ປະຖົມອະນຸບານ
- ລາຍລະອຽດ
- ໝວດ: ຂະແໜງກ່ອນໄວຮຽນ-ປະຖົມ
- ສ້າງຂື້ນເມື່ອ ວັນຈັນ, 28 ມີນາ 2016 01:06
- ຂຽນໂດຍ Super User
1. ໜ້າທີ່ຮັບຜິດຊອບ:
1. ເປັນເສນາທິການໃຫ້ພະແນກສຶກສາທິການແຂວງ,ນະຄອນຫຼວງ ໃນການຂຶ້ນແຜນປັບປຸງ ແລະຂະຫຍາຍການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາໃນທົ່ວແຂວງ, ນະຄອນຫຼວງ ໃຫ້ສອດຄອງກັບນະໂຍບາຍປະຕິຮູບລະບົບການສຶກສາແຫ່ງຊາດ;
2. ຄຸ້ມຄອງ, ສົ່ງເສີມການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ ພາກລັດ, ເອກະຊົນ ແລະ ສຶກສາສົງ;
3. ຊີ້ນຳ ແລະ ຕິດຕາມຢ່າງໃກ້ສິດການພັດທະນາໂຮງຮຽນຄຸນນະພາບຕົວແບບ ສຳລັບອະນຸບານ- ລ້ຽງເດັກ ແລະ ປະຖົມສຶກສາ;
4. ຊີ້ນຳ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃຫ້ຄົບຖ້ວນ, ຄົ້ນຄ້ວາຫຼັກ ສູດທີ່ສອດຄ່ອງກັບຈຸດພິເສດ, ທ່າແຮງ ແລະ ພູມປັນຍາທ້ອງຖິ່ນສຳລັບການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາສຶກສາ ຕາມທີ່ໄດ້ກຳນົດໄວ້ໃນຫຼັກສູດແຫ່ງຊາດ;
5. ຄົ້ນຄ້ວາຕຳແໜ່ງວິຊາການຄູ ສຳລັບຄູສອນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ;
6. ຈັດຕັ້ງການປະເມີນຜົນການຮຽນ-ການສອນແຕ່ລະພາກຮຽນ,ຈັດຕັ້ງການສອບເສັງຈົບຊັ້ນປະຖົມສຶກສານັບທັງພາກລັດ, ເອກະຊົນ;
7. ຮັບຜິດຊອບວຽກງານອຶ່ນໆ ຕາມການມອບໝາຍ;
2. ກິດຈະກຳ
1. ເກັບກຳສະຖິຕິຄູ, ນັກຮຽນ, ຫ້ອງຮຽນ ແລະ ໂຮງຮຽນຮ່ວມກັບສະຖິຕິແຜນການ;
2. ວິໄຈຂໍ້ມູນ, ວາງແຜນ, ພັດທະນາ ແລະ ການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາຮ່ວມກັນຂະແໜງສະຖິຕິ-ແຜນການ;
3. ຕິດຕາມ, ກວດກາ ແລະ ປະເມີນຜົນ ການຮຽນ-ການສອນ ການປະຕິບັດຫຼັກສູດ, ການສອບເສັງເລ່ືອນຊັ້ນ-ຈົບຊັ້ນປະຖົມສຶກສາ;
4. ຈັດຕັ້ງບຳລຸງ ແລະ ສອບເສັງນັກຮຽນເກັ່ງ, ສ້າງຫ້ອງພອນສະຫວັນ;
5. ຈັດຕັ້ງຊີ້ນຳສູນສຶກສານິເທດ, ຕິດຕາມນິເທດການຮຽນ-ການສອນໃນໂຮງຮຽນ;
6. ສັງລວມ ແລະ ຊີ້ນຳແຜນຄວາມຕ້ອງການວັດຖຸອຸປະກອນການຮຽນການ - ການສອນ ໃນທົ່ວແຂວງ;
7. ຄຸ້ມຄອງການປົກຮັກສາອາຄານສະຖານທີ່ ແລະ ສະພາບແວດລ້ອມຂອງໂຮງຮຽນໃຫ້ຈົບງາມ;
8. ຊີ້ນຳ ແລະ ນຳພາຄູອາຈານ ແລະ ນັກຮຽນໃນການຄຸ້ມຄອງໂຮງຮຽນ;
9. ບັນທຶກ ແລະ ກຽມການອອກໃບປະກາສະນິຍະບັດປະຖົມສຶກສາ;
10. ຈັດຕັ້ງຝຶກອົບຮົມຄູປະຈຳການ, ບຳລຸງຍົກລະດັບຄູຮ່ວມກັບຂະແໜງພັດທະນາຄູ, ຕິດຕາມຊຸກຍູ້ຄູສອນຊັ້ນປະຖົມເຄື່ອນທີ່;
11. ຊີ້ນຳ, ປັບປຸງ ແລະ ສົ່ງເສີມຫ້ອງຫໍສະໝຸດເພື່ອຮັບໃຊ້ການຮຽນ-ການສອນ ແລະ ສັງຄົມ;
12. ຊີ້ນຳ ແລະ ຄຸ້ມຄອງໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ ທັງພາກລັດ, ເອກະຊົນ ;
13. ຈັດຕັ້ງກອງປະຊຸມຄົ້ນຄ້ວາຕຳແໜ່ງວິຊາການຄູ ໃຫ້ແກ່ຄູສອນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ.