ນອກໂຮງຮຽນ
- ລາຍລະອຽດ
- ໝວດ: ຂະແໜງນອກໂຮງຮຽນ
- ສ້າງຂື້ນເມື່ອ ວັນຈັນ, 28 ມີນາ 2016 01:08
- ຂຽນໂດຍ Super User
1. ໜ້າທີ່ຮັບຜິດຊອບ.
1. ຮັບຜິດຊອບວຽກງານລຶບລ້າງຄວາມບໍ່ຮູ້ໜັງສື ;
2. ຮັບຜິດຊອບວຽກງານ ການບຳລຸງ ແລະ ຍົກລະດັບການສຶກສາ ;
3. ຮັບຜິດຊອບວຽກງານການຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
4. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ;
2 ກິດຈະກຳ.
1. ວາງແຜນ, ຈັດຕັ້ງປະຕິບັດກ່ຽວກັບວຽກງານລົບລ້າງຄວາມບໍ່ຮູ້ໜັງສື, ບຳລຸງວັດທະນະທຳ; ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
2. ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ແຜນການລຶບລ້າງຄວາມບໍ່ຮູ້ໜັງສື, ການບຳລຸງວັດທະນະທຳ;
3. ຊີ້ນຳການຈັດຕັ້ງ, ຕິດຕາມການຮຽນ-ການສອນ, ການປະຕິບັດຫຼັກສູດ;
4. ຈັດຕັ້ງການປະເມີນການສອບເສັງ ແລະ ສະຫຼຸບລາຍງານຜົນການສອບເສັງໃຫ້ພາກສ່ວນກ່ຽວຂ້ອງ;
5. ຈັດຕັ້ງຊີ້ນຳ ການຄຸ້ມຄອງສູນຊຸມຊົນ ແລະ ສູນສຶກສາທາງໄກ;
6. ຈັດຕັ້ງ ແລະ ຊີ້ນຳການຝຶກອົບຮົມໃຫ້ແກ່ຄູອາສາສະໝັກ;
7. ສ້າງບັນຊີ ແລະ ສະຫຼຸບການເບີກຈ່າຍເງິນອຸດໜູນຄູອາສາສະໝັກ;
8. ຊຸກຍູ້ ແລະ ຊີ້ນຳເມືອງໃນການປຸກລະດົມຊາວບ້ານໃຫ້ມີສ່ວນຮ່ວມໃນວຽກງານສຶກສານອກໂຮງຮຽນ;
9. ຮ່ວມມືກັບອົງການຈັດຕັ້ງສາກົນໃນການສະໜັບສະໜູນວຽກງານສຶກສານອກໂຮງຮຽນ;
10. ຈັດຕັ້ງຊີ້ນຳການຄຸ້ມຄອງຄູອາສາສະໝັກ ແລະ ຄູການສຶກສານອກໂຮງຮຽນ.