facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126932
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
42
8
61
126648
175
865
126932

Your IP: 44.200.82.149
2023-06-06 23:26

ອາຊິວະສືກສາ

1. ໜ້າທີ່ຮັບຜິດຊອບ.
1. ຂະຫຍາຍ​ໂຮງຮຽນອາຊີວະສຶກສາ​ທົ່ວ​ແຂວງ ​ແລະ ນະຄອນຫຼວງ​ໃຫ້​ສອດ​ຄ່ອງກັບ​ນະ​ໂຍບາຍ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ;
2. ຄຸ້ມ​ຄອງ​ ​ແລະ ສົ່ງ​ເສີມ​ການ​ສຶກສາ​ສາຍ​ອາຊີວະ​ສຶກສາ​ທັງ​ພາກ​ລັດ ​ແລະ​ ເອກະ​ຊົນ;
3. ຊີ້ນຳ ​ແລະ ຕິດຕາມ​ຄຸ້ມ​ຄອງ​ໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນຕົ້ນ, ​ຊັ້ນກາງ, ຊັ້ນສູງ ທັງພາກ​ລັດ ​ແລະ ​ເອກະ​ຊົນ​ພາຍ​ໃນ​ແຂວງ/ນະຄອນ​ຫຼວງ;
4. ຊີ້ນຳ​, ຕິດຕາມ​ ​ແລະ ກວດກາ​ການຈັດຕັ້ງປະຕິບັດ​ຫຼັກສູດ​ການ​ຮຽນ-ການ​ສອນ​ໃນ​ສາຍ​ອາຊີວະ​ສຶກສາ​ໃຫ້​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ທ່າ​ແຮງ​ຕາມ​ແຜນ​ພັດທະນາ​ຂອງ​ແຂວງ/ນະຄອນຫຼວງ;
5. ຊີ້ນຳ​ການ​ຈັດຕັ້ງສອບ​ເສັງ​ຈົບສາຍ​ອາຊີວະ​ສຶກສາ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ;
6. ຊີ້ນຳ​ ​ແລະ ຕິດຕາມ​ການ​ລົງ​ຝຶກ​ງານຂອງ​ນັກຮຽນ​​ອາຊີວະ​ສຶກສາ​ ;
7. ຄົ້ນ​ຄ້ວາ ​ແລະ ກະກຽມ​ສຳນວນ​ເອກະສານ​ເພື່ອ​ສະ​ເໜີ​ອອກ​ໃບ​ປະກາ​ສະ​ນີຍາ​ບັດ​ໃຫ້ແກ່ນັກຮຽນສາຍ​ອາຊີວະສຶກສາ​ໃນ​ຂັ້ນ​ແຂວງ/ນະຄອນຫຼວງ;
8. ​ລາຍ​ງານຜົນ​ການ​ຮຽນ​-ການ​ສອນ, ​ຜົນ​ການ​ສອບ​ເສັງ​ປະຈຳ​ພາກຮຽນ, ປີຮຽນ ແລະ ຜົນ​ການ​ສອບ​ເສັງ​ຈົບ​ສາຍ​ອາຊີວະ​ສຶກສາ​ໃຫ້​ພະ​ແນ​ກສຶກສາ​ທິການແຂວງ/​ນະຄອນຫຼວງ ​ເພື່ອ​ລາຍ​ງານ​ໃຫ້​ກະຊວງ​ສຶກສາ​ທິການ​ແລະ​ກິລາ ;
9. ປະຕິບັດ​ວຽກ​ງານ​ອື່ນໆ​ຕາມ​ການ​ມອບ​ໝາຍ.
2. ກິດຈະກຳ     
1. ຊີ້ນຳ​, ຄົ້ນຄວ້າ​, ວິ​ໄຈ​ຂໍ້​ມູນ ແລະ ວາງ​ແຜນ​ເພື່ອ​ປັບປຸງ ​ແລະ ຂະຫຍາຍ​ສະຖານ​ອາຊີວະ​ສຶກສາ ​ແລະ​ອົບຮົມ​ວິຊາ​ຊີບໃຫ້​ສອດ​ຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ/ນະຄອນຫຼວງ​ໃນ​ແຕ່ລະ​ໄລ​ຍະ. 
2. ສ້າງ​ແຜນ​ຄວາມ​ຕ້ອງການ​ຄູ-​ອາຈານ ພະນັກງານ​ລະດັບ​ຕ່າງໆ ສະ​ໜອງ​ໃຫ້​ໂຮງຮຽນ​ອາຊີວະ​ສຶກສາ ​ແລະ ອົບຮົມ​ວິຊາ​ຊີບ; 
3. ສັງ​ລວມ​ ແລະ​ ຊີ້ນຳ​ແຜນ​ຄວາມ​ຕ້ອງການວັດຖຸ​-ອຸປະກອນການ​ຮຽນ-ການ​ສອນໃນ​ໂຮງຮຽນ​ອາຊີວະ​ທົ່ວ​ແຂວງ/ນະຄອນຫຼວງ; 
4. ຊີ້ນຳ​ຈັດ​ແບ່ງ​ ສັບ​ຊ້ອນ​ນັກຮຽນ​ທີ​ຈົບ​ສາຍ​ສາມັນ​ເພື່ອ​ເຂົ້າ​ຮຽນຕໍ່​ສາຍ​ອາຊີວະ​ສຶກສາ; 
5. ຊີ້ນຳ​ ​ແລະ ຄຸ້ມ​ຄອງ​ການ​ປົກ​ປັກ​ຮັກສາ​ອາຄານ​ສະຖານ​ທີ່ ສະພາບ​ແວດ​ລ້ອມ​ຂອງ​ໂຮຽນ​ໃຫ້​ຈົບ​ງາມ; 
6. ບັນ​ທຶກ ​ແລະ​ ກຽມ​ການ​ອອກ​ໃບ​ປະກາສະ​ນີຍະ​ບັດ ສາຍ​ອາຊີວະ​ສຶກສາ​ຊັ້ນຕົ້ນຕາມ​ພາລະ​ບົດບາດ; 
7. ຈັດຕັ້ງຝຶກ​ອົບຮົມ​ຄູ​ປະຈຳການ ແລະ ຍົກ​ລະດັບ​ຄູໃຫ້ສອດຄ່ອງກັບ​ໂຄງການ​​ແຜນພັດທະນາອາຊີວະ​ສຶກສາ​ຕາມແຜນ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ; 8.ຕິດຕາມ, ​ກວດກາ​ ແລະ ​ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນ ການ​ປະຕິບັດ​ຫຼັກສູດ, ການ​ສອບ​ເສັງ​ເລື່ອນ​ຊັ້ນ-ຈົບ​ຊັ້ນ ຂອງ​ສາຍ​ອາຊີວະ​ສຶກສາ ; 
9.ສະ​ເໜີ​ສ້າງຕັ້ງ ຫຼື ​ຍຸ​ບ​ເລີກ​ໂຮງຮຽນ​ອາຊີວະ​ສຶກສາ​ພາຍ​ໃນ​ແຂວງ, ນະຄອນຫຼວງ ທັງ​ພາ​ລັດ ​ແລະ ​ເອກະ​ຊົນ ຕາມ​ພາລະ​ບົດ​ບາດ;