າໝູ່ ໃນການສຶກສາອົບຮົມໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍຫຼາຍວິທີ ເພື່ອເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຮັດໃຫ້ຊາວໜຸ່ມມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງຊາວໜຸ່ມ ປປລ ຢ່າງເຂັ້ມງວດ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຂົ້າຮ່ວມພິທີມິດຕິ່ງສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ແລະ ເຂົ້າຟັງປາຖະກາຖາວັນປະຫວັດສາດທີ່ສຳຄັນຕ່າງໆຂອງຊາດ. ເຂົ້າຮ່ວມອອກແຮງງານລວມຂອງແຂວງ 7 ຄັ້ງ, ເຂົ້າຮ່ວມແຂ່ງຂັນກິລາເບຕັງ ແລະ ກິລາບານເຕະ 6 ຄັ້ງ, ຂະບວນການພາຍໃນໄດ້ເປີບັ້ນແຂ່ງຂັນ 4 ບຸກ ແລະ ຖືກຮັບຮອງເປັນໜ່ວຍ 4 ບຸກເປັນສະໄໝທີ 1. ເຂົ້າຮ່ວມຂະບວນການກິລາຕ່າງໆພາຍໃນພະແນກຈັດຂຶ້ນ. ດ້ານວຽກງານວິຊາສະເພາະແມ່ນວຽກງານສຶກສາ ແລະ ກິລາພາຍໃນແຂວງມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ຕາໜ່າງການສຶກສາໄດ້ຂະຫຍາຍໄປສູ່ຊົນນະບົດຫ່າງໄກສອກຫຼີກ ເຮັດໃຫ້ເດັກນ້ອຍ ແລະ ແມ່ຍິງໃນເກນອາຍຸຮຽນ 6 ຫາ 10 ປີ ແລະ ປະຊົນໃນເກນອາຍຸ 15 ຫາ 40 ໄດ້ເຂົ້າໂຮງຮຽນເພີ່ມຂຶ້ນ. ສາມາດປະກາດຈົບຊັ້ນປະຖົມບຳລຸງທົ່ວແຂວງໄດ້ ແລະ ປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງໄດ້ແລ້ວ 3 ເມືອງຄື: ເມືອງຕົ້ນເຜິ້ງ, ເມືອງຫ້ວຍຊາຍ ແລະ ເມືອງເມິງ. ກອງປະຊຸມໄດ້ຜ່ານທິດທາງແຜນການຄາດໝາຍສູ້ຊົນໃນແຕ່ລະດ້ານ ເພື່ອເຮັດໃຫ້ເປົ້າໝາຍ, ຄາດໝາຍສູ້ຊົນ ແລະ ມະຕິກອງປະຊຸມໃຫຍ່ຜູ່ແທນຊາວໜຸ່ມທົ່ວແຂວງບໍ່ແກ້ວຄັ້ງທີ VI ໃຫ້ໄດ້ຮັບຜົນສຳເລັດ. ໂດຍສະເພາະການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊປປລຄື: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ໍຫຼອມຮໍ່າຮຽນ, ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ. ສ້າງໜ່ວຍຊາວໜຸ່ມຕົວແບບໃນຂະບວນການຂໍ້ແຂ່ງຂັນ 4 ບຸກ ໃນໄລຍະທີ 2 ໃຫ້ໄດ້ ແລະ ດ້ານວຽກງານອື່ນໆ. ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາເລຂາສະມາຊິກຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ບ່ອນເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກໃຊ້ສິດປະຊາທິປະໄຕຂອງສະມາຊິກຊາວໜຸ່ມ ເລືອກເອົາຜູ້ທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮູ້ຄວາມສາມາດ ເລືອກໄດ້ ສະຫາຍ ສອນເພັດ ດວງດາລາ ເລຂາໜ່ວຍຊາວໜຸ່ມຊຸດໃໝ່, ສະຫາຍ ນ. ຈັນສີ ວິລະຄຳ ແລະ ສະຫາຍ ແສງເດືອນ ລ້ານຄຳແດງ. ໃນໂອກາດດຽວກັນນີ້ ທ່ານ ອຸ່ນແສງ ທູນອິນໃຈ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ມີຄຳຄິດຄຳເຫັນຊີ້ນຳເນັ້ນໜັກຫຼາຍເພື່ອເປັນບ່ອນອີງແກ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ແລະ ສະມາຊິກຊາວໜຸ່ມ ສືບຕໍ່ປະຕິບັດໜ້າທີ່ວຽການຄື: 1. ໃຫ້ຄະນະໜ່ວຍຊາວໜຸ່ມຊຸດໃໝ່ຕ້ອງເພີ່ມທະວີ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍໃຫ້ເຊື່ອມຊຶມກຳແໜ້ນສິດ, ໜ້າທີ່ ແລະ ພາລະບົດບາດຂອງຊາວໜຸ່ມ, 2. ພ້ອມທັງຊື່ສັດບໍລິສຸດຕໍ່ໜ້າທີ່ວຽກງານຂອງຕົນ, 3. ສຸມໃສ່ກໍ່ສ້າງປັບປຸງການຈັດຕັ້ງວຽກງານຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍ, 3. ສ້າງໃຫ້ໜ່ວຍຊາວໜຸ່ມມີຄວາມປອດໃສຂາວສະອາດ, ມີການປະສານງານກັນຢ່າງກົມກຽວໃນການນຳພາ,​ ຊອກຫາວິທີການປັບປຸງວຽກງານທີ່ຄົງຄ້າງ, 4. ສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກຕ້ອງເປັນແບບເປັນຢ່າງໃຫ້ແກ່ສະມາຊິກຊາວໜຸ່ມ ໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະ ແລະ ການປະພຶດຕ່າງໆ ເພື່ອສ້າງໃຫ້ໄດ້ເຂົ້າເປັນສະມາຊິກພັກ, 5. ຊ່ວຍກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ. ກອງປະຊຸມໄດ້ອັດລົງໃນເວລາ 4:00 ນາທີ ດ້ວຍຜົນສຳເລັດອັນສະຫງ່າງາ