ຈັດຕັ້ງພະນັກງານ
- ລາຍລະອຽດ
- ໝວດ: ຂະແໜງຈັດຕັ້ງພະນັກງານ
- ສ້າງຂື້ນເມື່ອ ວັນຈັນ, 28 ມີນາ 2016 01:04
- ຂຽນໂດຍ Super User
1. ໜ້າທີ່ຮັບຜິດຊອບ:
1. ວາງແຜນພັດທະນາວຽກງານຕ່າງໆຂອງຂະແໜງ;
2. ສັງລວມແຜນຄວາມຕ້ອງການ, ແຜນຝຶກອົບຮົມ, ຍົກລະດັບ ແລະ ພັດທະນາບຸກຄະລາກອນສຶກສາ ແລະ ກິລາໃນທົ່ວແຂວງ ;
3. ຄຸ້ມຄອງບຸກຄະລາກອນສຶກສາ ແລະ ກິລາ ຕາມລະບຽບຫຼັກການ;
4. ຄົ້ນຄວ້າ ແລະ ນຳສະເໜີການປັບປຸງກົງຈັກການຈັດຕັ້ງຂອງພະແນກ;
5. ຄົ້ນຄ້ວາ ແລະ ຈັດຕັ້ງການປະຕິບັດນະໂຍບາຍສະຫວັດດີການຕໍ່ພະນັກງານ ແລະ ລັດຖະກອນສຶກສາ ແລະ ກິລາ ພາຍໃນແຂວງ,ນະຄອນຫຼວງ;
6. ຈັດຕັ້ງ ແລະ ຊີ້ນຳການປະຕິບັດລະບຽບການຄຸ້ມຄອງລັດຖະກອນ;
7. ຮັບຜິດຊອບການສອບເສັງເລື່ອນຊັ້ນລັດຖະກອນສຶກສາ ແລະ ກິລາ;
8. ຮັບຜິດຊອບວຽກງານກອງທຶນ ສະຫວັດດີການຄູແຫ່ງຊາດໃນຂັ້ນຂອງຕົນ;
9. ຄົ້ນຄ້ວາ ແລະສະເໜີ ການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະເລື່ອນຊັ້ນ-ຂັ້ນເງິນເດືອນ ໃຫ້ແກ່ພະນັກງານໃນແຂວງ, ນະຄອນຫຼວງ
10. ຮັບຜິດຊອບວຽກງານກໍ່ສ້າງພັກ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂອງພະແນກ;
11. ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສຳນວນເອກະສານບຸກຄະລາກອນພາຍໃນແຂວງ/ນະຄອນຫຼວງ;
12. ຈັດຕັ້ງການເຜີຍແຜ່ມະຕິ, ຂໍ້ກຳນົດ, ລະບຽບການ ແລະ ນິຕິກຳຕ່າງໆຕາມການມອບໝາຍຂອງຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງແຂວງ, ນະຄອນຫຼວງ.
13. ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ລະບຽບການຕ່າງໆຂອງພະແນກສຶກສາທິການແລະກິລາແຂວງ,ນະຄອນຫຼວງ,ຫ້ອງການສຶກສາທິການ ແລະກິລາເມືອງເທດສະບານ ແລະ ໂຮງຮຽນຕ່າງໆທີ່ຂຶ້ນກັບພະແນກ.
14. ຕິດຕາມ, ປະເມີນຜົນ ແລະສະຫຼຸບລາຍງານການປະຕິບັດທຸກວຽກງານພາຍໃນຂະແໜງ;
15. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ.
.2. ກິດຈະກຳ:
1. ເກັບກຳຂໍ້ມູນກ່ຽວກັບພະນັກງານ ແລະ ລັດຖະກອນສຶກສາ ແລະ ກິລາ ແລະ ສັງລວມແຜນຄວາມຕ້ອງການບຸກຄະລາກອນ ຈາກພາກສ່ວນຕ່າງໆ ແລ້ວສ້າງເປັນແຜນຄວາມຕ້ອງການ;
2. ຄົ້ນຄວ້າ ແລະ ນຳສະເໜີແຜນການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາບຸກຄະລາກອນ;
3. ຄົ້ນຄ້ວາ, ຄັດເລືອກ, ບັນຈຸ ແລະ ສັບຊ້ອນ ລັດຖະກອນຕາມລະບຽບຫຼັກການ;
4. ຕິດຕາມ, ຊີ້ນຳ ແລະ ເກັບກຳ ການປະເມີນຜົນ ການປະຕິບັດໜ້າທີ່ວຽກງານຂອງລັດຖະກອນ;
5. ຄົ້ນຄວ້າ ການເລື່ອນລັດຖະກອນຝຶກງານ ຂຶ້ນເປັນລັດຖະກອນສົມບູນ ແລະ ການເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ ລັດຖະກອນສຶກສາຕາມລະບຽບຫຼັກການ;
6. ນຳສະເໜີຫົວໜ້າພະແນກເພື່ອພິຈາລະນາ ແລະ ອະນຸມັດການເລື່ອນລັດຖະກອນຝຶກງານ ຂຶ້ນເປັນລັດຖະກອນສົມບູນ ແລະ ການເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ລັດຖະກອນສຶກສາ;
7. ຈັດຕັ້ງການສອບເສັງເລື່ອນຊັ້ນເງິນເດືອນ ໃຫ້ລັດຖະກອນສຶກສາຕາມຄຳແນະນຳຂອງກະຊວງ;
8. ນຳສະເໜີ ການແຕ່ງຕັ້ງພະນັກງານ ດຳລົງແໜ່ງບໍລິຫານປະເພດຕ່າງໆ ຕາມການແບ່ງຂັ້ນຄຸ້ມຄອງ
9. ຄົ້ນຄ້ວາ ແລະ ນຳສະເໜີ ການໂອນຍ້າຍພະນັກງານພາຍໃນ ຫຼື ຕ່າງແຂວງ ຫຼື ໄປຂະແໜງການອື່ນ;
10. ກວດກາບັນຊີພະນັກງານ, ບັນຊີຈຳນວນພົນຫຼຸດ/ເພີ່ມ ໃນແຕ່ລະງວດຂອງສົກປີງົບປະມານ ເພື່ອຕິດຕາມຄຸ້ມຄອງສະຖິຕິພະນັກງານໃນແຕ່ລະ 3 ເດືອນ, 6 ເດືອນ ແລະ 1 ປີ;
11. ເກັບກຳ, ສະຫຼຸບ, ລາຍງານສະຖິຕິພະນັກງານ, ພັກ, ອົງການຈັດຕັ້ງມະຫາຊົນໃຫ້ແຕ່ລະພາກສ່ວນທີ່ຕ້ອງການ;
12. ເກັບກຳ, ສ້າງ ແລະ ຄຸ້ມຄອງສຳນວນ (ຊີວະປະຫວັດ) ລັດຖະກອນໃນທົ່ວແຂວງ/ນະຄອນຫຼວງ ແລະ ປະກອບສຳນວນໃຫ້ແຕ່ລະພາກສ່ວນທີ່ຕ້ອງການ;
13. ຄົ້ນຄວ້າ ແລະ ສັບຊ້ອນພະນັກງານ ແລະ ນັກຮຽນເພື່ອໄປຝຶກອົບຮົມ, ຍົກລະດັບ ແລະ ຮຽນຕໍ່ທັງພາຍໃນ ແລະຕ່າງປະເທດ;
14. ຮ່າງໜັງສືແຈ້ງການຕ່າງໆກ່ຽວກັບການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນສຶກສາ;
15. ອອກໜັງສືຢັ້ງຢືນເຖິງຄວາມເປັນພະນັກງານໃຫ້ແກ່ລັດຖະກອນສຶກສາແລະກິລາພາຍໃນແຂວງ, ນະຄອນຫຼວງ;
16. ສ້າງລະບຽບການປະຕິບັດນະໂຍບາຍສະເພາະຂອງພະແນກສຶກສາທິການ ແລະກິລາແຂວງ, ນະຄອນຫຼວງ;
17. ຄົ້ນຄວ້າ ແລະ ສະເໜີການປະຕິບັດນະໂຍບາຍ: ບຳເນັດ, ບຳນານ, ລາພັກ, ສ້າງຄອບຄົວ, ເສຍຊີວິດ ແລະ ອື່ນໆ ໃຫ້ພະນັກງານລັດຖະກອນສຶກສາ ແລະກິລາ ພາຍໃນພະແນກ;
18. ເຮັດໜັງສືສະເໜີຂໍໃບຍ້ອງຍໍ, ຫຼຽນໄຊ, ຫຼຽນກາ ແລະຈັດຕັ້ງພິທີມອບຢ່າງເປັນທາງການ
19. ຄົ້ນຄ້ວາ ແລະ ຄັດເລືອກພະນັກງານຄູດີເດັ່ນ;
20. ສັງລວມ ແລະ ສ້າງແຜນການຝຶກອົບຮົມ ແລະຍົກລະດັບພະນັກງານ ແລະ ລັດຖະກອນສຶກສາພາຍໃນແຂວງທັງໄລຍະສັ້ນ ແລະໄລຍະຍາວ;
21. ສັບຊ້ອນ ແລະ ນຳສົ່ງພະນັກງານ, ຄູ-ອາຈານທີ່ຍົກຍ້າຍຕ່າງໆໃຫ້ແກ່ເມືອງ ແລະ ໂຮງຮຽນເພື່ອສັບຊ້ອນວຽກງານ
22. ຈັດຕັ້ງການເຜີຍແຜ່ມະຕິ, ຂໍ້ກຳນົດ, ລະບຽບການ ແລະນິຕິກຳຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ;
23. ຄົ້ນຄວ້າ ແລະປະກອບຄຳເຫັນ ໃສ່ລະບຽບການຕ່າງໆ ຂອງພະແນກສຶກສາທິການແຂວງ,ນະຄອນ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ເທດສະບານ ແລະໂຮງຮຽນຕ່າງໆທີ່ຂຶ້ນກັບພະແນກ;
24 ຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງລັດຖະກອນສຶກສາ ແລະ ກິລາ.