facebook

facebook

ແຈ້ງການ

ສະຖິຕິການເຂົ້າຊົມ

126911
ມື້ນີ້
ມື້ວານນີ້
ອາທິດນິ້
ອາທິດແລ້ວ
ເດືອນນີ້
ເດືອນແລ້ວ
ທັງໝົດ
21
8
40
126648
154
865
126911

Your IP: 44.200.82.149
2023-06-06 22:25

ມັດທະຍົມສືກສາ

1. ໜ້າທີ່​ຮັບຜິດຊອບ
1. 
ເປັນ​ເສນາ​ທິການ​ໃຫ້​ພະ​ແນ​ກສຶກສາ​ທິການ​ແຂວງ,ນະຄອນຫຼວງ ​ໃນ​ການ​ຂຶ້ນ​ແຜນປັບປຸງ​ ​ແລະ ຂະຫຍາຍ​ການ​ສຶກສາຊັ້ນມັດ​ທະ​ຍົມ​ສຶກສາ​ໃນ​ທົ່ວ​​ແຂວງ​​,ນະຄອນຫຼວງ ໃຫ້ສອດ​ຄ່ອງ​ກັບ​​ນະ​ໂຍບາຍການປະ​ຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາ​ດ; 2. ຄຸ້ມ​ຄອງ, ສົ່ງ​ເສີມ​ການ​ສຶກສາ​​ຊັ້ນມັດທະຍົມສຶກສານັບ​ທັງ​ພາກ​ລັດ, ເອກະ​ຊົນ​ ແລະ ສຶກສາສົງ;
3. ຊີ້ນຳ​ ແລະ ຕິດຕາມ​ຢ່າງ​ໃກ້​ສິດການ​ພັດ​ທະນາ​ໂຮງຮຽນໃຫ້​ມີຄຸນ​ນະພາ​ບຕົວ​ແບບ ​ສຳລັບ​ມັດທະຍົມ​ ພາກ​ລັດ ​ເອກ​ກະ​ຊົນ ແລະ ສຶກສາ​ສົງ​ພາຍ​ໃນ​ແຂວງ,ນະຄອນຫຼວງ; 
4. ຊີ້ນຳ ແລະ ຕິ​ດຕາມ​ກວດກາ​ການຈັດຕັ້ງປະ​ຕິບັດ​ຫຼັກ​ສູດການ​ຮຽນ​-ການ​ສອນໃຫ້ຄົບ​ຖ້ວນ, ຄົ້ນ​ຄ້ວາຫຼັກສູດທີ່ ສອດຄ່ອງກັບ​ຈຸດ​ພິ​ເສດ, ທ່າ​ແຮງ ​ແລະ ພູມ​ປັນຍາ​ທ້ອງ​ຖິ່ນສຳ​ລັບ​ຊັ້ນມັດທະຍົມ​ສຶກສາ​ຕອນ​ຕົ້ນ  ແລະ ຕອນ​ປາຍ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຫຼັກສູດ​ແຫ່ງ​ຊາດ;
5. ຈັດຕັ້ງປະ​ເມີນ​ຜົນ​ການຮຽນ-ການ​ສອນ​​ແຕ່​ລະ​ພາກ​ຮຽນ, ຈັດຕັ້ງການ​ສອບ​ເສັງ​ຈົບຊັ້ນມັດທະຍົມ​ສຶກສາຕອນ​ຕົ້ນ ​ແລະ ຕອນ​ປາຍ ນັບ​ທັງພາກ​ລັດເອກະ​ຊົນ ​ແລະ ສຶກສາສົງ;
6. ຄົ້ນ​ຄ້ວາການອອກ​ໃບ​ປະກາສະ​ນິຍະ​ບັດຈົບ​ຊັ້ນມັ​ດທະ​ຍົມ​ສຶກສາ​ຕອນ​ຕົ້ນ ​ແລະ ມັດ​ທະ​ຍົມ​ຕອນ​ປາຍ​​ໃນ​ຂັ້ນ​ແຂວງ,ນະຄອນ​ຫຼວງ; 7.ຄົ້ນ​ຄ້ວາ​ຕຳ​ແໜ່​ງວິຊາ​ການ​ຄູ ສຳລັບຄູ​ສອນ​ຊັ້ນ​ມັດທະຍົມ​ສຶກສາ;
8. ລາຍ​ງານສະພາບ​ການ​ຮຽນ-​ການ​ສອນ, ຜົນ​ການ​ສອບ​ເສັງ​ປະຈຳ​ພາກຮຽນ, ປີຮຽນ ແລະ ຜົນການ​ສອບ​ເສັງ​ຈົບ​ຊັ້ນ​ໃຫ້​ສຶກສາ​ທິການ​ແຂວງ​,ນະຄອນຫຼວງ ເພື່ອ​ລາຍ​ງານ​ໃຫ້​ກະຊວງ​ສຶກສາ​ທິການ ແລະ ກິລາ ;
9. ປະຕິບັດ​ວຽກ​ງານ​ອື່ນໆ ຕາມ​ການ​ມອບ​ໝາຍ. 
2. ກິດຈະກຳ​
1. ເກັບ​ກຳ​ສະຖິຕິ​ຄູ, ນັກຮຽນ, ຫ້ອງ​ຮຽນ, ​ໂຮງຮຽນ​ຮ່ວມ​ກັບ​ຂະ​ແໜງ​ສະຖິຕິ-​ແຜນການ; 
2. ວິ​ໄຈ​ຂໍ້ມູນ, ວາງ​ແຜນ, ພັດທະນາ ​ແລະ ການ​ສຶກສາຊັ້ນມັດທະຍົມຮ່ວມກັນຂະ​ແໜງສະຖິຕິ-​ແຜນການ;
3. ຕິ​ດຕາມ, ກວດກາ​ ແລະ ປະ​ເມີນ​ຜົນ ການຮຽນ-ການ​ສອນ ການ​ປະຕິບັດ​ຫຼັກສູດ, ການ​ສອບ​ເສັງ​ເລ່ືອນ​ ຊັ້ນ-ຈົບ​ຊັ້ນຂອງ​ຊັ້ນມັດທະຍົມ​ສຶກສາ. 
4. ຈັດຕັ້ງ​ບຳລຸງ ແລະ ສອບ​ເສັງ​ນັກຮຽນ​​ເກັ່ງ, ສ້າງ​ຫ້ອງ​ພອນ​ສະຫວັນ;​ ໂຮງຮຽນຄຸນ​ນະພາ​ບຕົວ​ແບບ            
5. ຄຸ້ມ​ຄອງ​ສູນສຶກສາ​ນິ​ເທດ, ຕິດຕາມ​ນິ​ເທດ​ການ​ຮຽນ-ການ​ສອນ​ໃນ​ໂຮງຮຽນ;
6. ຊີ້ນຳ ​ແລະ ສັງ​ລວມ​​ແຜນ​ຄວາ​ມຕ້ອງການ​ວັດຖຸ​ອຸ​ປະກອນ​ການ​ຮຽນ​ - ການ​ສອນ ​ໃນ​ທົ່ວ​ແຂວງ;
7. ​ຄຸ້ມ​ຄອງການ​ປົກ​ຮັກສາອາຄານ​ສະຖານ​ທີ່ ແລະ ສະພາບ​ແວດລ້ອມຂອງ​ໂຮງຮຽນ​ໃຫ້​ຈົບງາມ;
8. ຊີ້ນຳ​,  ນຳພາ​ຄູ​ອາຈານ ​ແລະ ນັກຮຽນ​ໃນ​ການ​ຄຸ້ມ​ຄອງ​ໂຮງຮຽນ;
9. ຊີ້ນຳ, ຈັດຕັ້ງ ​ແລະ ​ຄຸ້ມ​ຄອງ​ໂຮງຮຽນ​ສາມັນ​ກິນນອນ​ຊົນ​ເຜົ່າ​ຂອງ​ແຂວງ;
10. ບັນທຶກ ​ແລະ​ ກຽມ​ການອອກ​ໃບ​ປະກາສະ​ນິຍະ​ບັດ​ມັດ​ທະ​ຍົມຕອນ​ຕົ້ນ ​ແລະ ມັດທະຍົມຕອນ​ປາຍ;
11. ຮ່ວມ​ກັບ​ຄະນະ​ກຳມະການຂັ້ນພະແນກ​ເພື່ອຄັດ​ເລືອກ ​ແລະ ສັບ​ຊ້ອນ​ນັກຮຽນ​ໄປ​ຮຽນ​ຕໍ່;
12. ຈັດຕັ້ງການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ ​ຕາມ​ແຜນ​ຂອງ​ກະຊວງ​;
13. ຈັດຕັ້ງ​ຝຶກ​ອົບຮົມ​ຄູ​ປະຈຳການຊັ້ນມັດທະຍົມ, ບຳລຸງ​ຍົກ​ລະດັບ​ຄູ​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ;
14. ຊີ້ນໍາການ​ສ້າງຕັ້ງຫໍ​ສະມຸດ ​ແລະ ຫ້ອງ​ທົດ​ລອງ​ຂອງ​ໂຮງຮຽນ​ຕ່າງໆ;
15. ຄຸ້ມ​ຄອງ​ການ​ເຄ່ືອ​ນ​ໄຫວ​ຂອງກຸ່ມ​ໂຮງຮຽນ, ​ໂຮງຮຽນ​ເອກະ​ຊົນ ​ແລະ​ໂຮງຮຽນ​ມັດທະຍົມ​ສົງ;
16. ຈັດຕັ້ງກອງ​ປະ​ຊຸມຄົ້ນ​ຄ້ວາ​ຕຳ​ແໜ່​ງວິຊາ​ການ​ຄູ ໃຫ້​ແກ່​ຄູ​ສອນຊັ້ນມັດທະຍົມ​ສຶກສາ.