ພາລະສືກສາ
- ລາຍລະອຽດ
- ໝວດ: ຂະແໜງພະລະ,ສິລະປະ
- ສ້າງຂື້ນເມື່ອ ວັນຈັນ, 28 ມີນາ 2016 01:09
- ຂຽນໂດຍ Super User
1.ໜ້າທີ່ຮັບຜິດຊອບ
1. ວາງແຜນພັດທະນາວຽກງານພະລະ ແລະ ສິລະປະສຶກສາໃນໂຮງຮຽນ ທັງພາກລັດ ແລະ ເອກະຊົນຢູ່ພາຍໃນແຂວງ/ນະຄອນຫຼວງ;
2. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກສຶກສາທິການ ແລະ ກິລາວາງອອກ;
3. ຄຸ້ມຄອງ ແລະ ຊີ້ນຳ ການຮຽນ-ການສອນ, ການຂະຫຍາຍ ແລະ ປັບປຸງວຽກງານພະລະສຶກສາ, ສິລະປະສຶກສາ, ວິຊາກິລາປ້ອງກັນຊາດ ແລະ ສິ່ງເສບຕິດໃນໂຮງຮຽນ ທັງພາກລັດ ແລະ ເອກະຊົນ;
4. ຄຸ້ມຄອງ ແລະ ສົ່ງເສີມການສຶກສາ ວິຊາພະລະສຶກສາ ແລະ ວິຊາກິລາປ້ອງກັນຊາດ;
5. ຮັບຜິດຊອບການສ້າງຂະບວນການກິລາ ແລະ ສິລະປະ ໃນໂຮງຮຽນ;
6. ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານການປະຕິບັດວຽກງານຢ່າງເປັນປົກກະຕິ;
7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ.
2. ກິດຈະກຳ
1. ເກັບກຳຂໍ້ມູນສະຖິຕິ, ວິໄຈ, ວາງແຜນພັດທະນາວຽກງານພະລະສຶກສາ-ສິລະປະສຶກສາ,ກິລາປ້ອງກັນຊາດ ແລະ ຕ້ານສິ່ງເສບຕິດໃນໂຮງຮຽນ;
2. ປະສານສົມທົບກັບຂະແໜງສະຖິຕິ-ແຜນການ ແລະ ຂະແໜງການອື່ນໆທີ່ພົວພັນກັບວຽກງານພາຍໃນຂະແໜງ ;
3. ຈັດຕັ້ງປະຕິບັດແຜນ, ຕິດຕາມ, ກວດກາປະເມີນຜົນການຮຽນ-ການສອນ, ການປະຕິບັດຫຼັກສູດ, ວິຊາພະລະສຶກສາ, ສິລະປະສຶກສາ, ວິຊາປ້ອງກັນຊາດ, ຕ້ານສິ່ງເສບຕິດພາຍໃນໂຮງຮຽນ, ວຽກເດັກອາສາ, ພູມປັນຍາທ້ອງຖິ່ນ ແລະ ເຄື່ອນໄຫວວຽກງານນອກຫຼັກສູດ;
4. ຈັດຕັ້ງ, ຊີ້ນຳການນິເທດການຮຽນ-ການສອນ ວິຊາພະລະສຶກສາ ແລະ ສິລະປະສຶກສາ ແລະ ວິຊາປ້ອງກັນຊາດ.
5. ສັງລວມ ແລະ ນຳສະເໜີແຜນຄວາມຕ້ອງການດ້ານປະງົບປະມານ ແລະ ວັດຖຸອຸປະກອນຮັບໃຊ້ການຮຽນ-ການສອນໃນທົ່ວແຂວງ;
6. ຄຸ້ມຄອງ, ປົກປັກຮັກສາວັດຖຸອຸປະກອນ ແລະ ອາຄານສະຖານທີ່;
7. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມຂະບວນການເຄື່ອນໄຫວພະລະສຶກສາ-ກິລາ, ສິລະປະສຶກສາ, ປ້ອງກັນຊາດ ແລະ ຕ້ານສິ່ງເສບຕິດໃນໂຮງຮຽນ;
8. ຈັດຕັ້ງ ແລະ ນຳພາການແຂ່ງຂັນພະລະສຶກສາ-ກິລາ,ສິລະປະວັນນະຄະດີຂອງນັກຮຽນໃນລະດັບແຂວງ;
9. ປະສານສົມທົບກັບພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງ ໃນການສ້າງຂະບວນການກິລາ- ສິລະປະວັນນະຄະດີ;
10. ຈັດຕັ້ງການຝຶກກອົບຮົມຄູພະລະສຶກສາ ແລະ ຄູສິລະປະສຶກສາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;
11. ຊີ້ນຳການສ້າງຕັ້ງສະໂມສອນກິລາ ແລະ ໜ່ວຍສິລະປະພາຍໃນໂຮງຮຽນທັງພາກລັດ ແລະ ເອກະຊົນ.