facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126951
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
9
52
80
126648
194
865
126951

Your IP: 44.200.82.149
2023-06-07 00:31

ຮ.ຮ ປະຖົມບ້ານນໍ້າແລໄດ້ຮັບ...

ຮ.ຮ ປະຖົມບ້ານນໍ້າແລ ໄດ້ຮັບອຸປະກອນການຮຽນ-ການກິລາ ມູນຄ່າ 3 ລ້ານກວ່າກີບ ຈາກທີມງານດຣີມ

ຂ່າວໂດຍ: ບຸນຄົງ ວັນນະສິດ ( ພະແນກ ສກຂ ບໍ່ແກ້ວ )

ໂຮງຮຽນປະຖົມສົມບູນບ້ານນໍ້າແລ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕ້ອນຮັບການລົງມາຢ້ຽມຢາມຂອງສູນການສຶກສາດຣີມ.

 

 

 

 ແລະ ໂຮງຮຽນອະນຸບານ-ປະຖົມດຣີມ ພ້ອມທັງໄດ້ຮັບການຊ່ວຍເຫຼືອອຸປະກອນການຮຽນ, ອຸປະກອນກິລາ, ແຈກເຂົ້າໜົມປັງ, ນົມ ແລະ ຕິດຕັ້ງຊິງຊາ ໃຫ້ແກ່ນັກຮຽນລວມເປັນມູນຄ່າ 3,500,000 ກີບ ( ສາມລ້ານຫ້າແສນກີບ ) ເພື່ອແບ່ງບັນຮອຍຍິ້ມ ແລະ ຄວາມຮັກກັບນ້ອງໆນັກຮຽນ ພ້ອມທັງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ກໍຄືການພັດທະນາຄຸນນະພາບຊີວິດຂອງນ້ອງນັກຮຽນພາຍໃນໂຮງຮຽນໃຫ້ດີຂືຶ້ນ ພ້ອມທັງຫຼິ້ນກິດຈະກຳຕ່າງໆຮ່ວມກັບນັກຮຽນຢ່າງເປັນຂະບວນຝົດຟຶ້ນ.

ໃນຕອນເຊົ້າວັນພຸດ ວັນທີ 24 ກຸມພາ 2016 ຜ່ານມາ ຢູ່ໂຮງຮຽນປະຖົມສົມບູນບ້ານນໍ້າແລ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີຕ້ອນຮັບການລົງມາຢ້ຽມຢາມຂອງທີມງານສູນການສຶກສາດຣີມ ແລະ ໂຮງຮຽນອະນຸບານ-ປະຖົມດຣີມ ພ້ອມທັງໄດ້ຮັບການຊ່ວຍເຫຼືອອຸປະກອນການຮຽນ, ອຸປະກອນກິລາ, ແຈກເຂົ້າໜົມປັງ, ນົມ ແລະ ຕິດຕັ້ງຊິງຊາ ໃຫ້ແກ່ນັກຮຽນລວມເປັນມູນຄ່າ 3,500,000 ກີບ ( ສາມລ້ານຫ້າແສນກີບ ) ເພື່ອແບ່ງບັນຮອຍຍິ້ມ ແລະ ຄວາມຮັກກັບນ້ອງໆນັກຮຽນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ກໍຄືການພັດທະນາຄຸນນະພາບຊີວິດຂອງນ້ອງນັກຮຽນພາຍໃນໂຮງຮຽນໃຫ້ດີຂືຶ້ນ. ເຂົ້າຮ່ວມໃນກິດຈະກຳດັ່ງກ່າວ ມີທ່ານ ຈູນຊັງ ລີ ຜູ້ອຳນວຍການສູນການສຶກສາດຣີມ ແລະ ໂຮງຮຽນອະນຸບານ-ປະຖົມດຣີມ, ມີຕາງໜ້າຈາກຫ້ອງການພົວພັນການຕ່າງປະເທດ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານ ແລະ ອາສາສະໝັກທີ່ມາຈາກປະເທດເກົາຫຼີເຂົ້າຮ່ວມທັງໝົດ 37 ທ່ານ. ໃຫ້ການຕ້ອນຈາກອຳນາດການປົກຄອງບ້ານ, ຫົວໜ້າໝວດ, ຄູ-ອາຈານຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຕ້ອນຮັບ. ທ່ານ ຄຳຕັນ ວັນນະຈອມຈັນ ຮອງຜູ້ອຳນວຍການໂຮງຮຽນດຣີມ ຜູ້ຮັບຜິດຊອບປະສານງານການຊ່ວຍເຫຼືອໄດ້ໃຫ້ສຳພາດວ່າ “ ໂຮງຮຽນບ້ານນໍ້າແລ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນໂຮງຮຽນມູນແຫ່ງໜຶ່ງທີ່ຂຶ້ນກັບໝວດປະຖົມສົມບູນບ້ານນໍ້າແສນ ເຊິ່ງຜ່ານມາທາງສູນການສຶກສາດຣີມ ແລະ ໂຮງຮຽນອະນຸບານ-ປະຖົມດຣີມ ໄດ້ປະກອບສ່ວນໃນການພັດທະນາວຽກງານການສຶກສາ ແລະ ປະຊາຊົນບ້ານດັ່ງກ່າວ ເປັນຕົ້ນແມ່ນການໃຫ້ທຶນປຸກສ້າງໂຮງຮຽນປະຖົມ 3 ຫ້ອງ, ຫ້ອງຮຽນອະນຸບານ 1 ຫ້ອງ, ຫ້ອງນໍ້າ 2 ຫ້ອງ, ໂຕະຕັ່ງແລະ ມອບເຄື່ອງນຸ່ງ, ຜ້າຫົ່ມ, ມຸ້ງ, ອຸປະກອນກິລາ ແລະ ອຸປະກອນການສຶກສາ ແລະ ເຮັດກິດຈະກຳທາສີໂຮງຮຽນລວມເປັນມູນຄ່າ 149.610.750 ກີບ ( ໜຶ່ງຮ້ອຍສີ່ສິບເກົ້າລ້ານຫົກແສນໜຶ່ງໜື່ນເຈັດຮ້ອຍຫ້າສິບກີບ )ທ່ານ ຄຳຕັນ ວັນນະຈອມຈັນ ຍັງໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ ການລົງໄປຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ກໍຄືການພັດທະນາຄຸນນະພາບຊີວິດຂອງນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນພາຍໃນໂຮງຮຽນ ແລະ ໝູ່ບ້ານດັ່ງກ່າວໃຫ້ດີຂຶ້ນ ”.