facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126914
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
24
8
43
126648
157
865
126914

Your IP: 44.200.82.149
2023-06-06 22:34

ກິລາລະດັບສູງ

1. ໜ້າທີ່​ຂອງ​ຂະ​ແໜງ​ບໍລິຫານ 
1.   ​ສັງ​ລວມ​ ແລະ ​​ສະ​ເໜີ​ແຜນ​ພັດທະນາ​ທຸກ​ວຽກ​ງານ​ຂອງ​ພະ​ແນ​ກ; 
2.   ຮັບ​ຜິດ​ຊອບ​ວຽກ​ງານ​ບໍ​ລິ​ຫານ ແລະ ​ບໍ​ລິ​ການ​ຫ້ອງ​ການຂອງ​ພະ​ແນກ​;
3.   ຄຸ້ມ​ຄອງ​ສາງ, ຍານ​ພາ​ຫະ​ນະ, ວັດ​ຖຸ​ອຸ​ປະ​ກອນ, ອາ​ຄານ, ທີ່​ດິນ ​ແລະ ​ຊັບ​ສົມ​ບັດ​ສຶກ​ສາ ແລະ ກິລາ​ 
4.   ສັງ​ລວມ ​ແລະ​ ວາງ​ແຜນງົບ​​ປະ​ມານ-​ການ​ເງິນ, ຄຸ້ມ​ຄອງ​ລາຍ​ຮັບ ​ແລະ​ລາຍ​ຈ່າຍຂອງ​ພະ​ແນກ
5.   ຮັບຜິດຊອບ​ວຽກ​ງານການ​ກໍ່​ສ້າງ​​ ແລະ ສ້ອມ​ແປງ ອາ​ຄານ​ສະ​ຖານ​ທີ່​ການສຶກ​ສາ;
6.   ຄຸ້ມ​ຄອງ​ເອ​ກະ​ສານ​ທາງ​ລັດ​ຖະ​ການ​,​ແຈກ​ຢາຍ​ເອກະສານ, ​​ວຽກ​ງານ​ປະ​ຊາ​ສຳ​ພັນ​ ​ແລະໂຄສະນາ​ເຜີຍແຜ່​ຂໍ້​ມູນ​ ຂ່າວສານການ​ສຶກສາ ​ແລະ​ ກິລາ;
7.  ຕິດຕາມ ​​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ​ຕ່າງໆ​ພາຍ​ໃນຂະ​ແໜງ​ ແລະ ​ພະ​ແນ​ກ;
8.  ສະຫຼຸບ​ລາຍ​​ງານ​ສະ​ພາບ​​ການ​ສຶກ​ສາ, ການ​ເມືອງ, ແນວ​ຄິດ​ ແລະ ການ​ຈັດ​ຕັ້ງ ;
9.   ປະຕິບັດ​ວຽກງານ​ອື່ນ​ຕາມ​ການ​ມອບ​ໝາຍ​ຂອງ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ ແລະ​ກີລາແຂວງ, ນະຄອນຫຼວງ

2. ໜ້າທີ່ຂອງໝ່ວຍງານ​ບໍລິຫານ

1.  ​ສັງ​ລວມ​ ແລະ ​​ສະ​ເໜີ​ແຜນ​ພັດທະນາ​ທຸກ​ວຽກ​ງານ​ຂອງ​ພະ​ແນ​ກ;
2.  ຮັບ​ຜິດ​ຊອບ​ວຽກ​ງານ​ບໍ​ລິ​ຫານ ແລະ ​ບໍ​ລິ​ການ​ຫ້ອງ​ການຂອງ​ພະ​ແນກ​;
3.  ຄຸ້ມ​ຄອງ​ເອ​ກະ​ສານ​ທາງ​ລັດ​ຖະ​ການ​, ​ວຽກ​ງານ​ປະ​ຊາ​ສຳ​ພັນແລະ ໂຄສະນາ​ເຜີຍແຜ່​ຂໍ້​ມູນ​ຂ່າວສານ ການ​ສຶກສາ ​ແລະ​ ກິລາ;
4. ຕິດຕາມ​​, ປະ​ເມີນ​ຜົນ ແລະ ​ສະ​ຫຼຸບ​ລາຍ​ງານການ​ປະຕິບັດ​ວຽກ​ງານ​ຕ່າງໆ​ພາຍ​ໃນຂະ​ແໜງ ​ແລະ​ ພະ​ແນ​ກ;
5. ປະຕິບັດ​ວຽກ​ງານ​ອື່ນ​ຕາມ​ການ​ມອບ​ໝາຍ​ຂອງ​ຫົວ​ໜ້າ​ພະ​ແນ​ກ ;

  • ກິດ​ຈະ​ກຳ​ຂອງໝ່ວຍງານ​ບໍລິຫານ
  •  ຈັດ​ຕັ້ງ​ກອງ​ປະ​ຊຸມເພື່ອ​ຮັບລາຍ​ງານ​ສ່ອງ​ແສງສະ​ພາບ​ການ​ຕ່າງໆບັນທຶກ​ກອງ​ປະຊຸມ;
  •  ສັງ​ລວມ​ສະ​ພາບ​ການ​ສຶກ​ສາ ​ແລະ  ​ກິລາ​ທົ່ວ​ແຂວງ​ ແລ້ວ​ລາຍ​ງານໃຫ້​ຫົວ​ໜ້າ​ພະ​ແນກ​ສຶກ​ສາທິການ  ແລະ ກິລາແຂວງ, ນະຄອນ ແລະ​ ເຈົ້າ​ແຂວງ, ເຈົ້າຄອງນະຄອນຫຼວງ;
  •  ສັງ​ລວມ​ ແລະ​ ກວດ​ກາ​ບັນ​ດາ​ເອ​ກະ​ສານຕ່າງໆ ​ທີ່​ຈະ​ເຂົ້າ​ຫາ​ຫົວ​ໜ້​າ​ ແລະ​ ຮອງ​ຫົວ​ໜ້າ​ພະ​ແນກ;
  • ແຈກ​ຢາຍ​ເອ​ກະ​ສານ​ໃຫ້​ຂະ​ແໜງ​ກ່ຽວ​ຂ້ອງ​, ພ້ອມ​ທັງ​ຕິດ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ;
  •  ກຳ​ກັບ​ວຽກ​ງານ​ພິ​ທີ​ການ, ວຽກ​ງານ​ສາ​ລະ​ບັນ, ປະ​ຊາ​ສຳ​ພັນ​ ແລະ ​ຂາ​ອອກ-​ຂາ​ເຂົ້າ​ຂອງ​ພະ​ແນກ;
  •  ພິມ​, ສຳ​ເນົາ, ຮັບ-​ສົ່ງ, ເກັບ​ມ້ຽນ​ ແລະ ​ປົກ​ປັກ​ຮັກ​ສາ​ເອ​ກະ​ສານ​ທາງ​ລັດ​ຖະ​ການ;
  • ຄຸ້ມ​ຄອງ​ການ​ນຳ​ໃຊ້​ຍານ​ພາ​ຫະ​ນະ, ນ້ຳ​ມັນ​ເຊື້ອ​ໄຟ, ໄຟ​ຟ້າ, ນ້ຳ​ປະ​ປາ​ ແລະ ​ໂທ​ລະ​ສັບ;
  • ເຜີຍ​ແຜ່​ຜົນ​ງານ ​ແລະ ​ກິດ​ຈະ​ກຳ​ຕ່າງ​ໆ​ ຂອງວຽກ​ງານ​ສຶກ​ສາ​ ແລະ ກິລາທົ່ວ​ແຂວງ/ນະຄອນຫຼວງ;
  • ຈັດ​ຕັ້ງ​ການ​ເວນ​ຍາມ, ການ​ຮັກ​ສາ​ຄວາມ​ສະ​ອາດ ​ແລະ ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ພະ​ແນກ;
  • ປະຕິບັດວຽກງານອຶ່ນໆ ຕາມການມອບໝາຍ ;

3. ໜ້າ​ທີ່​ຂອງ​ໜ່ວຍ​ງານ​ການ​ເງິນ.
1. ຮັບ​ຜິດ​ຊອບ​​ງົບ​​ປະ​ມານ-​ການ​ເງິນ, ການ​ບັນ​ຊີ​ ແລະ​ ການ​ຄັງຂອງ​ພະ​ແນກ;
2. ຮັບຜິດຊອບ​ທຶນ​ຊ່ວຍ​ເຫຼືອ, ທຶນ​ກູ້​ຢືມ ​ແລະ ກອງ​ທຶນ​ສະຫວັດດີ​ການ​ຄູ​ແຫ່ງ​ຊາດ​ຂອງ​ແຂວງ,ນະຄອນຫຼວງ;
3. ຕິດຕາມ​, ປະ​ເມີນ​ຜົນ​ ​ແລະ ສະຫຼຸບ​ລາຍ​ງານການ​ປະຕິບັດ​ວຽກ​ງານ​;
4. ປະຕິບັດ​ວຽກ​ງານ​ອື່ນໆ ​ຕາມ​ການ​ມອບ​ໝາຍ​.

  • ກິດ​ຈະ​ກຳ​ຂອງໝ່ວຍງານ​ຄຸ້ມຄອງ​ການ​ເງິນ.
  • ສ້າງ​ແຜນ​ງົບປະມານ​ປະຈຳ​ປີ ແລະ ສະ​ເໜີ​ຕໍ່​ພະ​ແນ​ກຕາມ​ຂັ້ນຕອນ;
  • ຄຸ້ມ​ຄອງ​ງົບປະມານຂອງ​ລັດ​ທຸກ​ຮ່ວງ​ເງິນ;
  • ຄຸ້ມ​ຄອງ​ເງິນຂອງ​ພະ​ແນ​ກ​ທີ່​ບໍ່​ແມ່ນ​ງົບປະມານຂອງ​ລັດ;
  • ຄຸ້ມ​ຄອງ​ຄັງ​ເງິນ, ການ​ເບີກ​ຈ່າຍທຸກ​ຮ່ວງ​​ເງິນ;
  • ກວດ​ກາ​ກ່ອນ​ການ​ຈ່າຍ ແລະ ​ຫຼັງການ​ຈ່າຍ​ງົບ​ປະ​ມານ​ຮ່ວງ​ຕ່າງໆ;
  •  ສະ​ຫຼຸບ​ລາຍ​ຮັບ​ລາຍ​ຈ່າຍ​ເງິນ​ຮ່ວງ​ຕ່າງ​ໆ​ຂອງ​ພະ​ແນກ.
  • ປະຕິບັດ​ວຽກ​ງານ​ອື່ນໆ ​ຕາມ​ການ​ມອບ​ໝາຍ​.

4. ໜ້າ​ທີ່​ຂອງ​ໜ່ວຍ​ງານ​ກໍ່ສ້າງ​ພື້ນຖານ.
1. ຮັບ​ຜິດ​ຊອບ​​ການ​ກໍ່​ສ້າງ​​ ແລະ ສ້ອມ​ແປງ ອາ​ຄານ​ສະ​ຖານ​ທີ່​ການສຶກ​ສາ ແລະ ກິລາ;
2.    ຄຸ້ມ​ຄອງຊັບ​ສິນ,​ ຍານ​ພາ​ຫະ​ນະ, ວັດ​ຖຸ​ອຸ​ປະ​ກອນ, ອາ​ຄານ, ທີ່​ດິນ ແລະ ​ສາງ; 
3.  ຕິດຕາມ​, ປະ​ເມີນ​ຜົນ​ ​ແລະ ສະຫຼຸບ​ລາຍ​ງານການ​ປະຕິບັດ​ວຽກ​ງານ​;
4. ປະຕິບັດ​ວຽກ​ງານ​ອື່ນ​ຕາມ​ການ​ມອບ​ໝາຍ​.

  • ກິດຈະກຳ​ຂອງ​ໜ່ວຍ​ງານ​ກໍ່ສ້າງ​ພື້ນຖານ.
  • ຂຶ້ນ​ແຜນ​   ແລະ ​ຈັດ​ຕັ້ງ​ປະ​ມູນ​ການ​ກໍ່​ສ້າງ​,​ ສ້ອມ​ແປງ​ອາ​ຄານຮຽນ, ຫ້ອງ​ການ​ ແລະ ​ສະ​ຖານ​ທີ່ການ​ສຶກ​ສາ ​ແລະ​ ກິລາ​ຕ່າງໆ;
  • ຄຸ້ມ​ຄອງ​ການ​ກໍ່ສ້າງ, ສ້ອມ​ແປງ​ຕາມ​​ແຜນຜັງ, ມາດຕະຖາ​ນ ​ແລະ​ ຕາ​ມສັນຍາ​ການ​ກໍ່ສ້າງ;
  • ຕິດ​ຕາມ, ຊຸກ​ຍູ້, ກວດ​ກາ​ ແລະ​ ລາຍ​ງານ​ ການ​ກໍ່​ສ້າງ​ ແລະ ສ້ອມ​ແປງ;
  • ຈັດ​ຊື້, ປະ​ມູນ​ການ​ຈັດ​ຊື້​ ແລະ ຊຳ​ລະ​ສະ​ສາງ​ການ​ຈັດ​ຊື້​ ຕາມ​ລະ​ບຽບ​ຫຼັກ​ການ;
  • ກວດ​ກາ​ ແລະ ຂຶ້ນ​ບັນ​ຊີ​ວັດ​ຖຸ​ ແລະອຸ​ປະ​ກອນ​ຕ່າງ​ໆ​ ລວມ​ທັງ​ສັງ​ຫາ​ລິ​ມະ​ຊັບ ແລະ ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ພະ​ແນກ ແລະ ຄຸ້ມ​ຄອງ​ບັນ​ຊີ​ຊັບ​ສົມ​ບັດ​ສຶກ​ສາ​ ແລະ ​ກິລາ​ທົ່ວ​ແຂວງ, ນະຄອນຫຼວງ;
  • ຄຸ້ມ​ຄອງ​ສາງ ​ແລະ ​ແຈກ​ຢາຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ສຶກ​ສາ​ໃຫ້​ແກ່​ຫ້ອງ​ການ​ສຶກ​ສາທິການ​ ແລະ  ​ກິລາ ເມືອງ, ເທດສະບານ, ໂຮງ​ຮຽນ ແລະ ສູນ​ການ​ສຶກ​ສາ​ ແລະ ກິລາແຫ່ງ​ຕ່າງໆ;