facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126953
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
11
52
82
126648
196
865
126953

Your IP: 44.200.82.149
2023-06-07 00:32

ກິລາມວນຊົນ

1. ໜ້າ​ທີ່​ຮັບຜິດຊອບ.
1. 
ຊຸກຍູ້, ປຸກລະດົມ ​ແລະ ສົ່ງ​ເສີມກິດຈະກຳ ການ​ອອກກຳລັງ​ກາຍ, ການ​ຫຼີ້ນກິລາ, ການ​ຝຶກ​ແອບ, ການສະ​ແດງ ​ແລະ ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງ​ໆ ຂອງ​ມວນ​ຊົນ​ທົ່ວ​ໄປ ​ເພື່ອ​ແນໃສ່​ສົ່ງ​ເສີມ​ສຸຂະພາບ, ພະລະ​ນາ​ໄມ, ຄວາມ​ມ່ວນ​ຊື່ນ​ເປັນຕົ້ນ​ຕໍ ​ແຕ່​ບົນ​ພື້ນຖານ​ລະບຽບ ​ແລະ ກະຕິ​ກາ​ທີ່​ໄດ້​ກຳນົດ​ໄວ້ ;
2. ເຜີຍ​ແຜ່​ແນະນຳ ທາງ​ດ້ານ​ທິດ​ສະ​ດີ ກ່ຽວ​ກັບ​ເຕັກນິກ, ກະຕິ​ກາ, ​ແບບ​ຫຼີ້ນກິລາປະ​ເພດ​ຕ່າງໆ​ຢູ່​ຕາມ​ສຳນັກງານ, ອົງການ ສະຖານ​ການ​ສຶກສາຕ່າງໆ​ຂອງ​ລັດ, ​ເອກະ​ຊົນ ​ແລະ ມວນ​ຊົນ​ທົ່ວ​ໄປ ;
3. ຄຸ້ມ​ຄອງ, ພັດທະນາ ​ແລະ ສົ່ງ​ເສີມ​ກິລາ​ພື້ນ​ເມືອງ​ປະ​ເພດ​ຕ່າງໆ.
4. ຄົ້ນຄວ້າ ​ແລະ ອອກ​ລະບຽບ​ການ​ໃນ​ການ​ອະນຸມັດ ​ແລະ ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ກ່ຽວ​ກັບ​ການ​ໃຫ້​ບໍລິການ​ດ້ານ​ການ​ກິລາ​ໂດຍ​ບໍ່​ຂັດ​ກັບ​ລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ ;
5. ອະນຸມັດ ​ແລະ ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸລະ​ກິດ​ການ​ກິລາ​ຕາມ​ຂອບ​ເຂດ​ທີ່​ຕົ້ນ​ຮັບຜິດຊອບ ;
6. ຊຸກຍູ້, ປຸກລະດົມ, ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມ ​ແລະ ລົງທຶນ​ເຂົ້າ​ໃສ່​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ໃຫ້ການ​ບໍລິການ​ດ້ານ​ການ​ກິລາກາ​ຍະ​ກຳ.
7. ຕິດ​ຕາມ, ກວດກາ, ປະ​ເມີນ​ຜົນ ແລະ ລາຍງານວຽກຕ່າງໆພາຍ​ໃນ​ຂະ​ແໜງເປັນປົກກະຕິ. 
8. ປະຕິບັດ​ໜ້າ​ທີ່​ອື່ນໆ​ຕາມ​ການ​ມອບ​ໝາຍ​ຂອງຂັ້ນ​ເທິງ.

2. ກິດຈະກຳ. 
1. 
ປຸກລະດົມ ຊຸກ​ຍູ້​ຂະ​ບວນການ​ອອກກຳລັງ​ກາ​ຍະ​ບໍລິຫານ, ການ​ຫຼີ້ນກິລາ, ການ​ຝຶກແອບ,  ການສະແດງ ແລະ ແຂ່ງຂັນກິລາປະເພດຕ່າງໆ ຂອງມວນຊົນເພື່ອສົ່ງເສີມສຸຂະພາບ,  ພະລະນາໄມ ​ແລະ ຄວາມມ່ວນຊື່ນ.
2. ​ຄົ້ນຄ້ວາ ​ແລະ ​ສ້າງລະບຽບການ ໃນການອະນຸມັດ ,  ຄຸ້ມຄອງດຳເນີນທຸລະກິດ ພ້ອມ​ທັງເຜີຍ​ແຜ່​ແນະນຳ​ທາງ​ດ້ານ​ ທິດ​ສະ​ດີ​ກ່ຽວ​ກັບ​ການໃຫ້ບໍລິການດ້ານການກິລາ;
3. ຊຸກຍູ້​,  ສົ່ງ​ເສີມ​ຈັດຕັ້ງສະ​ໂມ​ສອນກິລາກາ​ຍະ​ກຳ, ທີມກິລາ​ປະ​ເພດ​ຕ່າງໆ. 
4. ຄຸ້ມ​ຄອງ​ນັກ​ກິລາ, ພັດທະນາ ແລະ ສົ່ງເສີມກິລາພື້ນເມືອງປະເພດຕ່າງໆ.
5. ສ້າງ​ຕາຕະລາງ​ແຜນການ​ເຄື່ອນ​ໄຫວແບບຫລີ້ນປະເພດຕ່າງໆ ​ແລະ ​ແຂ່ງຂັນ​ ສ້າງ​ຂະ​ບວນການ​ຟົດ​ຟື້ນພາຍ​ໃນ​ແຂວງ.