ສະຖິຕິ-ແຜນການ
- ລາຍລະອຽດ
- ໝວດ: ຂະແໜງສະຖິຕິ-ແຜນການ
- ສ້າງຂື້ນເມື່ອ ວັນຈັນ, 28 ມີນາ 2016 01:05
- ຂຽນໂດຍ Super User
1. ໜ້າທີ່ຮັບຜິດຊອບ.
- ວາງແຜນຂະຫຍາຍ ແລະ ພັດທະນາການສຶກສາໄລຍະສັ້ນ, ກາງ ແລະ ຍາວຂອງແຂວງ,ນະຄອນຫຼວງ;
- ເກັບກຳ ແລະ ວິໄຈສະຖິຕິຂໍ້ມູນການສຶກສາ ແລະ ກິລາ, ສ້າງ ແລະ ດັດປັບແຜນທີ່ການສຶກສາຂອງແຂວງ;
- ສ້າງຖານຂໍ້ມູນສະຖິຕິຂັ້ນແຂວງ,ຂັ້ນເມືອງ ໃນຄອມພິວເຕີໃຫ້ຢູ່ໃນລະບົບເຄື່ອຂ່າຍອັນດຽວກັບສູນສະຖິຕິເຕັກໂນໂລຊີ ແລະ ຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ;
- ຄຸ້ມຄອງ ບໍລິການວຽກງານຂ່າວສານ, ສູນບໍລິການຂ່າວສານເຄືອຂ່າຍໂຮງຮຽນ (ICT);
- ປະສານງານໂຄງການ ແລະ ການຮ່ວມມືືກັບອົງການຈັດຕັ້ງສາກົນພາຍໃນແຂວງ ແລະ ຕ່າງປະເທດ;
- ຕິດຕາມ ແລະ ປະເມີນການປະຕິບັດແຜນການ, ແຜນງານແລະໂຄງການພັດທະນາການສຶກສາ ແລະ ກິລາ;
- ສະຫຼຸບລາຍງານການປະຕິບັດແຜນການ,ແຜນງານ ແລະ ໂຄງການພັດທະນາການສຶກສາ ແລະ ກິລາ ແຕ່ລະໄລຍະ;
- ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງພະແນກ.
2. ກິດຈະກຳ
1. ເກັບກຳຂໍ້ມູນສະຖິຕິຕາມແບບຟອມຂອງກະຊວງສຶກສາທິກາ ແລະ ກິລາ ແລະ ຕາມຄວາມຕ້ອງການ (ຕາມແບບຟອມຂອງຕົນ);
2. ສ້າງແຜນທີ່ການສຶກສາ ແລະ ກິລາເພື່ອປັບໃຫ້ທັນກັບສະພາບ;
3. ສ້າງຄັງຂໍ້ມູນແຕ່ລະເມືອງ ແລະ ສັງລວມພາຍໃນແຂວງ, ນະຄອນຫຼວງ;
4. ວິໄຈຕີລາຄາຂໍ້ມູນ ແລະ ສະຖິຕິເພື່ອວາງແຜນພັດທະນາການສຶກສາ ແລະ ກິລາພາຍໃນແຂວງ,ນະ ຄອນຫຼວງ;
5. ຊີ້ນຳ ແລະ ນຳພາໜ່ວຍງານສະຖິຕິ-ແຜນການຂອງເມືອງໃນການເກັບກຳສະຖິຕິການສຶກສາ, ສ້າງ ແລະ ດັດປັບແຜນທີ່ການສຶກສາ, ສ້າງແຜນ ແລະຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງເມືອງ
6. ຮວບຮວມແຜນຈາກເມືອງ ແລະ ໂຮງຮຽນ ແລະ ຈາກຂະແໜງອື່ນໆ;
7. ສ້າງເປັນແຜນພັດທະນາການສຶກສາ ແລະ ກິລາທຸກສາຍຂອງແຂວງ,ນະຄອນຫຼວງ;
8. ຕິດຕາມ, ກວດກາການປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງແຂວງ, ເມືອງ ແລະໂຮງຮຽນ;
9. ປະສານງານ ແລະ ຮ່ວມມືນຳໂຄງການຕ່າງໆພາຍໃນແລະຕ່າງປະເທດ;
10. ປະເມີນ ແລະ ສະຫຼຸບຕີລາຄາການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ແລ້ວລາຍງານໃຫ້ຂັ້ນເທິງ;
11. ປະສານງານ ແລະ ຮ່ວມນຳໂຄງການຕ່າງໆພາຍໃນ ແລະ ຕ່າງປະເທດ.